ກອງປະຊຸມປຶກສາຫາລືເນື້ອໃນຮ່າງກົດໝາຍ ວ່າດ້ວຍປ່າໄມ້ສະບັບປັບປຸງ

IMG_0119    IMG_0122

            ໃນລະຫວ່າງວັນທີ 7-8 ພຶດສະພາ ກະຊວງກະສິກໍາ ແລະປ່າໄມ້ ໄດ້ເປີດກອງປະຊຸມປຶກສາຫາລືເນື້ອໃນຮ່າງກົດໝາຍ ວ່າດ້ວຍປ່າໄມ້ສະບັບປັບປຸງ ປະຈໍາພາກເໜືອ ຢູ່ຫ້ອງປະຊຸມພະແນກ ກະສິກໍາ ແລະປ່າໄມ້ ແຂວງອຸດົມໄຊ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ-ແຂວງອຸດົມໄຊ. ມີຜູ້ແທນມາຈາກສະພາປະຊາຊົນຂັ້ນແຂວງ, ໄອຍະການແຂວງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທີ່ມາຈາກ 7 ແຂວງພາກເໜືອເຂົ້າຮ່ວມ.

   IMG_8251

      ຈຸດປະສົງກອງປະຊຸມເພື່ອເປັນການປຶກສາຫາລືເນືື້ອໃນຮ່າງກົດໝາຍປ່າໄມ້ສະບັບປັບປຸງ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສອດຄອງກັບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ພ້ອມທັງ ໃຫ້ແທດເໝາະກັບຍຸດທະສາດ ແລະນະໂຍບາຍການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຂອງພັກ ແລະລັດຖະບານ ທັງແນ່ໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນຂົງເຂດວຽກງານການຄຸ້ມຄອງປ່າໄມ້ ແລະຊັບພະຍາກອນປ່າໄມ້. ຊື່ງກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2017 ດັ່ງກ່າວ ໄດ້ຖືກຮັບຮອງຈາກສະພາແຫ່ງຊາດໃນປີ 2007. ກົດໝາຍສະບັບດັ່ງກ່າວ ຍັງປາສະຈາກບໍ່ໄດ້ດ້ານອ່ອນ ແລະຂໍ້ຫຍຸ້ງຍາກຕ່າງໆ ສິ່ງທີ່ວິຕົກນັ້ນຄື ປ່າໄມ້ໄດ້ຖືກຂຸດຄົ້ນ ແລະ ຖືກທໍາລາຍຢ່າງໜັກໜວງ. ຊື່ງເຫດຜົນດັ່ງກ່າວ ເປັນເຫດຜົນໜຶ່ງທີ່ເຮັດໃຫ້ກົດໝາຍປ່າໄມ້ ຕ້ອງໄດ້ຮັບການປັບປຸງ. ໃນທີ່ປະຊຸມ, ບັນດາຜູ້ແທນ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຮ່ວມກັນ ຢ່າງກົງໄປກົງມາ ເພື່ອຫາຂໍ້ສະຫຼຸບ ແລະ ວິທີການປັບປຸງກົດໝາຍດັ່ງກ່າວ ໃຫ້ສອດຄ່ອງກັບວຽກງານຕົວຈິ່ງ.

          ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ຄະນະປະທານ ໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນສືບຕໍ່ປະກອບຄໍາຄິດຄໍາເຫັນ ປຶກສາຫາລືແລກປ່ຽນບົດຮຽນ ແລະ ປະສົບປະການຮ່ວມກັນກ່ຽວກັບ ວຽກງານການຄຸ້ມຄອງ, ປົກປັກຮັກສາ, ການພັດທະນາ, ນໍາໃຊ້ປ່າໄມ້ ແລະທີ່ດິນປ່າໄມ້ ເພື່ອເປັນຂໍ້ມູນໃຫ້ຄະນະຮັບຜິດຊອບ ປັບປຸງກົດໝາຍໄປພິຈາລະນາ ປັບປຸງເນື້ອໃນໃຫ້ຄົບຖ້ວນ.

ພາບ-ຂ່າວ: ພະແນກຂ່າວສານ ກປ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ