ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັກຖະທູດ ອິນເດຍ ແລະຍີ່ປຸ່ນ ປະຈໍາລາວ

IMG_6813 IMG_6828

ໃນຕອນເຊົ້າວັນທີ 18 ມີນາ 2016 ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ລາວີ ຊັງກາ ໄອໂຊລາ ເອກອັກຄະລັກຖະທູດອິນເດຍ ປະຈໍາລາວໂດຍມີທ່ານຫ້ອງໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ເຂົ້າຮ່ວມ.

ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ເພື່ອອວຍພອນບັນດາການນໍາກະຊວງກະສິກຳ ແລະປ່າໄມ້ ເນື່ອງໃນໂອກາດຕ້ອນຮັບວັນປີໃໝ່ລາວທີ່ຈະມາເຖິງ, ທັງປຶກສາຫາລືກ່ຽວກັບຂົງເຂດວຽກງານການຮ່ວມມື ຂອງສອງປະເທດໃນໄລຍະຜ່ານມາເວົ້າລວມ,ເວົ້າສະເພາະແມ່ນການຮ່ວມມືດ້ານຂະແໜງກະສິກໍາ ແລະປ່າໄມ້ເຫັນໄດ້ວ່ານັກທຸລະກິດຈາກປະເທດອິນເດຍ ໄດ້ເຫັນຄວາມສຳຄັນການເຂົ້າມາລົງທຶນໃນ ສປປ ລາວ ເປັນຕົ້ນແມ່ນ: ບໍລິສັດ ປູກໄມ້ເກດສະໜາ, ໂຄງການຄຸ້ມຄອງລະບົບຊົນລະປະທານຕ່າງໆ ທີ່ໄດ້ຈັັດຕັ້ງປະຕິບັດຜ່ານມາ ເຫັນໄດ້ວ່າການຮ່ວມມືລະຫວ່າງລາວ-ອິນເດຍ ມີບາດກ້າວຂະຫຍາຍຕົວ.

IMG_6833 IMG_6824

ຕໍ່ມາ, ໃນຕອນບາຍຂອງວັນດຽວກັນທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ທາເຄຊິ ຮີກິຮາຣະ ເອກອັກຄະລັກຖະທູດຍີ່ປຸ່ນ ປະຈໍາລາວ. ຈຸດປະສົງເພື່ອມາສະເໜີຕໍ່ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃນການຮັບໜ້າທີ່ເປັນເອກອັກຄະລັກຖະທູດຄົນໃໝ່ປະຈໍາລາວ. ພ້ອມນີ້, ກໍ່ໄດ້ປຶກສາຫາລືກ່ຽວກັບການປະຕິບັດວຽກງານການຮ່ວມມືໃນໄລຍະຜ່ານມາ ລະຫວ່າງລາວ-ຍິ່ປຸ່ນ ເຫັນໄດ້ວ່າມີການພັດທະນາຂື້ນ ໂດຍສະເພາະໃນ ສປປ ລາວ ແມ່ນໄດ້ມີອົງການ ກ້ອຍກາ (KOICA) ຂອງຍີ່ປຸ່ນປະຈໍາລາວ ຊື່ງໄດ້ກາຍເປັນຂົວຕໍ່ທາງດ້ານການຮ່ວມມືໃຫ້ກັບລາວ-ຍີ່ປຸ່ນ ມີຄວາມສະດວກຫຼາຍຂື້ນ. ນອກຈາກນີ້ ຍັງມີໂຄງການ ພັດທະນາກະສິກໍາສະອາດ( ກະສິກໍາອິນຊີ)ທີ່ປະເທດຍີ່ປຸ່ນ ໄດ້ໃຫ້ຄວາມຊ່ວຍເຫຼືອ ແລະໄດ້ກາຍເປັນໂຄງການໜຶ່ງທີ່ຈັດຕັ້ງປະຕິບັດ ຕາມແນວທາງນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວໂດຍກົງ. ເພື່ອເຮັດໃຫ້ການພົບປະຢ້ຽມຢາມຂອງ ທ່ານເອກອັກຄະລັກຖະທູດ ທັງສອງ ມີຄວາມໝາຍຄວາມສໍາຄັນ,ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບທ່ານ ເອກອັກຄະລັກຖະທູດອິນເດຍ ແລະຍີ່ປຸ່ນ ປະຈໍາລາວ ທີ່ເຂົ້າຢ້ຽມຢາມໃນຄັ້ງນີ້ ແລະໃຫ້ສືບຕໍ່ສ້າງສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ-ອິນເດຍ ແລະ ສປປ ລາວ ກັບ ຍີ່ປຸ່ນໃຫ້ມີຄວາມຮັດແໜ້ນຍິ່ງຂື້ນ ແລະໃຫ້ມີບາດກ້າວຂະຫຍາຍຕົວໄປເລື້ອຍໆ.

ຂຽນໂດຍ: ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານນາງ ປ້ອມ ພັນທະວົງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ