ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຊີ້ນໍາວຽກງານ ການຜະລິດກະສິກໍາ ຢູ່ແຂວງ ອຸດົມໄຊ

IMG_2608       IMG_2611

        ໃນວັນທີ 30 ສິງຫາ 2018 ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ການຜະລິດກະສິກໍາ ແລະຊີ້ນໍາວຽກງານ ຢູ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ, ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ອ້ອມຂ້າງພະແນກເຂົ້າຮ່ວມ.

       ທ່ານ ບຸນຍືມ ໄຊຍະເວັນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາວ່າ: ການຜະລິດເຂົ້ານາແຊງ ມີແຜນ 150 ເຮັກຕາ ແຕ່ຈັດຕັ້ງປະຕິບັດໄດ້ 52,5 ເຮັກຕາ, ຜົນຜະລິດໄດ້ 237 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 35% ສາເຫດທີ່ປະຕິບັດບໍ່ໄດ້ຕາມຄາດໝາຍນັ້ນເນື່ອງຈາກວ່ານໍ້າບໍ່ພຽງພໍ, ປະຊາຊົນຫັນໄປປູກພືດຊະນິດອື່ນທີ່ມີລາຍຮັບດີກວ່າ ລວມທັງສະພາບອາກາດທີ່ບໍ່ເອື້ອອໍານວຍນໍາອີກ. ດ້ານການຜະລິດພືດສະບຽງອາຫານ ປະຕິບັດໄດ້ 3.765 ເຮັກຕາ, ຜົນຜະລິດໄດ້ 12 ພັນກວ່າໂຕນ ທຽບໃສແຜນການປະຕິບັດໄດ້ 70%, ການຜະລິດເປັນສິນຄ້າ ໄດ້ເລັ່ງໃສ່ປູກສາລີອາຫານສັດ, ຢາສູບ, ພືດຖົ່ວ,​ ໝາກໂມ, ຢາງພາລາ ແລະ ປູກໝາກແໜ່ງເປັນສິນຄ້າ. ດ້ານວຽກງານການຄຸ້ມຄອງປ່າໄມ້ ແລະຊັບພະຍາກອນປ່າໄມ້ ທົ່ວແຂວງມີປ່າຜະລິດແຫ່ງຊາດ 3 ແຫ່ງ, ປ່າສະຫງວນ 8 ແຫ່ງ, ສວນກ້າເບ້ຍໄມ້ 11 ແຫ່ງ ແລະສາມາດຜະລິດເບ້ຍໄມ້ໄດ້ 430 ພັນກວ່າເບ້ຍ ເທົ່າກັບ 95% ຂອງແຜນການປີ. ສໍາລັບວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ທົ່ວແຂວງຍັງມີເມືອງທຸກ 2 ເມືອງ, ມີບ້ານທຸກຍາກ 194 ແລະມີຄອບຄົວທຸກຍາກ 13.313 ຄອບຄົວ, ພົ້ນທຸກແລ້ວ 39.739 ຄອບຄົວ ເທົ່າກັບ 74,9%. ທ່ານ ບຸນຍືມ ໄຊຍະເວັນ ໄດ້ລາຍງານຕື່ມອີກວ່າ: ຄວາມເສຍຫາຍຈາກໄພພິບັດ-ນໍ້າຖ້ວມໃນໄລຍະຜ່ານມາ ມີ 2 ຄັ້ງຕິດຕໍ່ກັນໃນລະຫວ່າງເດືອນ ກໍລະກົດ 2018 ມີ 7 ເມືອງທີ່ຖືກເສຍຫາຍຢ່າງໜັກໜ່ວງລວມມູນຄ່າທັງໝົດ 32 ຕື້ກວ່າກີບ ໃນນີ້ມີ: ເນື້ອທີ່ນາປີ, ຕົ້ນໄມ້ອຸສາຫະກໍາ-ພືດອຸສາຫະກໍາ, ຊົນລະປະທານ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ.

        ໂອກາດດຽວກັນນີ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃສ່ວຽກງານການຜະລິດພາຍຫຼັງນໍ້າຖ້ວມ ແລະກະກຽມໃສ່ການຜະລິດລະດູແລ້ງ 2018ນີ້, ຈັດສົ່ງພະນັກງານວິຊາການລົງຊຸກຍູ້ສົ່ງເສີມຊ່ວຍເຫຼືອປະຊາຊົນເຮັດການຜະລິດທົດແທນຜົນເສຍຫາຍຄືນ ແນໃສ່ການຜະລິດນາແຊງ ແລະປູກພືດລະດູແລ້ງໃຫ້ທ່ວງທັນລະດູການເພື່ອສາມາດຕອບສະໜອງດ້ານອາຫານໃຫ້ພາຍໃນແຂວງຢ່າງພຽງພໍ ແລະສາມາດຂາຍເປັນສິນຄ້າໄປຍັງບັນດາແຂວງອ້ອມຂ້າງອີກດ້ວຍ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ