ການນຳພັກ-ລັດ ຮ່ວມພິທີປ່ອຍປາ ເນື່ອງໃນວັນປ່ອຍປາ ແລະ ອານຸລັກສັດນ້ຳ-ສັດປ່າ ແຫ່ງຊາດ

IMG_34999

IMG_9786IMG_1702

    ດັ່ງ​ທີ່​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ ການອະນຸລັກ​ສັດ​ນ້ຳ ​ແລະ ສັດປ່າ​ໃຫ້​ຍືນ​ຍົງ​ ​​ເປັນ​ການ​ສ້າງ​ຄວາມອຸດົມ ສົມບູນ, ຄວາມ​ສົມ​ດຸນ​ຂອງ​ລະບົບ​ນິ​ເວດ​ທຳ​ມະ​ຊາດ, ປະກອບສ່ວນ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃຫ້​ດີ​ຂຶ້ນ ​ແລະ ​ເປັນ​ທ່າ​ແຮງ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ. ສະນັ້ນ,  ລັດ​ຈຶ່ງ​ໄດ້​ກຳນົດ​ເອົາ​ວັນ​ທີ 13 ກໍລະກົດ ຂອງ​ທຸກ​ໆປີ​ເປັນ​ວັນປ່ອຍ​ປາ ​ແລະ ວັນ​ອານຸລັກ​ສັດ​ນ້ຳ-ສັດປ່າ​ແຫ່ງ​ຊາດ. ​ເຊິ່ງປີນີ້​​​ໄດ້ໝູນວຽນມາ​ຄົບຮອບ 21 ປີ (13 ກໍລະກົດ 1996 – 13 ກໍລະກົດ 2017).

        ໃນວັນທີ 13 ກໍລະກົດນີ້ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບນະຄອນຫຼວງວຽງຈັນໄດ້ຈັດພິທີປ່ອຍປາ ແລະ ສັດນໍ້າ-ສັັດປ່າຢູ່ 3 ຈຸດຄື: ຈຸດບ້ານໄຮ່ ເມືອງ ໄຊທານີ ເຊິ່ງປ່ອຍປາລົງສູ່ນໍ້າງື່ມໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ຈຸດທ່າເຮືອຫຼັກ 4, ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາກ, ປ່ອຍປາລົງສູ່ນໍ້າຂອງ ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ອີກຈຸດໜຶ່ງທີ່ອ່າງນໍ້າຊວງ ບ້ານ ສີວິໄລ ເມືອງ ນາຊາຍທອງ, ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ບຸນ​ຂວາງ ຄຳ​ບຸນ​ເຮືອງ ​ແລະ ທ່ານ ຄຳ​ບຸນ​ນັດ ​ໄຊ​ຍະ​ນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມ​ດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກິດຈະກໍາການປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດໃນຄັ້ງນີ້ປະເພດປາທີ່ນໍາມາປ່ອຍປະກອບດ້ວຍປາ​ປາກ, ປາ​ເອິນ ແລະ ປາ​ແກງ ຈຳ​ນວນ​ 300.000 ກວ່າໂຕ ພ້ອມດ້ວຍກຸ້ງ ​ແລະ ນົກ​ຈຳ​ນວນ​ໜື່ງ. ໂດຍໃນປີນີ້ກະຊວງກະສິກໍາ ແລະ ປ່າໄມ້ ຄາດຄະເນວ່າຈະປ່ອຍປາ ແລະ ສັດນໍ້າ-ສັດປ່າປີນີ້ແຕ່ເດືອນ ກໍລະກົດ-ເດືອນກັນຍາ ທົ່ວປະເທດຈະປ່ອຍປາ, ສັດ​ນ້ຳ ​ແລະ ສັດປ່າ ​ໃຫ້​ໄດ້ຫຼາຍກວ່າ 40 ລ້ານໂຕ ໂດຍເລັ່ງໃສ່ນໍ້າຂອງ, ສາຂາ​ແມ່ນ້ຳຂອງ, ອ່າງ​ເກັບ​ນ້ຳ, ​ເຂື່ອນ​ໄຟຟ້າ, ອ່າງ​ເກັບ​ນ້ຳຊົນລະປະ ທານ ​ແລະ ຫ້ວຍໜອງຄອງ​ບຶງ​ຕ່າງໆ ລວມທັງໜອງສະ​ຂອງ​ສ່ວນບຸກຄົນ. ​ກໍ່ເພື່ອ​ເປັນ​ການປົກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ໃຫ້​ຍືນ​ຍົງ​ຕະ​ລອດ.

ໂດຍ:  ເຂັມ​ມະ​ໄລ ​ແລະ ສີ​ອຳມອນ

ກວດ​ແກ້: ທ່ານ ​ແສງປະ​ເສີດ ​ມັດ​ທຸ​ຈັນ

 

 

 

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ