ກອງປະຊຸມເຜີຍແຜ່ ຜົນຂອງການປະເມີນກາງສະໄໝ 4 ມາດຕະການ ບູລິມະສິດ ຂອງຂະແໜງການກະສິກໍາ

1  2

           ໃນຕອນບ່າຍວັນທີ 20 ກັນຍາ 2018 ກອງເລຂາໂພຊະນາການ, ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນຂອງການປະເມີນກາງສະໄໝ 4 ມາດຕະການບູລິມະສິດ ຂອງຂະແໜງການກະສິກໍາໃນແຜນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ແລະແຜນປະຕິບັດງານ 2016-2020 ຂຶ້ນຢູ່ໂຮງແຮມ ເມີຄິ້ວ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ມີບັນດາຮອງຫົວໜ້າກົມອ້ອມຂ້າງກະຊວງ, ຊ່ຽວຊານໂຄງການ ພ້ອມດ້ວຍແຂກທີ່ຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

         ຈຸດປະສົງຂອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງການລາຍງານ ຜົນໄດ້ຮັບເບື້ອງຕົ້ນ ຕໍ່ການປະເມີນຜົນກາງສະໄໝ 4 ມາດຕະການບູລິມະສິດ ຂອງຂະແໜງການກະສິກໍາ ພາຍຫຼັງການລົງເກັບກໍາຂໍ້ມູນພາກສະໜາມ ແລະ ເພື່ອປະກອບຄໍາຄິດຄໍາເຫັນ ຕໍ່ກັບບົດລາຍງານເບື້ອງຕົ້ນຂອງທີມງານສະເພາະກິດ, ວຽກງານປະເມີນຜົນກາງສະໄໝ 4 ມາດຕະການບູລິມະສິດ ຂອງຂະແໜງການກະສິກໍາ ແລະປ່າໄມ້. ໃນກອງປະຊຸມ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ:ຂະແໜງການກະສິກໍາເປັນຂະແໜງການໜຶ່ງທີ່ໄດ້ປະກອບສ່ວນສໍາຄັນໃນດ້ານການພັດທະນາປະເທດຊາດ. ພ້ອມດຽວກັນນີ້,ຍັງມີຫຼາຍຊຸມຊົນ ໂດຍສະເພາະ ຊຸມຊົນໃນເຂດຊົນນະບົດ ທີ່ຍັງບໍ່ມີໂອກາດໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດ ຊື່ງຈະຕ້ອງມີການສືບຕໍ່ແກ້ໄຂໃນຕໍ່ໜ້າ. ນອກນັ້ນ, ທ່ານ ປະທານກອງປຊຸມ ໄດ້ຮຽກຮ້ອງໃຫ້ທຸກຂະແໜງການໃຫ້ເພີ້ມທະວີຮ່ວມມືກັນ ທັງໃນລະດັບທ້ອງຖິ່ນແລະລະດັບຊາດ, ເພື່ອຮັບປະກັນການສະໜອງອາຫານໃຫ້ທຸກໆຄົນໃນຊຸມຊົນ ຂອບເຂດທົ່ວປະເທດ ສາມາດເຂົ້າເຖິງອາຫານທີ່ມີໂພຊະນາການ ເພື່ອຊ່ວຍໃຫ້ຊຸມຊົນເຫຼົ່ານັ້ນ ມີສຸຂະພາບທີ່ແຂງແຮງ.

ຂຽນຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ