ກອງປະຊຸມສໍາມະນາລະດັບຊາດ ກ່ຽວກັບການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າເພື່ອປະກອບສ່ວນຄວາມປົກຫຸ້ມໃຫ້ໄດ້ 70 ສ່ວນຮ້ອຍ ໃນປີ 2020

IMG_4626

   ໃນ​ວັນ​ທີ 5 ມີນາ 2018 ກະຊວງ ກະສິກໍາ ​ແລະ ປ່າ​ໄມ້, ​ໄດ​້​ເປີດ​ກອງ​ປະຊຸ​ມສໍາ​ມະ​ນາ​ລະດັບ​ຊາດ ກ່ຽວກັບ​ການສົ່ງ​ເສີມ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ເພື​່ອປະກອບສ່ວນ​ຄວາມ​ປົກ​ຫຸ້ມ​ໃຫ້​ໄດ້ 70 ສ່ວນ​ຮ້ອຍ ​ໃນ​ປີ 2020 ຂື້ນ, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ ຮອງນາຍົກ​ລັດຖະມົນຕີ ​ແຫ່ງ ສປປ ລາວ ພ້ອມ​ນີ້​ມີ​ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ ກປ, ທ່ານ ຮອງ​ລັດຖະມົນ​ຕີ​ກະຊວງ ກປ, ທ່ານ ຮອງ​ເຈົ້າ​ແຂວງ, ພະ​ແນ​ກ ກປ ​ແຂວງ, ນະຄອນຫຼວງ, ຫົວໜ້າ-ຮອງ​ຫົວໜ້າ ຫ້ອງການ, ກົມ, ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ ​ແລະ ພາກສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

IMG_3

   ຈຸ​ດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ເພື່ອ​ປຶກສາ​ຫາລື​ກໍານົດ​ມາດ​ຕະການ ​ແລະ ນະ​ໂຍບາຍ​ເພື​່ອກະຕຸກ​ຊຸກຍູ້​ການ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ໃຫ້​ມີ​ຄວາມສອດ​ຄ່ອງ ​ແລະ ​ແທດ​ເໝາະ​ກັບ​ສະພາບ​ຈຸດ​ພິ​ເສດ​ຂອງ​ປະ​ເທ​ດເຮົາ ພ້ອມ​ນັ້ນກໍ່​ແນ່​ໃສ່​ແກ້​ໄຂ​ບັນຫາ​ປະກົດການ​ຫຍໍ້​ທໍ້ ​ແລະ ຂໍ້ຄົງຄ້າງ​ຕ່າງໆ​ໃນ​ວຽກ​ງານ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ໃນ​ທົ່ວ​ປະ​ເທດ. ​ໃນ​ທີ່​ປະຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການຈັດ​ຕັ້ງປະຕິບັດຍຸດ​ທະ​ສາດ​ປ່າ​ໄມ້ກ່ຽວກັບ​ການ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ ​ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ; ບາງບົດຮຽນ​ກ່ຽວກັບ​ການ​ສົ່ງ​ເສີມ​ການ​ປູກ​ໄມ້​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ​ໄມ້​ທີ່​ຣາຊະອານາຈັກຊູ​ແອດ; ບາງ​ບົດຮຽນ, ທິດ​ທາງ ​ແລະ ​ແຜນການ​ກ່ຽວກັບ​ການ​ປູກ ​ແລະ ການ​ຕະຫຼາດ​ຊະນິດ​ພັນ​ໄມ້​ໃຫຍ່​ໄວ; ການ​ປູກ ​ແລະ ການ​ຕະຫຼາດ​ໄມ້​ປູກ ​ແລະ ​ໄມ້​ພື້ນເມືອງ​ໃນ ສປປ ລາວ. ຫຼັງ​ຈາກ​ນັ້ນ, ທ່ານ​ປະທານ​ກໍ່​ໄດ້​ເຈາະ​ຈີ້ມ​ບາງ​ບັນຫາ​ດັ່ງ​ນີ້: 1. ນະ​ໂຍບາຍ ​ແລະ ນິຕິ​ກໍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ທີ່​ຈັດ​ຕັ້ງ​ປະຕິບັດ​ໃນ​ປັດຈຸບັນ​ເຫັນ​ວ່າ​ມີ​ອັນ​ໃດ​ສອດ​ຄ່ອງ ຫຼື ມີ​ອັນ​ໃດ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ; 2.​ຂໍ້​ຫຍຸ້ງຍາກ ຫຼື ອຸປະ​ສັກ​ທີ່​ເປັນ​ສິ່ງ​ກົດ​ໜ່ວງ​ຖ່ວງ​ດຶງກາ​ນລົງທຶນ​ການ​ປູກ​ໄມ້​ໃນ​ໄລຍະ​ຜ່ານ​ມາມີ​ຫຍັງ​ແດ່​ທີ່​ຈະ​ນໍາ​ສະ​ເໜີ​ຕໍ່​ລັດຖະບານ​ເພື່ອ​ແກ້​ໄຂ​ຢ່າງ​ຂາດ​ຕົວ; 3.​ນະ​ໂຍບາຍ​ກ່ຽວກັບ​ການ​ສົ່ງ​ເສີມ​ການ​ປຸງ​ແຕ່ງ​ໄມ້ປູກ ​ແລະ ການ​ຕະຫຼາດ​ມີ​ອັນ​​ໃດ​ແດ່​ທີ່ຈະ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ; 4. ການ​ພັດທະນາ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ ລວມທັງ​ການ​ພັດທະນາ​ສີມື​ແຮງ​ງານ​ໃນ​ການ​ປຸງ​ແຕ່ງ​ໄ​ມ້ປູກ​ໃນ​ໄລຍະ​ຜ່ານ​ມາ​ໄດ້ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຄື​ແນວ​ໃດ. ຕໍ່ກັບ​ການ​ເຈາະ​ຈີ້ມ​ດັ່ງກ່າວ​ໄດ້​ເປີດ​ກ້ວາງ​ປຶກສາ​ຫາລື ​ແລະ ປະກອບ​ຄໍາ​ເຫັນ​ຈາກ​ບັນດາ​ຜູ້​ແທນ​ໃນ​ກອງ​ປະຊຸມ​ດ້ວຍ​ບັນຍາກາດ​ອັນ​ຟົດ​ຟື້ນ.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ແລະ ​ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ