ແຂວງຄຳມ່ວນ ຈັດພິທີເປີດປະຕູນ້ຳຊົນລະປະທານປ່ອງທີ 3 ຮັບໃຊ້ການຜະລິດກະສິກຳ
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົດເອົາວັນທີ 3 ພະຈິກຂອງທຸກໆປີເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ແຂວງຄຳມ່ວນໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ໃນວັນທີ 15 ພະຈິກ 2017 ທີ່ບ້ານຍົມມະລາດໃຕ້ ເມືອງຍົມມະລາດແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້.ທ່ານຮອງເຈົ້າແຂວງແຂວງ ຄຳ ມ່ວນ, ທ່ານເຈົ້າເມືອງ ຍົມ ມະລາດ ແລະ ບັນດາພາກສ່ວນທີ່ກຽ່ວຂອ້ງ ພ້ອມດ້ວຍອຳນາດການປົກຄອງບ້ານດັ່ງກາວ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຄຳມ່ວນໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງຄຳມ່ວນມີໂຄງການຊົນລະປະທານທັງໝົດ 222ໂຄງການສາມາດສະໜອງນໍ້າໃຫ້ແກ່ການຜະລິດລະດູຝົນໄດ້19.500 ເຮັກ ຕາ, ລະດູແລ້ງ 10,400 ເຮັກຕາ ສະເພາະຍົມມະລາດ ເຂດປະຕູນໍ້າ ປອ່ງທີສາມຄອງລະບາຍ ນ້ຳເທີນ2 ສາ ມາດຫົດເນື້ອທີ່ໄດ້ 2.800 ເຮັກຕາ ມີຈຳນວນ 900 ຄອວຄົວ ທີ່ໄດ້ຮັບຜົນປະໂຫຍດ ກວມເອົາ 9 ບ້ານ. ຈາກນັ້ນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ໂອ້ລົມໃຫ້ປະຊາຊົນທີ່ເຂົ້າຮ່ວມໃຫ້ຮັກສາມູນເຊື້ອ ຄວາມດຸໝັ່ນຂະຫຍັນພຽນ ບວກກັບທ່າແຮງທີ່ບົ່ມຊວນເພາະເຂດດັ່ງກ່າວເປັນເຂດຈຸດສຸມການຜະລິດເຂົ້າເປັນສິນຄ້າ ເພື່ອຕອບສະ ໜອງນະໂຍບາຍຂອງລັດຖະບານກຽ່ວກັບການຄໍ້າປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນ ສິນຄ້າ.
ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສໍາຄັນນັ້ນທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ເປັນກຽດ ລັ່ນຄ້ອງ 9 ບາດເພື່ອເປັນການບົງບອກເຖີງການເປີດການນຳໃຊ້ນໍ້າຊົນລະປະທານ ແລະ ເປີດຂະບວນການຜະລິດກະສິກໍາລະດູແລ້ງ ສົກປີ 2017-2018 ຢ່າງເປັນທາງການ
ຂ່າວໂດຍ: ຂັນວິຈິດ
ກວດແກ້ໂດຍ: ທ່ານ ເຂັມພອນທິພົມມະຈັນ.