ເປີດບໍລິການລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ທີ່ກ່ຽວຂ້ອງກັບທີ່ດິນ
ເປີດບໍລິການລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ທີ່ກ່ຽວຂ້ອງກັບທີ່ດິນ
ການເຂົ້າເຖິງຂໍ້ມູນການປ່ຽນແປງດິນຟ້າອາກາດ ແມ່ນເປັນສິ່ງຈຳເປັນທີ່ສຸດສຳລັບການວາງແຜນວຽກງານ ກະສິກຳ ແລະ ປ່າໄມ້ ໃນອະນາຄົດ, ທ່າມກາງສະພາບການປ່ຽນແປງດິນຟ້າອາກາດ, ຂີດຄວາມສາມາດຂອງ ສປປ ລາວ ໃນການສ້າງຂໍ້ມູນແວດລ້ອມກະສິກຳ ແມ່ນໄດ້ເພີ່ມຂຶ້ນຢ່າງຊັດເຈນ ໃນໄລຍະສອງສາມປີມານີ້້. ບັນດາແຜນ ທີ່ໆສ້າງຂຶ້ນໃໜ່ປະກອບມີ: ແຜນທີ່ປົກຫຸ້ມກະສິກຳ, ແຜນທີ່ດິນ ແລະ ແຜນທີ່ປະກອບອາຊີບກະສິກຳ ແມ່ນສຳເລັດແລ້ວ. ຍິ່ງໄປກວ່ານັ້ນ, ຂໍ້ມູນແບບຈຳລອງການປ່ຽນແປງດິນຟ້າອາກາດ ແລະ ສະພາບຮູບການປູກພືດໃນອານາ ຄົດ ກໍ່ໄດ້ສຳເລັດແລ້ວເຊັ່ນກັນ.
ລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ເປັນລະບົບຖານຂໍ້ມູນໃຫຍ່ທຳອິດຂອງລາວ, ລະ ບົບ ແລະ ຂໍ້ມູນທັງໝົດທີ່ບັນຈຸຢູ່ໃນນັ້ນແມ່ນຜະລິດ ແລະ ຄຸ້ມຄອງໂດຍຜູ້ຊ່ຽວຊານຄົນລາວ. ລະບົບ (LRIMS) ແມ່ນພັດທະນາໂດຍກົມຄຸ້ມຄອງ ແລະ ພັດທະນາທີ່່ດິນກະສິກຳ (DALaM), ກະຊວງກະສິກໍາ ແລະ ປ່າໄມ້.
ເຄື່ອງມືດັ່ງກ່າວນີ້ ແມ່ນຈະໃຫ້ຂໍ້ມູນອັນເປັນຕົ້ນຕໍກ່ຽວກັບກະສິກຳ ສຳລັບການນຳໃຊ້ໃນຫຼາຍໆຂົງເຂດ ເປັນຕົ້ນແມ່ນ: ການປະມວນຜະລິດຕະພາບຂອງທີ່ດິນເຊັ່ນດຽວກັນກັບຫຼາຍໆຂໍ້ມູນທີ່ສຳຄັນ, ສຳລັບວຽກງານກະສິກຳ ແລະ ການລົງທຶນໃນການພັດທະນາຊົນນະບົດ. ເຄື່ອງມືຄຳສັ່ງໃນລະບົບຈະສາມາດໃຫ້ຂໍ້ມູນເຮົາໄດ້ພຽງພໍ ໃນການກຳນົດບູລິມາສິດສຳລັບພື້ນທີ່ການລົງທຶນ, ລວມທັງໃຫ້ພວກເຮົາຮູ້ວ່າບ່ອນໃດທີ່ມີຄວາມເໜາະສົມ ສຳລັບ ການຜະລິດກະສິກຳໃນໄລຍະຍາວ. ນີ້ກໍ່ຈະຊ່ວຍສະໜັບສະໜູນ ໃຫ້ແກ່ການກະກຽມສຳລັບແລວທາງເສດຖະກິດ ອັນໃໜ່, ຊ່ວຍໃຫ້ເຮົາສາມາດກຳນົດແຜນ ໃນເຂດພື້ນທີ່ໆໃຫ້ຜົນພະລິດດີກວ່າ ທີ່ໃກ້ກັບເຂດເສດຖະກິດພິເສດ, ຈຸດສຸມຂອງລັດຖະບານ ຫຼື ສະຖານີລົດໄຟ ເປັນຕົ້ນ.
ກອງທຶນອະນຸລັກສິ່ງແວດລ້ອມໂລກ GEF “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານ ໃນ ສປປ ລາວ” (ໂຄງການSAMIS) ແມ່ນດໍາເນີນມາແລ້ວ 4 ປີ. ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ເຊິ່ງຈັດຕັ້ງປະຕິບັດໂຄງການ ໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ໃນວັນທີ 18 ພະຈິກ 2021 ໄດ້ຈັດພິທີເປີດການນຳໃຊ້ ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ຂຶ້ນ ດ້ວຍຮູບແບບປະຊຸມທາງໄກ. ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 300 ກວ່າຄົນ. ໃນພິທີ ທ່ານ ກິແກ້ວ ສິງນະວົງ ຮອງລັດທະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ຂໍ້ມູນໃນ LRIMS ແມ່ນຈະໄດ້ເປິດນໍາໃຊ້ໃນສາທາລະນະ ແລະ ທຸກຄົນຈະໄດ້ນໍາໃຊ້ຂໍ້ມູນທີ່ດີກວ່າໃນການຕັດສິນໃຈ. ນອກຈາກນີ້, ທ່ານຍັງກ່າວຕື່ມວ່າ: ຂໍ້ມູນນີ້ຈະສະໜັບສະໜູນການບັນລຸເປົ້າໝາຍຂອງແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ຂອງ ສປປ ລາວ.
ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈໍາ ສປປ ລາວໃຫ້ຮູ້ວ່າ: ອົງການອາຫານ ແລະ ການກະເສດ ຍັງຈະສະໜັບສະໜູນການກະກຽມໂຄງການ SAMIS ໄລຍະທີ 2, ແລະ ຍັງຈະສືບຕໍ່ເຮັດວຽກ ເພື່ອການປັບປຸງລະບົບຂໍ້ມູນຂ່າວສານຂອງຂະແໜງກະສິກຳ.
ລະບົບ LaCSA ຫຼື LRIMS ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ກອງທືນອະນຸລັກສິ່ງແວດລ້ອມໂລກ GEF ຂອງອົງການ ອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ FAO “ໂຄງການສ້າງຄວາມເຂັ້ມແຂງລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານ ໃນ ສປປ ລາວ” (ໂຄງການSAMIS).
ຂໍ້ມູນເພີ້້ມເຕີມ
ສາມາດເຂົ້າຫາ LRMIS ໄດ້ຕາມທີ່ຢູ່ນີ້ URL: https://lrims-dalam.net .
ສ່ວນແອັບເທິງມືຖືແມ່ນຍັງຢູ່ໃນໄລຍະກໍາລັງພັດທະນາຢູ່
ຂໍ້ມູນອັບເດດ ສາມາດເຂົ້າເບີ່ງໄດ້ທີ່ ເວັບເພກຂອງ DALaM
https://dalam.org.la/category/news/
ແລະ ເວັບເພກຂອງ SAMIS
https://www.fao.org/in-action/samis
ວີດີໂອສຳລັບການໃຊ້ LRMIS ແມ່ນເບີ່ງໄດ້ທີ່