ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານ 3 ສ້າງເຂດເມືອງ ປາກລາຍ ແຂວງ ໄຊຍະບູລີ

IMG_9734

ໃນລະຫວ່າງວັນທີ 27-28 ເມສາ 2018 ຜ່ານມາ ທ່ານ ປອ ລຽນທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານ 3 ສ້າງເຂດເມືອງ ປາກລາຍ ແຂວງ ໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ອຳຄາ ລັດສະໜີ ຮອງເຈົ້າເມືອງ ເມືອງແກ່ນທ້າວ ພ້ອມດຽວກັນນີ້ກໍ່ໄດ້ຮັບຟັງການລາຍຂອງທ່ານ ບຸນສົງ ລາດຊະວົງ ນາຍບ້ານ ບ້ານໜອງ ໃຫ້ຮູ້ວ່າ: ບ້ານ ໜອງເປັນບ້ານໜື່ງ ທີ່ນອນໃນບ້ານ 3 ສ້າງ ເປັນບ້ານທີ່ມີມູນເຊື້ອໃນການດຸໜັ່ນຂະຍັນພຽນໃນການອອກແຮງງານປູກຝັງ ແລະ ລ້ຽງສັດ ມີເນື້ອທີ່ທັງໝົດ 3 ພັນກວ່າເຮັກຕາ, ໃນນັ້ນມີດີນປູກສ້າງ 5 ຮ້ອຍກວ່າເຮັກຕາ, ດີນກະສິກຳ 1 ພັນກວ່າເຮັກຕາ, ດີນປ່າປ້ອງກັນຂອງບ້ານ, ດີນປ່າສະຫງວນ, ແລະ ດີນອື່ນໆ ຈຳນວນ 1 ພັນກວ່າເຮັກຕາ, ມີປະຊາກອນພາຍໃນບ້ານ 1.800 ຄົນ, ຍິງ 885 ຄົນ, ມີ 362 ຄອບຄົວ ມີເຮືອນ 406 ຫຼັງຄາ, ປະຊາຊົນໃນເຂດດັ່ງກ່າວເຮັດການຜະລິດດ້ວຍການປູກສາລີ, ມັນຕົ້ນ ແລະ ພືດຜັກຕ່າງໆ, ນອກນັ້ນຍັງປູກຫຍ້າລ້ຽງສັດ,​ ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນໂດຍສະເລ່ຍຕໍ່ຫົວຄົນເທົ່າກັບ 2,464 ດອນລາ/ຄົນ/ປີ. ໃນມື້ຕໍ່ມາຄະນະດັ່ງກ່າວກໍ່ໄດ້ລົງຢ້ຽມຢາມເຂດຊາຍແດນລາວ-ໄທ ທີ່ດ່ານ ພູດູ່ ຊື່ງນອນໃນ 25 ດ່ານ ສາກົນ ຂອງ ສປປ ລາວ. ໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ, ພ້ອມນີ້ກໍ່ໄດ້ລົງຢ້ຽມຢາມບ້ານບວມເລົາ-ຜາແກ້ວ ເມືອງ ປາກລາຍ ແຂວງ ໄຊຍະບູລີ, ຊື່ງເປັນບ້ານຈຸດສຸມໃນການພັດທະນາ, ດ້ວຍການໂຮມບ້ານນ້ອຍໃຫ້ເປັນບ້ານໃຫ່ຍ,​ ສ້າງບ້ານໃຫຍ່ໃຫ້ກ່າຍເປັນຕົວເມືອງນ້ອຍໃນຊົນນະບົດ. ໂດຍໄດ້ຮັບຝັງການລາຍງານຈາກເລຂາພັກບ້ານໃຫ້ຮູ້ວ່າ: ບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວ ເປັນບ້ານທີ່ຕັ້ງຢູ່ໃຈກາງຂອງກຸ່ມບ້ານພັດທະນາ, ບ້ານດັ່ງກ່າວເປັນບ້ານໜື່ງທີ່ມີທ່າແຮງໃນການຜະລິດກະສິກຳເປັນສີນຄ້າເພື່ອສົ່ງອອກ, ຊື່ງປະກອນມີພົນລະເມືອງທັງໝົດ: 4.115 ຄົນ, ຍີງ 2.025 ຄົນ ມີ 1.010 ຄອບຄົວ, ມີ 95 ໜ່ວຍ ມີເນື້ອທີ່ທັງໝົດ 10 ພັນກວ່າເຮັກຕາ, ໃນນີ້ດີນກະສິກໍາກວມເອົາ 90% ຊື່ງສາມາດສ້າງລາຍຮັບໃຫ້ປະຊົນໂດຍສະເລຍ 2. ພັນກວ່າໂດລາ/ຄົນ/ປີ, ພ້ອມນີ້ບ້ານຍັງໄດ້ສ້າງຕັ້ງກອງທີໝູນຫວຽນພາຍໃນບ້ານ ມາເຖີງປະຈຸບັນມີເງີນໝູນວຽນທັງໝົດ 3 ຕື້ກວ່າກີບ.

ໃນໂອກາດທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ໃຫ້ທິດຊີ້ນຳ ແລະ ໂອລົມພໍ່ແມ່ປະຊາຊົນພາຍໃນບ້ານ ຈົ່ງພ້ອມໃຈກັນຮັກສາມູນເຊື້ອຄວາມດຸໝັ່ນຂະຍັນພຽນ ຜະລິດໃຫ້ຫຼາຍກາຍເປັນສີນຄ້າເພື່ອສົ່ງອອກ, ຈັດສັນຂອບເຂດບ້ານໃຫ້ລະອຽດ, ຊີ້ນຳໃຫ້ກົມພັດທະນາຊົນນະບົດ ແລະ ສະຫະກອນ ຕິດຕາມປະເມີນຜົນໃຫ້ຄົບມາດຕະຖານບ້ານພົ້ນໃຫ້ບັນລຸຕາມ 8 ເງື່ອນໄຂ ຕາມມາດຕະຖານ ຂອງດຳລັດເລກທີ່ 384/ລບ ວ່າດ້ວຍມາດຕະຖານພັນທຸກ ແລະ ມາດຕະຖານພັດທະນາ ໂດຍຕິດພັນກັບວຽກງານ 3 ສ້າງ ຂອງພັກ ແລະ ລັດຖະບານວາງອອກໃຫ້ປະກົດຜົນເປັນຈີງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ