ກອງປະຊຸມສະໄໝສາມັນຄັ້ງທີ XV ຂອງສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2

IMG_9300 IMG_9307

                 ເພື່ອໃຫ້ວຽກງານການຄຸ້ມຄອງບໍລິຫານຈັດການອ່າງນ້ຳເທີນ 2 ໃຫ້ມີຄວາມຢືນຍົງ. ໃນວັນທີ 15 ພະຈີກ ຜ່ານມາສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ XV ຂຶ້ນໂດຍການເປັນປະທານຂອງ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຫົວໜ້າສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ນອກນັ້ນຍັງມີ ບັນດາທ່ານ ຮອງປະທານ, ຄະນະສະພາບໍລິຫານ ແລະ ຫົວໜ້າກອງເລຂາອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ເຂົ້າຮ່ວມ.

            ໃນທີ່ປະຊຸມ ທ່ານ ທອງແອັດ ໄພວັນ ຮັກສາການຫົວໜ້າກອງເລຂາອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ໄດ້ລາຍງານຜົນຂອງການ ຈັດຕັ້ງປະຕິບັດແຜນດໍາເນີນງານຄັ້ງທີ 2 ໄລຍະ 5 ປີ ເດືອນ ຕຸລາ 2012 ຫາ ເດືອນກັນຍາ 2017 ແລະ ແຜນດຳເນີນງານຄັ້ງທີ 3  2017-2021 ແມ່ນສາມາດບັນລຸຕາມແຜນການທີ່ວາງໄວ້ເປັນຕົ້ນ:  ປັບປຸງດຳລັດ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ປົກປັກ ຮັກສາປ່າສະຫງວນນາກາຍນ້ຳເທີນ ແລະ ເຂດແຫຼ່ງນ້ຳເທີນ 2, ເພີ່ມທະວີຄວາມສາມາດໃນການຄຸ້ມຄອງບໍລິຫານ, ຮ່ວມມືກັບທີມ ງານຊຽ່ວຊານ, ການແກ້ໄຂໄພຂົ່ມຂູ່ຕໍ່ເຂດແຫຼ່ງນ້ຳ ເພື່ອເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນ້ຳ ນ້ຳເທີນ2, ການປະສານສົມທົບກັບອຳນາດການປົກຄອງເມືອງນາກາຍເພື່ອລົງຊຸກຍູ້ວຽກງານຮາກຖານຢູ່ສາມເຂດເທີງໃນເຂດແຫຼ່ງນ້ຳ ສົມທົບກັບທະຫານຊາຍແດນ ແລະ ໜ່ວຍກວດກາລາດຕະເວນບ້ານ ເພື່ອເຂັ້ມງວດໃນການປະຕິບັດຄຳສັ່ງ ເລກທີ15/ນຍ ລົງວັນທີ  13 ພືດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ໃນການແກ້ໄຂບັນຫາການລັກລອບຊັບພະຍາກອນທຳມະຊາດ ແລະ ປ່າໄມ້ ຕ່າງໆ ກອງປະຊຸມໃນຄັ້ງນີ້ຜູ້ແທນທີ່ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ ຄຳເຫັນເພື່ອຊອກຫາທາງອອກ, ວີທີການ ແລະ ມາດຕະການໃນການແກ້ໄຂ້ບັນຫາຕ່າງໆ ເປັນຕົ້ນການໃຫ້ປະຊາຊົນເຂົ້າມາມີສ່ວນ ຮ່ວມໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ປ່າໄມ້ໃຫ້ຫຼາຍຂຶ້ນ ໂດຍການສ້າງບັນດາປະຖົມປັດໃຈຄວາມຈຳ ເປັນຂັ້ນພື້ນຖານ, ຄວາມຕ້ອງການດ້ານລາຍຮັບ, ການມີ​ສ່ວນ​ຮ່ວມ​ ​ແລະ ການ​ຄຸ້ມ​ຄອງ​ປ່າ​ສະຫງວນ ດ້ວຍ​ຕົນ​ເອງ​ຂອງ​ທ້ອງ​ຖິ່ນ ທີ່​ຕິດ​ພັນ​ກັບ​ວິຖີ​ການ​ດຳລົງ​ຊິວິດ​ຂອງ​ປະ​ຊົນ​ໃຫ້​ຮູ້ຈັກ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ໃຫ້​ມີ​ຄວາມ​ຍືນ​ຍົງ. ​ໂດຍ​ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ໃຫ້​ຄວາມ​ຮູ້​​ຕ່າງໆ ​ເພື່​ອເປັນ​ການ​ເພີ່ມ​ທະວິ​ໃນ​ການ​ຄຸ້ມ​ຄອງ​ປ່າ​ສະຫງວນຕາມ​ຊາຍ​ແດນ ​ແລະ ການ​ປ້ອງ​ກັນ​ການ​ລັກລອບ​​ລ່າ​ສັດປ່າ ​ແລະ ການ​ຄ້າຂາຍ​ສັດປ່າ​ໃນ​ຂົງ​ເຂດດັ່ງກ່າວ​  ​ເພື່ອ​ເປັນ​ການ​ຄຸ້ມ​ຄອງ​ເຂດ​ແຫຼ່ງນ້ຳ ນ້ຳ​ເທີນ 2​ໃຫ້​ມີ​ຄວາມ​ຍືນ​ຍົງແລະກາຍເປັນສວນອຸດທິຍານແຫ່ງຊາດໃນອະນາຄົດ.

ຂຽນໂດຍ: ຂັນວິຈິດ

ບັນນະທີການໂດຍ: ທ່ານເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ