ກອງປະຊຸມ ຄະນະກໍາມະການ ແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF)

2 1

           ໃນລະຫວ່າງວັນທີ 25-27 ກັນຍາ 2017 ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ຄະນະກໍາມະການ ຂອງແຜນງານຄູ່ຮ່ວມກາກບອນປ່າໄມ້ (FCPF)ຄັ້ງທີ 24ຂຶ້ນທີ່ ໂຮງແຮມສັນຕິ ຣີສອດ,​ ແຂວງ ຫຼວງພະບາງ ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆ ຫຼວງພະບາງ, ທ່ານ ຊ່ອງ ຄຣິດສະຕອບ ກາເຣ  ຫົວໜ້າທະນາຄານໂລກ ປະຈໍາລາວ. ພ້ອມນີ້ ມີແຂກທີ່ຖືກເຊີນມາຈາກ 5 ທະວີບ ມີ 60 ປະເທດ ເຂົ້າຮ່ວມທັງໝົດ 100 ກວ່າທ່ານ.           ຈຸດປະສົງປະສົງກອງປະຊຸມໃນຄັ້ງນີ້ເພື່ອເປັນການ ຮັບຮອງເອົາແຜນງານ ຄົບຊຸດ ຂອງການກຽມຄວາມພ້ອມຂອງປະເທດສະມາຊິກ ຄື: ເອທິໂອເປັຍ, ອິນໂດເນເຊຍ, ລີເບີເຣຍ, ມາດາກາສກາ ແລະ ນີກາລາກົວ ແນ່ໃສ ຊຸກຍູ້ ແລະ ສະໜັບສະໜູນ ໃຫ້ປະເທດດັ່ງກ່າວ ສາມາດນໍາສົ່ງ ບົດສະເໜີໂຄງການ ສ້າງສິນເຊື່ອກາກບອນປ່າໄມ້ ໃຫ້ແກ່ ກອງທຶນກາກບອນປ່າໄມ້; ຮັບຮອງເອົາ ການສະເໜີເພີ່ມງົບປະມານ ໃຫ້ແກ່ປະເທດສະມາຊິກ ຄື: ແອວສາວາດໍ້, ໄນຈີເຣຍ ແລະ ໂຕໂກ; ປະເມີນບົດສະເໜີໂຄງການສ້າງຄວາມພ້ອມ ກ່ຽວກັບວຽກງານຫຼຸດຜ່ອນອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້. ພ້ອມນີ້, ໃນທີປະຊຸມຍັງໄດ້ສະເໜີຂໍ້ມູນລ້າສຸດ ກ່ຽວກັບງົບປະມານ ສໍາລັບການກຽມຄວາມພ້ອມ ຂອງຄູ່ຮ່ວມກາກບອນປ່າໄມ້ສາກົນ, ຜົນການທົບທວນ ກອບວຽກທາງດ້ານການຕິດຕາມ ກວດກາ ແລະ ປະເມີນຜົນ ຂອງຄູ່ຮ່ວມກາກບອນປ່າໄມ້ສາກົນ ແລະ ສະເໜີຜົນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017 ທາງດ້ານວິຊາການ, ສະຫຼຸບລາຍງານດ້ານງົບປະມານ ລວມທັງ ສະຖານະພາບ, ແຜນງານການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງທາງສັງຄົມ ນໍາອີກ.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ 25/ 09/ 2017

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ