ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ສຶກສາຄວາມເປັນໄປໄດ້ຂອງໂຄງການປັບປຸງຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ
ໂຄງການຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ ເປັນໂຄງການຈຸດສຸມໜຶ່ງທີ່ສຳຄັນ ແລະ ເປັນບຸລິມະສິດຂອງລັດຖະບານ ເຊິ່ງສຳເລັດການກໍ່ສ້າງ ແລະ ເລີ່ມນຳໃຊ້ມາແຕ່ປີ 1978 ມາຮອດປັດຈຸບັນມີອາຍຸການໃຊ້ຍາວນານຫລາຍກວ່າ 30 ປີ ແລະ ມີສະພາບເກົ່າແກ່ຊຸດໂຊມ, ໂຄງການດັ່ງກ່າວມີເນື້ອທີທັງຫມົດ 7.600 ເຮັກຕາ ໃນນັ້ນໂຄງການນ້ຳຫຸມກວມເອົາ 2.300 ເຮັກຕາ ແລະ ໂຄງການນ້ຳຊ່ວງກວມເອົາ 5.300 ເຮັກຕາ, ເພື່ອເປັນການຮັບປະກັນແກ່ການສະໜອງນ້ຳຂອງທັງ 2 ໂຄງການໃຫ້ໄດ້ທັງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບໃຊ້ແກ່ການພັດທະນາ ໂດຍສະເພາະການສະໜອງນ້ຳທີ່ພຽງພໍໃຫ້ແກ່ປະຊາຊົນເຂດເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ແລະ ເມືອງໂພນໂຮງ ແຂວງ ວຽງຈັນ, ໃຫ້ສາມາດທຳການຜະລິດກະສິກຳໄດ້ 2 ລະດູ, ທັງເພື່ອຮັບປະກັນຄວາມໝັ້ນຄົງດ້ານການຜະລິດສະບຽງອາຫານໃຫ້ກາຍເປັນສິນຄ້າຮັບໃຊ້ພາຍໃນ ແລະສົ່ງອອກໃຫ້ໝັ້ນຄົງ ແລະ ຍາວນານ.
ໃນວັນທີ 29 ກັນຍາ ຜ່ານມານີ້ ກົມຊົນລະປະທານ, ກະຊວງກະສິກຳ ແລະປ່າໄມ້ ແລະ ບໍລິສັດ ລັດວິສະຫະກິດວິສະວະກໍາພະລັງງານຂອງຈີນ ຈໍາກັດ,ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນ ໃນການສຶກສາຄວາມເປັນໄປໄດ້ຂອງໂຄງການປັບປຸງຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງຂື້ນ ທີຫ້ອງປະຊຸມກົມຊົນລະປະທານ, ຕ່າງໜ້າເຊັນ ໂດຍທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ແລະ ທ່ານ Lui Yunpeng ຮອງປະທານບໍລິສັດ ດັ່ງກ່າວ, ເຊິ່ງການເຊັນບົດບັນທຶກໃນຄັ້ງນີ້ໄດ້ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ທອງພັດວົງມະນີ ຮອງລັດຖະມົນຕີກະຊວງ ກະສິກຳ ແລະປ່າໄມ້, ອຳນາດການປົກຄອງຂັ້ນແຂວງ, ຂັ້ນເມືອງ, ຫົວຫນ້າຫ້ອງການ, ຫົວໜ້າກົມ, ພ້ອມຄະນະທີມງານຂອງບໍລິສັດດັ່ງກ່າວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.
ບົດຂ່າວໂດຍ: ນ. ສີອໍາມອນ ໄຊຍະລາດ
ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະວົງ