ກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້ (FIP)

IMG_7887 IMG_788777

 

      ເພື່ອເສີ່ມຂະຫຍາຍບັນດາປະເທດຄູ່ຮ່ວມງານໃນການຮຽນຮຸູ້ ແລະປະສານງານ ກ່ຽວກັບວຽກງານການລົງທຶນດ້ານປ່າໄມ້ ໃຫ້ມີການຂະຫຍາຍໃນຕໍ່ໜ້າ.ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ປະຈໍາປີ ຂອງແຜນງານການລົງທຶນດ້ານປ່າໄມ້  “(FIP)ຂຶ້ນທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ອ່ຽນ ເກຣ Ian Gray ຜູ້ປະສານງານ ອາວຸໂສ ແຜນງານການລົງທຶນດ້ານປ່າໄມ້ ພ້ອມນີ້ ມີແຂກທີ່ຖືກເຊີນມາຈາກ 5 ທະວີບ ມີ 60 ປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.

              ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນລະຫວ່າງວັນທີ 27-29 ກັນຍາ 2017ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ເພື່ອນໍາເອົາບັນດາປະເທດສະມາຊິກ ທີ່ໄດ້ເຂົ້າຮ່ວມການຈັດຕັ້ງປະຕິບັດ ແຜນງານການລົງທຶນດ້ານປ່າໄມ້ ມາປຶກສາຫາລື ໂດຍການລະດົມແນວຄວາມຄິດ, ຖອດຖອນ ແລະແລກປຽນບົດຮຽນເຊິ່ງກັນ ແລະ ກັນ. ລວມທັງແລກປ່ຽນປະສົບການໃນການກໍາເນີນການຄຸ້ມຄອງປ່າໄມ້ ແບບຍືນຍົງຢູ່ບັນດາປະເທດຮ່ວມແຜນງານແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງແຕ່ລະປະເທດ, ໂດຍສະເພາະແມ່ນ ຮູບແບບ, ວິທີການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງໄມ້ ຂອງພາກລັດ, ເອກະຊົນ ລວມທັງ ວິທີການຈັດຕັ້ງປະຕິບັດ ຂອງປະຊາຊົນບັນດາເຜົ່ານໍາອີກ.

         ໂອກາດນີ້, ຜູ້ແທນກອງປະຊຸມ ຍັງໄດ້ລົງຢ້ຽມຢາມພາກສະໜາມ ເພື່ອຕິດຕາມຄວາມຄືບໜ້າ ແລະ ຖອດຖອນບົດຮຽນ ຮ່ວມກັບ ອໍານາດການປົກຄອງ ທ້ອງຖິ່ນ ລວມທັງ ປະຊາຊົນບັນດາເຜົ່າ ທີ່ມີການຈັດຕັ້ງປະຕິບັດໜ້າວຽກ ແລະ ກິດຈະກໍາ ທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການຫຼຸດຜ່ອນອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ຢູ່ໃນ 04 ຈຸດເປົ້າໝາຍ ຄື: ຕາດກວາງຊີ, ບ້ານລ່ອງລັນ, ສວນປູກໄມ້ສັກ ເຂດບ້ານຫຼັກ 10 ແລະ ສວນພຶກສາ ຜາຕັດແກ້ ນໍາອີກ.

ຂ່າວໂດຍ: ສອນເພັດ ສຸລິພອນ 28/ 09/ 2017

ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ