ກອງປະຊຸມສະຫຼຸບວຽກງານການຮ່ວມມື ລາວ-ໄທ ປະຈໍາປີ 2017 ແລະ ວາງແຜນການປີ 2018

IMG_1472

      ເພື່ອເປັນການສືບຕໍ່ການຈັດຕັ້ງປະຕິບັດວຽກງານການຮ່ວມມືທີ່ດີງາມ ໃນຂະແໜງການກະສິກໍາ ແລະ ປ່າໄມ້ ລະຫວ່າງ ສປປ ລາວ ແລະ ໄທ ໃນຕອນເຊົ້າວັນທີ 26 ທັນວາ 2017 ນີ້, ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ທີ່ຂຶ້ນກັບ ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມື ປະຈໍາປີ 2017 ແລະ ວາງແຜນການປີ 2018 ຂຶ້ນຢູ່ທີ່ໂຮງແຮມ ແຟນມິລີ ບູຕິກ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຝ່າຍລາວນໍາໂດຍທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ອານຸລົມ ຕຸນາລົມ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ຝ່າຍໄທ ນໍາໂດຍທ່ານ ລະລິດ ຖະນອມສິງ ຮອງເລຂາທິການ ຄະນະກໍາມະການ ຜູ້ປະສານງານ ໂຄງການອັນສືບເນື່ອງມາຈາກພະຣາດຊະດໍາຣິ. ມີ ອຸປະທູດໄທ ປະຈໍາລາວ ພ້ອມດ້ວຍຜູ້ແທນທັງສອງຝ່າຍ.

        ທ່ານ ອານຸລົມ ຕຸນາລົມ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ໄດ້ລາຍງານໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາ, ສູນ ໄດ້ປະສານສົມທົບກັບບັນດາກົມວິຊາການຕ່າງໆ ຂອງໄທ ເພື່ອເຂົ້າມາຮ່ວມເຮັດວຽກທາງດ້ານວິຊາການ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານພາຍໃນສູນ ແລະຊາວກະສິກອນ ຢູ່ອ້ອມຂ້າງ ແລະ ນອກສູນໄດ້ 12 ຄັ້ງ, ມີຜູ້ເຂົ້າຮ່ວມ 115 ຄົນ. ດ້ານຂະແໜງຊົນລະປະທານ ໃນປີ 2016-2017 ມີຄອບຄົວ ຜູ້ເຮັດການຜະລິດເຂົ້ານາແຊງ ແລະ ປູກພືດກະສິກໍາອື່ນໆ ຈໍານວນ 288 ຄອບຄົວ ເນື້ອທີ່ 188,21 ເຮັກຕາ, ຂະຫຍາຍພັນໄມ້ໃຫ້ໝາກໄດ້ 3.720 ຕົ້ນ, ປູກພືດຜັກໄດ້ 1.212 ກິໂລ, ຈັດຝຶກອົບຮົມ ໃຫ້ຊາວກະສິກອນ ໄດ້ 5 ຄັ້ງ ມີຜູ້ເຂົ້າຮ່ວມ 130 ຄົນ ທີ່ມາຈາກໂຮງຮຽນວິທະຍາໄລ ກະສິກໍາ-ປ່າໄມ້ທົ່ວປະເທດ. ມີຄົນຕ່າງປະເທດເຂົ້າມາຝຶກງານ ຈໍານວນ 60 ຄົນ. ນອກນີ້, ຍັງໄດ້ລ້ຽງສັດ ເພື່ອບໍລິການ ໃຫ້ແກ່ຊາວກະສິກອນນໍາອີກ. ໃນກອງປະຊຸມ ຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນ ປະກອບຄໍາຄິດເຫັນ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການຮ່ວມມືກັນໄລຍະຜ່ານມາ ຊື່ງເຫັນໄດ້ທັງດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ. ສໍາລັບການວາງແຜນການໃນຕໍ່ໜ້າ ທັງສອງຝ່າຍໄດ້ເຫັນດີ ສືບຕໍ່ສ້າງວິຊາການສະເພາະດ້ານ ໂດຍການຈັດຝຶກອົບຮົມ, ຂະຫຍາຍກິດຈະກໍາຂອງສູນໃຫ້ອອກສູ່ວົງກວ້າງ ຕິດພັນກັບ ການປັບປຸງອາຄານ ພາຍໃນສູນ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການຝຶກອົບຮົມ ໃຫ້ແກ່ຊາວກະສິກອນ ແລະນັກຮຽນນັກສຶກສາທີ່ຈະເຂົ້າມາຝຶກອົບຮົມໃນຕໍ່ໜ້າ.

                                                                                                                                                                                                             ຂ່າວໂດຍ:​ ສອນເພັດ ສຸລິພອນ

                                                                                                                                                                                             ກວດແກ້ໂດຍ : ທ່ານ ຂັນຄໍາ  ອ້ວນອຸດົມ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ