ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດທີ່ແຂວງ ບໍລິຄຳໄຊ

IMG_0039  IMG_0056

         ໃນລະຫວ່າງວັນທີ 27-28 ພຶດສະພາ 2019 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ເດີນທາງໄປເຄື່ອນໄຫວວຽກງານ ແລະ ຊຸກຍູ້ການຜະລິດທີ່ບ້ານ ຈອມທອງ, ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ. ໃນທີ່ປະຊຸມ ທ່ານ ພັຕ ແກ້ວ ດວງໄຊ ນາຍບ້ານໆຈອມທອງ ໄດ້ລາຍຫຍໍ້ຜົນການຈັດຕັ້ງວຽກງານ 3 ສ້າງຂອງບ້ານ ເຊິ່ງທ່ານໃຫ້ຮູ້ວ່າ: ບ້ານ ຈອມທອງ ມີເນື້ອທີ່ກະສິກຳ 200 ກວ່າເຮັກຕາ ມີຄອບຄົວພົ້ນທຸກ 350 ຄອບຄົວ; ປະເມີນຕາມດຳລັດເລກທີ 348/ລບ ມີຄອບຄົວພົ້ນທຸກ 255 ຄອບຄົວ, ມີຄອບຄົວພັດທະນາ 157 ຄອບຄົວ; ຖ້າທຽບໃສ່ດຳລັດເລກທີ 309/ນຍ ຄອບຄົວພົ້ນທຸກຫຼຸດລົງ 195 ຄອບຄົວ, ສ້າງຄອບ ຄົວພັດທະນາໄດ້ 307 ຄອບຄົວ; ສ້າງຄອບຄົວຕົວແບບດ້ານກະສິກຳໄດ້ 6 ຄອບຄົວ ແລະ ຮັບຮອງເອົາບ້ານ ຈອມທອງ ເປັນບ້ານຕົວແບບດ້ານກະສິກຳຂອງເມືອງ; ມີກອງທຶນບ້ານ (ຄຸ້ມໂພຄຳ) ຈຳນວນ 84.000.000 ກີບ ແລະ ກອງທຶນພັດທະນາບ້ານຂອງໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍວງ ຈຳນວນ 100 ລ້ານກີບ. ສຳລັບການສ້າງບ້ານ ຈອມທອງ ເປັນສີສັນຕົວເມືອງໃນຊົນນະບົດ ອີງຕາມດຳລັດ 309/ນຍ ໃນຈຳນວນ 12 ມາດ ຕະຖານ ສາມາດປະຕິບັດໄດ້ 11 ມາດຕະຖານ, ດຳລັດເລກທີ 348/ລບ ໃນຈຳນວນ 16 ເງື່ອນໄຂ ສາມາດບັນລຸໄດ້ 10 ເງື່ອນໄຂ.

        IMG_0153  IMG_0200

         ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານ ແລະ ຊຸກຍູ້ການຜະລິດທີ່ເມືອງ ໄຊຈຳພອນ, ແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເຈົ້າເມືອງໆໄຊຈຳພອນ. ໃນທີ່ປະຊຸມທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄຊຈຳພອນ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງ ໄຊຈຳພອນ ມີເນື້ອທີ່ນາທັງໝົດ 943 ເຮັກຕາ, ສະມັດຕະພາບ 3,3 ໂຕນ/ເຮັກຕາ; ນາ ແຊງ 56 ເຮັກຕາ, ສະມັດຕະພາບ 3,5 ໂຕນ/ເຮັກຕາ; ໄຮ່ 394 ເຮັກຕາ; ມີເນື້ອທີ່ປູກພືດລະດູຝົນ ແລະ ລະດູແລ້ງ ທັງໝົດ 1.500 ເຮັກຕາ (ພືດທີ່ພົ້ນເດັ່ນມີ: ສາລີ, ກ້ວຍ, ໝາກນັດ, ມັນຕົ້ນ, ໝາກເຜັດ, ອ້ອຍ); ປະຈຸບັນມີງົວ, ຄວາຍ 4.876 ໂຕ; ແບ້ 1.107 ໂຕ; ສ້າງຕາໜ່າງສັດຕະວະແພດ 17 ບ້ານ ແລະ ມີກອງທຶນຢາເພື່ອບໍລິການປະຊາຊົນ.

IMG_0181

        ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງຊຸກຍູ້ສົ່ງເສີມປະຊາຊົນ ໂດຍສະເພາະການສັກຢາສັດລ້ຽງຂອງປະຊາຊົນໃຫ້ທົ່ວເຖິງ ແລະ ປູກພືດຜັກຊະນິດຕ່າງໆໃຫ້ທ່ວງທັນກັບລະດູການ ເພື່ອຕອບສະໜອງທາງດ້ານສະບຽງອາຫານ ໃຫ້ພຽງພໍພາຍໃນແຂວງ ແລະ ສາມາດສົ່ງອອກເປັນສິນຄ້າໄປຍັງບັນດາແຂວງອ້ອມຂ້າງຕື່ມອີກ.

ໂດຍ: ເຂັມມະໄລ ສົນດາວັນ.

                                                        ກວດແກ້: ຂັນ​ຄຳ ອ້ວນ​ອຸດົມ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ