ການຕິດຕາມພະຍາດສັດຕູພືດ ເພື່ອປັບປຸງຄຸນນະພາບການບໍລິການສະພາບອາກາດ ໃຫ້ແກ່ຊາວກະສິກອນ

WhatsApp Image 2020-06-11 at 09.19.55     WhatsApp Image 2020-06-11 at 09.19.57

          ສູນປ້ອງກັນພືດ, ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມມືກັບ ພະແນກພູມອາກາດ, ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທະມະຊາດ ແລະ ສິ່ງແວດລ້ອມ ເພື່ອປັບປຸງຄຸນນະພາບຂອງການບໍລິການພະຍາກອນອາກາດ ໃຫ້ແກ່ວຽກງານການຜະລິດກະສິກຳ ໃຫ້ການສະໜັບສະໜູນໂດຍອົງການ FAO-SAMIS. ລະບົບ LaCSA ຄື: ລະບົບບໍລິການອຸຕຸກະເສດ ຜ່ານທາງແອບພຣິເຄເຊິນ ແບບອອນໄລ (URL http://147.46.250.219:8081/), ຂໍ້ມູນເລົ່ານີ້ປະກອບມີ: ການຜະລິດບົດແຈ້ງຂ່າວອຸຕຸກະເສດປະຈຳອາທິດ ແລະ ປະຈຳເດືອນແບບຕໍ່ເນື່ອງ, ມາຕັ້ງແຕ່ປີ 2019. ແນວໃດກໍ່ຕາມລະບົບບໍລິການພະຍາກອນອາກາດ ແມ່ນນຳໃຊ້ເຂົ້າໃນການທຳນາຍດິນຟ້າອາກາດ ໂດຍອີງໃສ່ຂໍ້ມູນດ້ານພູມອາກາດ ແລະ ອຸຕຸນິຍົມ. ແທ້ຈິງແລ້ວ, ການນຳເອົາຂໍ້ມູນພະຍາກອນສັດຕູພືດ ແລະ ພະຍາດແມງໄມ້ ທີ່ມີຢູ່ໃນພາກພື້ນດິນແມ່ນເປັນສິ່ງຈຳເປັນ ເພື່ອນຳເອົາມາປັບປຸງການສ້າງແຜນທີ່ຈຳລອງສັດຕູພືດ ແລະ ພະຍາດພືດທີ່ມີຄຸນນະພາບ ລວມທັງການແຈ້ງເຕືອນໄພລ່ວງຫນ້າ ໃຫ້ທັນກັບເວລາ ເຊິ່ງນຳໃຊ້ລະບົບ LaCSA (ລະບົບບໍລິການອຸຕຸກະເສດ).

          ສຳລັບການເກັບກຳຂໍ້ມູນຂັ້ນເມືອງ, ສູນປ້ອງກັນພືດ ແລະ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຮັດວຽກຮ່ວມກັນ ເປັນຕົ້ນມາ ເພື່ອປັບປຸງຄຸນນະພາບການພະຍາກອນອາກາດ ຜ່ານທາງລະບົບ LaCSA (ລະບົບບໍລິການອຸຕຸກະເສດ) ນັບແຕ່ເດືອນ ກຸມພາ ປີ 2020. ທຸກໆວັນທີ 25 ຂອງແຕ່ລະເດືອນ, ສູນປ້ອງກັນພືດຈະສົ່ງບົດລາຍງານ ກ່ຽວກັບການລະບາດຂອງພະຍາດພືດ ແລະ ສັດຕູພືດຢູ່ເມືອງຕ່າງໆ ມາຍັງພະແນກພູມອາກາດ, ກົມອຸຕຸ ຢ່າງເປັນປະຈຳ. ສູນປ້ອງກັນພືດໃຊ້ເຕັກນິກການເກັບກຳຂໍ້ມູນຈາກທ້ອງຖິ່ນ ໂດຍການປະສານງານຫາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຂອງ 177 ຕົວເມືອງ ໂດຍຜ່ານພະແນກກະສິກຳ ແລະ ປ່າໄມ້ແຂວງ ຂໍ້ມູນຖືກສັງລວມເອົາໄວ້ໃນແບບຟອມ, ເຊິ່ງອອກແບບ ແລະ ກະກຽມໂດຍຜູ້ຊ່ຽວຊານຂອງ ໂຄງການ SAMIS. ນອກຈາກນີ້, ສູນປ້ອງກັນພືດ ຍັງໄດ້ສົ່ງຂໍ້ມູນການລະບາດຂອງພະຍາດພືດ ໄປຍັງທີມງານພູມອາກາດໂດຍກົງ ເຊິ່ງເປັນສູນກາງການເກັບກຳຂໍ້ມູນ ແລະ ຂໍ້ມູນດັ່ງກ່າວຈະຖືກນຳໃຊ້ໂດຍພະແນກພູມອາກາດ ເພື່ອກຽມພ້ອມອອກແຈ້ງຂ່າວພະຍາກອນອາກາດປະຈຳເດືອນ ໃຫ້ແກ່ 18 ແຂວງ ທົ່ວປະເທດ.

WhatsApp Image 2020-06-11 at 09.19.57 (1)     WhatsApp Image 2020-06-11 at 09.19.56

ຂ່າວພະຍາກອນອາກາດປະຈຳເດືອນ ມັງກອນ ປີ 2020 ສະບັບພາສາອັງກິດ ແມ່ນມີຫນ້າເວບໄຊ ລຸ່ມນີ້:​

https://www.facebook.com/photo?fbid=268957001008367&set=pcb.268958467674887

ຂ່າວພະຍາກອນອາກາດປະຈຳເດືອນ ມັງກອນ ປີ 2020 ສະບັບພາສາລາວ ແມ່ນມີຫນ້າເວບໄຊ ລຸ່ມນີ້:​

https://www.facebook.com/photo?fbid=268962601007807&set=pcb.268963364341064

         ການແຈ້ງຂ່າວທີມີຄຸນນະພາບ ແມ່ນໄດ້ຮັບການປັບປຸງໂດຍການເກັບກຳຂໍ້ມູນຕາມເວລາແທດເໝາະກັບສະ ພາບຕົວຈິງ, ບົດລາຍງານການລະບາດຂອງພະຍາດພືດຕາມເວລາຕົວຈິງ. ໃນວັນທີ 25 ເດືອນ ພຶດສະພາ 2020, ເຊິ່ງນັບຕັ້ງແຕ່ວັນທີ 25 ເດືອນ ເມສາ ຫາ ວັນທີ 25 ພືດສະພາ 2020 ໃນຊ່ວງໄລຍະດັ່ງກ່າວ ສູນປ້ອງກັນພືດໄດ້ມີການລາຍງານການລະບາດຂອງບົ້ງຝຸງສາລີ ໃນ 3 ແຂວງຄື: ແຂວງ ຫຼວ ງພະບາງ, ອຸດົມໄຊ ແລະ ແຂວງ ໄຊຍະບູລີ, ການລະ ບາດຂອງສັດຕູພືດດັ່ງກ່າວ ເປັນສາເຫດເຮັດໃຫ້ອັດຕາການຜະລິດສາລີຂອງຊາວກະສິກອນ ເສຍຫາຍ 10 – 80% ຂອງຜົນຜະລິດທັງໝົດ ແຕ່ພື້ນທີ່ສ່ວນຫຼາຍໃນປະເທດບໍ່ມີການລະບາດຂອງສັດຕູພືດ. ສຳລັບ​ບົດແນະນຳກ່ຽວກັບການພະຍາກອນສະພາບອາກາດລະດູການ ທີ່ຖືກຜະລິດຂື້ນໃນເດືອນ ມິຖຸນາ ກໍ່ໄດ້ຮັບການປັບປຸງດີຂື້ນ ເພື່ອຕອບໂຕ້ກັບສະພາບການລະບາດໃນປະຈຸບັນ. ບັນດາຂໍ້ມູນທີ່ໄດ້ຮັບການປັບປຸງຄຸນນະພາບການລາຍງານພະຍາກອນອາກາດ ເພື່ອເຮັດໃຫ້ເປັນໄປຕາມການແນະນຳຂອງການແຈ້ງການພະຍາກອນອາກາດ ຢ່າງເໝາະສົມໂດຍອີງໃສ່ຄວາມເປັນຈິງຂອງພາບພື້ນທີ່. ບົດແຈ້ງຂ່າວພະຍາກອນອາກາດ ແມ່ນໄດ້ສ້າງຄວາມໄວ້ວາງໃຈໃຫ້ແກ່ຊາວກະສິກອນຢ່າງຫລວງຫລາຍ ຍ້ອນວ່າຊາວກະສິກອນໄດ້ຮັບຮູ້ຂໍ້ມູນທີ່ຫນ້າເຊື່ອຖື ແລະ ໝັ້ນໃຈ. ໃນດ້ານຫລັກການແລ້ວ ບົດແຈ້ງຂ່າວພະຍາກອນອາກາດຈະໄດ້ຮັບການປັບປຸງດີຂື້ນ ເພື່ອຊ່ວຍເພິ່ມຜົນຜະລິດ, ຮັບປະກັນສະບຽງອາຫານຂອງຊາວກະສິກອນໃຫ້ຫລາຍຂື້ນກວ່າເກົ່າ. ພ້ອມນີ້, ບົດແຈ້ງຂ່າວພະຍາກອນອາກາດ ຍັງໄດ້ຕອບສະໜອງໃຫ້ແກ່ການຈັດການສັດຕູພືດແບບປະສົມປະສານ ໃນບັນດາຂົງເຂດທີ່ມີການແຜ່ລະບາດຂອງພະຍາດ. ນອກຈາກນັ້ນ, ກໍ່ເພື່ອເປັນການໂຄສະນາເຜີຍແຜ່ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ຊາວກະສິກອນ ກ່ຽວກັບພະຍາດ ແລະ ສັດຕູພືດທີ່ລະບາດຢູ່ໃນພື້ນທີ່ນັ້ນດ້ວຍ.

WhatsApp Image 2020-06-11 at 09.19.58      WhatsApp Image 2020-06-11 at 09.19.55 (1)

           ກ່ຽວກັບບົດລາຍລາຍງານກ່ຽວກັບ ສັດຕູພືດ ແລະ ພະຍາດຂັ້ນຕອນຕໍ່ໄປ: ໃນປະຈຸບັນນີ້ບັນດາຂໍ້ມູນ ສຳລັບອຸຕຸກະເສດທີ່ໄດ້ສ້າງຂື້ນ, ສູນປ້ອງກັນພືດທີ່ມີຢູ່ໃນປະຈຸບັນນີ້ ແມ່ນໄດ້ຖືກຈັດເກັບໄວ້ໃນລະບົບ ລັກຊາ   (LaCSA) ເຊິ່ງຕອນນີ້ປະຊາຊົນຍັງບໍ່ສາມາດເຂົ້າເຖິງຂໍ້ມູນເລົ່ານັ້ນໄດ້ ເພາະກຳລັງຢູ່ໃນໄລຍະການທົດຂອງທີມງານສູນປ້ອງກັນພືດ ແລະ ກົມອຸຕຸ ທີ່ກຳລັງເຮັດວຽກຮ່ວມກັນເພື່ອຄົ້ນຄວ້າວ່າຈະນຳໃຊ້ປະໂຫຍດຂອງຂໍ້ມູນ ອອກສູູ່ສັງຄົມທີ່ມີລັກສະນະອັດສະລິຍະຕໍ່ໄປ ແຕ່ຂໍ້ມູນດັ່ງກ່າວແມ່ນພຽງແຕ່ນຳໃຊ້ ເຂົ້າໃນການຜະລິດບົດແຈ້ງຂ່າວພະຍາກອນອາກາດເທົ່ານັ້ນ. ແນວໃດກໍ່ຕາມ, ໄລຍະສອງສາມເດືອນຕໍ່ຫນ້າ, ຂໍ້ມູນຕິດຕາມພະຍາດ ແລະ ສັດຕູພືດ ເຊິ່ງຜະລິດໂດຍສູນປ້ອງກັນພືດ ຈະຖືກສ້າງຂື້ນເຮັດໃຫ້ເຫັນໄດ້ຢ່າງຈະແຈ້ງໃນລະບົບລັກຊາ   (LaCSA system) ເຊິ່ງຂໍ້ມູນດັ່ງຈະເປັນບ່ອນອີງໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ເພື່ອຊ່ວຍໃນການປະເມີນກໍລະນີເກີດສະພາບການລະບາດຂອງພະຍາດ ໃຫ້ທັນກັບເວລາ ເຊິ່ງມັນຈະຊ່ວຍເຮັດໃຫ້ມີການກວດກາເບິ່ງສະພາບການໄດ້ຢ່າງວ່ອງໄວ ແລະ ມີລັກສະນະສົມບູນ. ພ້ອມນີ້, ຍັງເປັນບົດນຳສະເໜີຂໍ້ມູນໃຫ້ກັບບັນດາຜູ້ຊ່ຽວຊານຕ່າງປະເທດ ແລະ ຜູ້ໃຫ້ທຶນ ສືບຕໍ່ໃຫ້ການສະໜັບສະໜູນແຜນການປັບປຸງຊີວິດການເປັນຢູ່ ຂອງຊາວຊົນນະບົດໃນ ສປປລາວຕື່ມອີກ.

ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການ SAMIS ສາມາດເຂົ້າຊົມໄດ້ໃນເວບໄຊ໌:

http://www.fao.org/in-action/samis/en/.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ