ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ-ຫວ້ຍຊົ້ວອອກແຮງງານລວງຄອງເໝືອງ
ເພື່ອກະກຽມການສະໜອງນ້ຳຊົນລະປະທານໃຫ້ແກ່ການຜະລິດລະດູແລ້ງ 2016-2017 ໃຫ້ສະດວກແລະທຳການຜະລິດໃຫ້ທ່ວງທັນກັບເວລານັ້ນ,ໃນວັນທີ 24 ພະຈິກ 2016 ທີ່ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ -ຫ້ວຍຊົ້ວໄດ້ຈັດຕັ້ງການອະນາໄມລວງຄອງເໝືອງເພື່ອສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງໃຫ້ທ່ວງທັນກັບລະດູການທັງຮັບປະກັນໃຫ້ການຜະລິດມີປະສິດທີພາບແລະມີປະສິດທິຜົນສູງເພື່ອສາມາດຕອບສະໜອງການບໍລິໂພກພາຍໃນຄອບຄົວໃຫ້ພຽງພໍແລະສ່ວນທີ່ເຫຼືອກໍ່ຂາຍເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ. ຂະບວນການອະນາໄມລວງຄອງ
ເໝືອງໃນຄັ້ງນີ້ນຳພາໂດຍທ່ານສິງທອງຈັນທະວິສັກຮອງຫົວໜ້າສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊ້ອນຫ້ວຍຊວ້າ, ທ່ານອິນປັນສິດທິວົງປະທານຂອງສາມອົງການຈັດຕັ້ງມະຫາຊົນພອ້ມດ້ວຍພະນັກງານວິຊາການ, ນັກສືກສາຝືກງານ ແລະ ພໍ່ແມ່ປະຊາຊົນບ້ານອອ້ມຂ້າງສູນເຂົ້າຮ່ວມຢ່າງພ້ອມພຽງແລະເປັນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ. ຄອງເໝືອງດັ່ງກ່າວແມ່ນມີຄວາມຍາວ 5,570ແມັດ, ບ້ານທີ່ໄດ້ຮັບຜົນປະໂຫຍດຈາການຄອງຊົນລະປະທານແມ່ນມີ 9 ບ້ານ ຂອງເມືອງນາຊາຍທອງຄື: ບ້ານນາຍາງ, ນາຊອນ, ຫົວຊ້າງ, ນ້ຳກຽ້ງເໜືອ, ນ້ຳກຽ້ງໃຕ້, ຫົວຂົວ, ດ່ານຊີ, ໜອງຄັນຄູແລະບ້ານນາຊັບສາມາດຫົດເນື້ອທີ່ໄດ້ທັງໝົດ 200 ກວ່າເຮັກຕາ.
ນະຄອນຫຼວງວຽງຈັນ, ວັນທີ 28ພະຈິກ2016
ບົດຂ່າວໂດຍ: ຂັນວິຈິດ ມະຫາວັງ
ກວດແກ້ ໂດຍ: ທ່ານ ເຂັມພອນ ທິພົມມະຈັນ