ພິທີເຊັນສັນຍາປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ
ໂຄງການຮ່ວມມືທົດລອງແກ້ໄຂຄວາມທຸກຍາກ ລາວ-ຈີນ ແມ່ນໄດ້ຮັບການຊ່ວຍເຫຼືອຈາກກະຊວງການຄ້າ ສາທາລະນະລັດ ປະຊາ ຊົນຈີນ ກໍ່ຄືລັດຖະບານ ສາທາລະນະລັດ ປະຊາຊົນຈີນ ໃນກອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ມອບເງິນ ຈຳນວນ 33 ລ້ານກວ່າຢວນ (ປະມານ 40 ຕື້ກີບ) ໃຫ້ສູນຄຸ້ມຄອງໂຄງການຊ່ວຍເຫຼືອຕ່າງປະເທດແກ້ໄຂຄວາມທຸກຍາກ ແຂວງ ກວາງຊີ ແລະ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ, ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດ ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດຢູ່ ບ້ານ ຊໍ້, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ແລະ ບ້ານ ຊຽງລ້ອມ, ເມືອງ ແລະ ແຂວງ ຫຼວງພະບາງ ໃນວັນທີ 14 ມີຖຸນາ 2017 ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນສັນຍາປະຕິບັດໂຄງການຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນຂຶ້ນ ຕ່າງໜ້າຝ່າຍລາວລົງນາມໂດຍ ທ່ານ ຈິດ ທະວີໃສ ຫົວໜ້າຫ້ອງການແຜນການ ແລະ ພົວພັນຕ່າງປະເທດ, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະຊວງ ກປ ຝ່າຍຈີນ ໂດຍທ່ານ ຫວັງຊິ່ຮຸ້ຍ ທີ່ປຶກສາດ້ານເສດຖະກິດ-ການຄ້າ, ສະຖານທູດສາທາລະນະລັດ ປະຊາຊົນຈີນ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງ ກປ; ທ່ານ ທອງວັນ ວິໄລເຮືອງ ຮອງຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ (ຜູ້ປະຈຳການ); ພະນັກງານວິຊາການຄະນະພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກ ແລະ ແຂກທີ່ຖືກເຊີນກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້ດ້ວຍ.
ນະຄອນຫຼວງວຽງຈັນ, ວັນທີ 04 ມີຖຸນາ 2017.
ໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ເຂັມພອນ ທິພົມມະຈັນ.