ພິທີເປີດ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ
ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນຂອງປ່າໄມ້ ແລະຊັບພະຍາກອນປ່າໄມ້ຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການປົກປັກຮັກສາສິ່ງແວດລ້ອມກໍ່ຄືການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ລັດຖະບານຈຶ່ງໄດ້ປະກາດສ້າງຕັ້ງ ປ່າສະຫງວນແຫ່ງຊາດຂຶ້ນ ໃນຂອບເຂດທົ່ວປະເທດ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 164/ນຍ, ລົງວັນທີ 29 ຕຸລາ 1993, ຈຳນວນ 18 ແຫ່ງ ໜຶ່ງໃນນັ້ນແມ່ນປ່າສະຫງວນແຫ່ງຊາດ ນາກາຍ-ນ້ຳເທີນ ເຊິ່ງມີເນື້ອທີ່ທັງໝົດ 353.200 ເຮັກຕາ. ຈຸດປະສົງແມ່ນເພື່ອຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍສະເພາະແມ່ນປ່າໄມ້, ສັດນ້ຳ-ສັດປ່າ ແລະ ຊີວະນາໆພັນ ທີ່ເປັນຊັບພະຍາກອນທີ່ສຳຄັນຂອງຊາດ ໃຫ້ມີຄວາມສົມບູນ ແລະ ຍືນຍົງຕະຫຼອດໄປ.
ເພື່ອຈັດຕັ້ງປະຕິບັດໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 2 ລັດຖະບານໄດ້ສ້າງຕັ້ງເຂດແຫຼ່ງນ້ຳ-ນ້ຳເທີນ 2 ຂຶ້ນ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 193/ນຍ, ລົງວັນທີ 29 ທັນວາ 2000, ພ້ອມທັງໄດ້ສ້າງຕັ້ງອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນ້ຳ ນ້ຳເທີນ 2 (ອຄປ.ທ 2) ຂຶ້ນ ຕາມດຳລັດສະບັບເລກທີ 25/ນຍ, ລົງວັນທີ 26 ກຸມພາ 2001. ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາເຂດແຫຼ່ງນ້ຳ ນ້ຳເທີນ 2 ທີ່ປະກອບດ້ວຍປ່າສະຫງວນແຫ່ງຊາດ ນາກາຍ-ນ້ຳເທີນ, ເຂດເຊື່ອມຕໍ່ກັບປ່າສະຫງວນແຫ່ງຊາດພູຫີນປູນ (ເຂດເຊື່ອມຕໍ່ດ້ານເໜືອ) ແລະ ເຂດເຊື່ອມຕໍ່ກັບປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ (ເຂດເຊື່ອມຕໍ່ດ້ານໃຕ້).
ມາຮອດປີ 2019 ນາຍົກລັດຖະມົນຕີໄດ້ອອກດຳລັດ ສະບັບເລກທີ 36/ນຍ, ລົງວັນທີ 15 ກຸມພາ 2019. ວ່າດ້ວຍການສ້າງຕັ້ງປ່າສະຫງວນແຫ່ງຊາດ ນາຍ-ນ້ຳເທີນ ເປັນອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໂດຍແມ່ນອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນ້ຳ ນ້ຳເທີນ 2 ເປັນຜູ້ຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ແລະ ປ່ຽນຊື່ຈາກ: ສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນໍ້າເທີນ 2 ມາເປັນ ຄະນະກຳມະການບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ, ກອງເລຂາອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນໍ້າເທີນ 2 ມາເປັນ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ.
ໃນວັນທີ 29 ມີນາ 2019 ນີ້ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໄດ້ຈັດພິທີເປີດ ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຢ່າງເປັນທາງການຂຶ້ນ ທີ່ເມືອງ ນາກາຍ, ແຂວງ ຄຳມ່ວນ ໃຫ້ກຽເຂົ້າຮ່ວມ ແລະ ຕັດແຖບຜ້າ ເປີດປ້າຍອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໂດຍທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ເຊິ່ງມີ ທ່ານຮອງລັດຖະມົນຕີກະຊວງການເງິນ, ທ່ານເຈົ້າເມືອງໆນາກາຍ, ທ່ານຫົວໜ້າກົມປ່າໄມ້, ອຳນວຍການໃຫຍ່ບໍລິສັດໄຟຟ້ານ້ຳເທີນ 2 ແລະ ແຂກທີ່ຖືກເຊີນ ກໍ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ດ້ວຍ.
ໂດຍ: ເຂັມມະໄລ ສົນດາວັນ.