ກອງປະຊຸມເຜີຍແຜ່ ດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພັນທຸກ ແລະ ມາດຕະຖານພັດທະນາ

IMG_9695

ເພື່ອຈັດຕັ້ງຜົນຂະຫຍາຍຕາມລຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່,​ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມພັກ ແລະ ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ.

ໃນຕອນເຊົ້າວັນທີ 28 ເມສາ 2018 ຜ່ານມານີ້ ທີ່ສະໂມສອນ ຂອງເມືອງ ປາກລາຍໄດ້ຈັດກອງປະຊຸມ ຈັດຕັ້ງເຜີຍແຜ່ ດຳລັດເລກທີ 348 ວ່າດ້ວຍມາ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ການຜັນຂະຫຍາຍສ້າງຕົວແບບກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບວຽກງານ 3 ສ້າງ, ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ພົວສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ ພ້ອມນີ້ມີບັນດາກົມ, ຫ້ອງການ ພະແນກການຂອງແຂວງ ຂອງ ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນທີ່ປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອສືບຕໍ່ການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢ່າງເປັນລະບົບຕໍ່ເນື່ອງ, ຄະນະບໍລິຫານງານພັກແຂວງ ແຕ່ລະສະໄໝກໍໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກຍຸດທະສາດສໍາຄັນ ແລະ ເປັນແບບແຜນນໍາພາວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ແນ່ໃສ່ກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ສໍານັກງານອົງການບ້ານ ໂດຍສຸມໃສ່ປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

IMG_9650

IMG_9660 IMG_9711

ເປັນກ້າວໆມາ, ເພື່ອບັນລຸຄາດໝາຍ ມະຕິ Xຂອງພັກ, ມະຕິ VI ຂອງຄະນະບໍລິຫານງານພັກແຂວງວາງອອກ, ໃນການເພີ່ມທະວີການນໍາພາຂອງພັກ ກ່ຽວກັບການສືບຕໍ່ ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ແຂວງໄຊຍະບູລີ. ພ້ອມນີ້ກໍ່ໄດ້ຮັບຝັງການລາຍງານຈາກທ່ານ ເຈົ້າເມືອງປາກລາຍ,​ນາຍບ້ານບ້ານ ບວມເລົາ-ຜາແກ້ວ ແລະ ບ້ານ ບົວບານ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງໄລຍະທີ່ຜ່ານມາ ຊື່ງສະແດງໃຫ້ເຫັນໃນຫຼາຍໆດ້ານມີການພັດທະນາ, ມີການສົ່ງເສີມການຜະລິດຢ່າງເປັນຈຸດສຸມ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ໝັ່ນຄົງ, ສາມາດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.

ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສຳຄັນ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຊີ້ນຳ ແລະ ໂອລົມຕໍ່ພະນັກງານທຸກຂັ້ນ ຈົ່ງພ້ອມໃຈກັນເປັນຈິດໜື່ງໃຈດຽວກັນ ປະຕິບັດດຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃຫ້ປະກົດຜົນເປັນຈີງ. ຊື່ງປະກອບມີ 6 ໝວດ; 19 ມາດຕາ ໂດຍສະເພາະ ມາດຕະຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ ການກໍານົດເງື່ອນໄຂພື້ນຖານທາງດ້ານເສດຖະກິດ-ສັງຄົມ ເພື່ອວັດແທກຄອບຄົວ, ບ້ານ ແລະ ເມືອງພົ້ນທຸກ ທີ່ມີລັກສະນະຮອບດ້ານ ເພື່ອວັດແທກຜົນສໍາເລັດຂອງການສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ທີ່ຕິດພັນກັບວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,​ສ້າງເມືອງໃຫ້ເຂັມແຂງຮອບດ້ານ, ສ້າງບ້ານໃຫ້ກາຍເປັນບ້ານພັດທະນາ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ