ສະຫະພັນແມ່ຍີງກະຊວງກະສິກຳ ແລະ ປ່າໄມ້ ຈັດຝຶກອົບຮົມເຕັກນິກການປູກເຫັດນາງລົມ
ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ແລະ ກອງປະຊຸມສະໄໝສາມັນປະຈຳປີ 2016 ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທັງເປັນການຈັດຕັ້ງຜົນຂະຫຍາຍແຜນພັດທະນາແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ໄລຍະ 2016-2020 ກໍຄືແຜນງານທີ 1 (ໂຄງການຝຶກອົບຮົມວິຊາຊີບ ໃຫ້ສະມາຊິກສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້).
ໃນລະຫວ່າງວັນທີ 28-30 ພະຈິກ 2016 ສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມເຕັກນິກການປູກເຫັດຂຶ້ນ ຢູ່ທີ່ສູນປ້ອງກັນພືດສາລະຄຳ, ກົມປູກຝັງ ໂດຍການເປັນປະທານຂອງທ່ານ ນາງ ປອ ໃຈ ບຸນພະນຸໄຊ ຮອງປະທານສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ , ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ, ມີຮາກຖານ ແລະ ໜ່ວຍສະຫະແມ່ຍິງຫ້ອງການ, ກົມ, ສະຖາບັນ, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຂົ້າຮ່ວມທັງໝົດ 30 ກວ່າທ່ານ. ການຝຶກອົບຮົມໃນຄັ້ງນີ້ເພື່ອເປັນການເພີ່ມຄວາມຮູ້ຄວາມສາມາດດ້ານວິຊາຊີບ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ເພື່ອນຳໄປພັດທະນາ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ.
ການຝຶກອົບຮົມໃນຄັ້ງນີ້ໄດ້ຝຶກກ່ຽວກັບຂັ້ນຕອນ ແລະ ວິທີການປູກເຫັດນາງລົມຄື: ສ່ວນປະ ກອບ, ສູດປະສົມກ້ອນເຊື້ອ, ການປະສົມກ້ອນເຊື້ອ, ການຮ່າຍ, ການຕຳກ້ອນເຊື້ອ, ການໃສ່ປອກ ແລະ ມັດ, ການໜຶ້ງຂ້າເຊື້ອ, ການເຂ່ຍເຊື້ອ, ການບົ່ມ, ໂຮງເຮືອນເປີດດອກ, ການເປີດດອກ, ການໃຫ້ນ້ຳ, ເກັບດອກ, ການບົວລະບັດຮັກສາ, ພະຍາດ ແລະ ແມງໄມ້ຕ່າງໆ. ການຝຶກອົບຮົມໃຊ້ເວລາ 3 ວັນຈຶ່ງຈະສຳເລັດລົງ.
ນະຄອນຫຼວງວຽງຈັນ, ວັນທີ 28/11/2016.
ຂຽນໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ເຂັມພອນ ທິພົມມະຈັນ