ໜ້າຫຼັກ

ການນໍາ ກະຊວງກະສິກໍາ ແລະປ່າໄມ້ ເຂົ້າອວຍພອນ ທູດ ສສ ຫວຽດນາມ ເນື່ອງໃນວັນຊາດຄົບຮອບ 71 ປີ

ໃນຕອນເຊົ້າຂອງວັນທີ 01 ກັນຍາ 2016 ຜ່ານມາ ທີ່ສໍານັກງານເອກອັກຄະລັກຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ທ່ານ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ​ພ້ອມດ້ວຍຄະນະພັກ,​ ຄະນະນຳກະຊວງ ...

ພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງ ຊປປລ ກະຊວງກະສິກໍາ ແລະປ່າໄມ້

  ໃນວັນທີ 19 ສິງຫາ 2016 ທີ່ຜ່ານມາ,ໄດ້ມີພິທີເປີດຂະບວນການແຂ່ງຂັນກິລາ 4 ບຸກຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍາ ແລະປ່າໄມ້ ຂື້ນທີ່ສະໜາມກິລາ ສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ ແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ກຳມະການສູນກາງພັກ ...

ພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນດີເດັ່ນ

ໃນຕອນເຊົ້າຂອງວັນທີ 19 ສິງຫາ 2016 ທີ່ຜ່ານມາ, ແຜນງານພັດທະນາເຂດເນີນສູງພາກເໜືອ (NUDP) ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍ ໃຫ້ແກ່ກົມກອງລວມໝູ່ ແລະບຸກຄົນທີ່ດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານແຜນງານໃນໄລຍະ 05 ປີ (2011-2016) ທີ່ຜ່ານມາ. ໃຫ້ກຽດເປັນປະທານໂດຍ ທ່ານ ປະລິຍາເອກ ພວງ ປາຣິສັກ ...

ມອບ-ຮັບໜ້າວຽກການຄຸ້ມຄອງ

ວັນທີ 19 ສິງຫາ 2016 ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ມີພິທີມອບ-ຮັບກົມຄຸ້ມຄອງຊັບພະຍາກອນປ່າໄມ້ ໃຫ້ໄປຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ກົມທໍລະນີສາດ-ແຮ່ທາດ ໃຫ້ໄປຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມລົງນາມໂດຍມີທ່ານ ສົມມາດ ພົນເສນາ ...

ສປປ ລາວເປີດໂຮງງານປຸງແຕ່ງຄຸນນະພາບຊີ້ນແຫ່ງທໍາອິດ

ສປປ ລາວເປີດໂຮງງານປຸງແຕ່ງຄຸນນະພາບຊີ້ນແຫ່ງທໍາອິດຫວັງຫລຸດຜ່ອນການນໍາເຂົ້າ ແລະ ຮັບປະກັນເຮັດໃຫ້ຄົນລາວໄດ້ຮັບປະທານອາຫານມີຄຸນນະພາບຄືກັບເອີລົບ ແລະ ອາເມລິກາເປີດໂຮງງານປຸງແຕ່ງຊີ້ນສົດລາວແຫ່ງທໍາອິດໃນ ສປປ ລາວຕັ້ງເປົ້າເບື້ອງຕົ້ນສະໜອງພາຍໃນ ແລະ ຫລຸດຜ່ອນການນໍ້າເຂົ້າຜະລິດຕະພັນຊີ້ນສໍາເລັດຮູບຈາກຕ່າງປະເທດ ຂະນະທີ່ ທ່ານ ໄຊພອນ ພຸດທະວົງ ປະທານບໍລິສັດເອັກພີການຄ້າລາວ-ຈີນຢືນຢັນວ່າ: ຈະນໍາໃຊ້ວັດຖຸດິບພາຍໃນ 100% ປ້ອນໂຮງງານແຫ່ງນີ້ເພື່ອສ້າງໂອກາດເຮັດໃຫ້ປະຊາຊົນມີລາຍຮັບ ແລະ ກະຈາຍຄວາມຮູ້ຢ່າງທົ່ວເຖິງ ...

ພິທີມອບຮັບໜ້າທີ່ ລະຫວ່າງ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່

ອີງຕາມມະຕິກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ VIII, ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 27 ເມສາ 2016 ທີ່ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຈັດພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຂຶ້ນ ລະຫວ່າງ ...

ພິທີມອບ-ຮັບ ເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ

ໃນຕອນເຊົ້າຂອງວັນທີ 22 ມີນາ 2016 ທີ່ຫ້ອງປະຊຸມຫ້ອງການກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເອກະສານນິຕິກໍາ ໃນການສ້າງຕັ້ງສະຫະກອນຜະລິດກະສິກໍາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ມິເຈວ ກາສ ເອກອັກຄະລັດຖະທູດ ແຫ່ງປະເທດເຢຍລະມັນ. ມີບັນດາກົມ, ຫ້ອງການ ...

ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັກຖະທູດ ອິນເດຍ ແລະຍີ່ປຸ່ນ ປະຈໍາລາວ

ໃນຕອນເຊົ້າວັນທີ 18 ມີນາ 2016 ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ລາວີ ຊັງກາ ໄອໂຊລາ ເອກອັກຄະລັກຖະທູດອິນເດຍ ປະຈໍາລາວໂດຍມີທ່ານຫ້ອງໜ້າຫ້ອງການ, ...

ທົ່ວປະເທດ ຄັດເລືອກໄດ້ 413 ຄອບຄົວ ເປັນຕົວແບບດ້ານກະສິກຳ ແລະ ປ່າໄມ້

ຜ່ານການເຮັດທົດລອງວຽກງານ 3 ສ້າງຂອງ ຂະແໜງກະສິກຳ ແລະ ປ່າໄມ້ ສາມາດສ້າງຄອບຄົວຕົວແບບ ດ້ານກະສິກຳ ທັງໝົດ 413 ຄອບຄົວ, ໃນນັ້ນດ້ານການປູກຝັງມີ 182 ຄອບຄົວ, ລ້ຽງສັດ ມີ 132 ຄອບຄົວ ແລະ ຜະລິດກະສິກຳແບບປະສົມປະສານ ...

ກະຊວງກະສິກຳແລະປ່າໄມ້ ຈັດພິທີເຜີຍແຜ່ເອກະສານເພື່ອກະກຽມໃນການເລືອກຕັ້ງ

ໃນວັນທີ 25 ກຸມພາ ທີສະໂມສອນ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດໄດ້ມີການຈັດພິທີໃນການເຜີຍແຜ່ເອກະສານໃນການກະກຽມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາແຂວງ, ນະຄອນຫລວງຂຶ້ນ ໂດຍການເປັນປະທານ ຂອງທ່ານ ທອງພັດ ວົງມະນີ ລັດຖະມົນຕິຊ່ວຍວ່າການ ຊຶ່ງໃຊ້ເວລາ 1 ວັນ ໂດຍມີຜູ້ເຂົ້າຮ່ວມ ກວ່າ300 ທ່ານ. ເພື່ອເປັນການຮັບປະກັນໃນການເຂົ້າຮ່ວມເພື່ອໄປໃຊ້ສິດໃນການເລືອກຕັ້ງແລະເຮັດໃຫ້ບັນຍາກາດໃນການເລືອກຕັ້ງໃນຄັ້ງນີິ້ເຕັມໄປດ້ວຍບັນຍາການອັນຟົດຟື້ນ ປານປາງບຸນໃຫຍ່ຂອງຊາດແລະເຮັດໃຫ້ຜົນສຳເລັດຂອງການເລືອກຕັ້ງເປັນໄປຕາມແຜນການວາງໄວ້ ທ່ານປະທານຍັງໄດ້ໃຫ້ ...

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ