ກອງປະຊຸມປຶກສາຫາລືເນື້ອໃນ “ຮ່າງ” ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

IMG_8298IMG_8290IMG_8323

         ​ເພື່ອ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ສະບັບ​ເລກທີ 1113/ກປ, ລົງ​ວັນ​ທີ 21 ພຶດສະພາ 2018. ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ກອງ​ປະຊຸມ​ ທາ​ບທາມຮ່າງກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​ປັບປຸງ, ​ໃນ​ວັນ​ທີ 23 ພຶດ ສະພາ 2018 ກົມ​ປ່າ​ໄມ້​​​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື​ເນື້ອ​ໃນ “ຮ່າງ” ກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​ປັບປຸງ ຂຶ້ນ ທີ່​ສ​ະ​ໂມ​ສອນ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​​ໃຫ້ກຽດ​ເປັນ​ປະທານ​ໂດຍ ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ່​ທານຮອງລັດຖະມົນຕີກະຊວງ ກປ, ບັນດາທ່ານ ຮອງລັດຖະມົນຕີ​ຈາກ​ກະຊວງ​ທີ່​ກ່ຽວຂ້ອງ, ຕາງໜ້າຄະນະກຳ​ມະ​ທິການ​ສະພາ​ແຫ່ງ​ຊາດ, ທ່ານ​ຫົວ ໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ສະ​ຖາ​ບັນ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມຢ່າງ​ພ້ອມພຽງ.

       IMG_8329

         ຈຸດປະສົງ​ຂອງ​ກອງ​ປະຊຸມ​ ເພື່ອທາ​ບທາມ, ປຶກສາ​ຫາລື ​ແລະ ປະກອບ​ຄຳ​ຄິດຄຳເຫັນ ​ໃສ່​ຮ່າງ ກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​​ເລກ​ທີ 06/ສພຊ, ລົງ​ວັນ​ທີ 24 ທັນວາ 2007 ​ໃຫ້​ມີ​ຄວາມ​ສົມບູນ, ​ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ ​ແລະ ການ​ພັດທະນາ​ເສດ​ຖະກິດ-ສັງຄົມ​ແຫ່ງ​ຊາດ ​ໃນ​ປັດຈຸບັນ.   ​

            ໃນ​ທີ່​ປະຊຸມ ທ່ານ ທອງ​ພັດ ວົງ​ມະນີ ຮອງລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຂຶ້ນ ສະ​ເໜີ “ຮ່າງ” ກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​ປັບປຸງ ​ເຊິ່ງປະກອບມີ 13 ພາກ, 17 ໝວດ ​ແລະ ມີ 160 ມາດຕາ ​ໃນນີ້ ​ເພີ່ມ​ຕື່ມ 1 ພາກ, 4 ໝວດ, ປັບປຸງ 61 ​ມາດ​ຕາ ​ແລະ ​ເພີ່ມ​ໃໝ່ 36 ມາດຕາ (ຮັກສາ​ເດີມ 58 ມາດຕາ, ຕັດ​ອອກ 5 ມາດຕາ). ຫຼັງຈາກ​ນັ້ນ, ຜູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​ກໍ່​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງກົດໝາຍວ່າ​ດ້ວຍ​ປ່າ​ໄມ້ ສະບັບ​ປັບປຸງ ​ເພື່ອ​ໃຫ້​ຮ່າງກົດໝາຍດັ່ງກ່າວ​ມີ​ເນື້ອ​ໃນ​ຄົບ​ຖ້ວນ ​ແລະ ສົມບູນ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ວັນ​ເຕັມ ກໍ່​ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ຕາມ​ລະດັບ​ຄາດໝາຍ.

ພາບ ແລະ ຂ່າວ ໂດຍ: ພະແນກຂ່າວສານ ກປ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ