ພິທີສະຫຼຸບ ຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ “WildHealthNet ”ແຕ່ປີ 2019-2022, ຊຶ່ງໄດ້ຮັບການສະໜັບສະໜູນທຶນຈາກ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມລິກາ/Transition Ceremony for the WildHealthNet project funded by the Defense Threat Reduction Agency, USA

ພິທີສະຫຼຸບ ຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ WildHealthNet ແຕ່ປີ 20192022, ຊຶ່ງໄດ້ຮັບການສະໜັບສະໜູນທຶນຈາກ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມລິກາ.

ນະຄອນຫຼວງວຽງຈັນ, 9 ມິຖູນາ 2022 ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ – ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການ ອະນຸລັກ ສັດປ່າ ປະຈໍາ ສປປ ລາວ (WCS) ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດ ໂຄງການພັດທະນາເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ WildHealthNet ແຕ່ປີ 20192022; ທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ (DTRA) ສະຫະລັດອາເມລິກາ. ການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນໄລຍະດັ່ງກ່າວ ແມ່ນເລັງໃສ່ການສ້າງເຄືອຂ່າຍ ແລະ ພັດທະນາມາດຕະຖານຂັ້ນຕອນ ການປະຕິບັດການເຝົ້າລະວັງພະຍາດສັດປ່າ ຢູ່ ສປປ ລາວ. ພິທີດັ່ງກ່າວ ໄດ້ມີການເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ອົງການຈັດຕັ້ງສາກົນ, ຫ້ອງວິໄຈ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

ໃນປີ 2019, ອົງການ ອະນຸລັກ ສັດປ່າ (WCS) ແລະ ຄູ່ຮ່ວມງານພາກລັດຖະບານ ໄດ້ເລີ່ມທົດລອງລະບົບເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ WildHealthNet. ລະບົບດັ່ງກ່າວ ໄດ້ຮັບການພັດທະນາຂຶ້ນຈາກຄວາມພະຍາຍາມຜ່ານມາ ທີ່ກ້ຽວຂ້ອງກັບແນວຄວາມຄິດສຸຂະ ພາບໜຶ່ງດຽວ One Health ຢູ່ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ. ແນວຄວາມຄິດລິເລີ່ມຢູ່ພາກພື້ນດັ່ງກ່າວ ໄດ້ຜັກດັນໃຫ້ລັດຖະບານຂອງແຕ່ລະປະເທດ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ, ໂດຍເລັງໃສ່ການເຝົ້າລະວັງພະຍາດ ແລະ ການຕາຍຂອງສັດປ່າຢູ່ໃນຂອບເຂດ ແລະ ບໍລິເວນອ້ອມຂ້າງປ່າສະຫງວນ.

ເຄືອຂ່າຍການເຝົ້າລະວັງພະຍາດສັດປ່າທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ ຢູ່ ສປປ ລາວ ນີ້ ໄດ້ເຊື່ອມໂຍງ ຜູ້ທີ່ມີການປະເຊີນໜ້າກັບສັດປ່າ ລວມມີ ນາຍພານ, ຊາວບ້ານ ແລະ ພະນັກງານຢູ່ສູນຊ່ວຍເຫຼືອສັດປ່າ ກັບ ນັກວິທະຍາສາດ, ຜູ້ມີສິດອໍານາດໃນການຕັດສິນ ແລະ ບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ ທີ່ສາມາດດໍາເນີນການໃນການວິເຄາະສະຖານະການພະຍາດທີ່ອາດເປັນໄພຂົ່ມຂູ່ ແລະ ຫາແນວທາງປ້ອງກັນການແຜ່ລະ ບາດຂອງພະຍາດດັ່ງກ່າວ. ໂຄງການໄດ້ເລັງໃສ່ການເຊື່ອມໂຍງຍຸດທະສາດເຫຼົ່ານີ້ ເຂົ້າກັບບັນດາແຜນນະໂຍບາຍຂອງລັດຖະບານທີ່ມີຢູ່ແລ້ວ ເພື່ອປັບປຸງວຽກງານເຝົ້າລະວັງພະຍາດສັດປ່າ ໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງ. ວຽກງານການເຝົ້າລະວັງນີ້ ມີຄວາມສໍາຄັນຫຼາຍ ຊຶ່ງເປັນໜຶ່ງໃນບັນດາຍຸດທະສາດຫຼັກຂອງອົງການ ອະນຸລັກ ສັດປ່າ WCS ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອປົກປັກຮັກສາຊັບພະຍາ ກອນສັດປ່າຂອງປະເທດ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ທີ່ສັດປ່າອາດເປັນແຫຼ່ງຖືເຊື້ອ, ເນື່ອງຈາກການເຝົ້າລະວັງພະຍາດ ເຮັດໃຫ້ສາມາດກຳນົດໄພຂົ່ມຂູ່ທີ່ເກີດໃໝ່ ຕໍ່ກັບສັດປ່າ ແລະ ຖິ່ນອາໄສຂອງພວກມັນ.

ອີງຕາມຜົນສໍາເລັດຂອງໂຄງການທົດລອງນີ້, ສປປ ລາວ ຈະສືບຕໍ່ຂະຫຍາຍເຄືອຂ່າຍການເຝົ້າລະວັງພະຍາດສັດປ່າ ໃນຂອບເຂດທົ່ວປະເທດ. ການເພີ່ມຂີດຄວາມສາມາດແຫ່ງຊາດໃນການເຝົ້າລະວັງ ແລະ ຮັບມືກັບພະຍາດສັດປ່າ ທີ່ໄດ້ຮັບຜົນສໍາເລັດ ໂດຍຜ່ານແນວຄວາມຄິດລິເລີ່ມນີ້ ຈະສະໜັບສະໜູນລັດຖະບານ ສປປ ລາວໃນການບັນລຸເປົ້າໝາຍຍຸດທະສາດ ເພື່ອຕ້ານໄພຂົ່ມຂູ່ຂອງພະຍາດຕິດຕໍ່ທີ່ເກີດຂຶ້ນ  ໃໝ່ ຕໍ່ກັບສາທາລະນະສຸກ, ຊີວະນາໆພັນ, ການພັດທະນາ ແລະ ຄວາມໝັ້ນຄົງຂອງພາກພື້ນ.

Transition Ceremony for the WildHealthNet project funded by the Defense Threat Reduction Agency, USA

The Ministry of Agriculture and Forestry, the Department of Livestock and Fisheries, and the Wildlife Conservation Society Laos program (WCS) announced the conclusion of the development phase for Lao PDR’s national wildlife health surveillance network and standard operating procedure, developed under the WildHealthNet initiative funded by the Defense Threat Reduction Agency (DTRA) of the United States of America. A ceremony dedicated to the transition took place on June 9th, 2022 at the Crowne Plaza Hotel in Vientiane with project stakeholders from government, NGOs, protected areas, and laboratories in attendance.

In 2019, WCS and government partners began piloting the WildHealthNet surveillance system, building on previous One Health efforts in Vietnam, Laos, and Cambodia. This regional initiative supported national governments to build and operationalize national wildlife health surveillance networks, with a particular focus on monitoring disease and mortality of wildlife in and around protected areas.

Lao PDR’s newly established network for wildlife health surveillance connects people who encounter wildlife, including rangers, villagers, and staff at animal rescue centers, with scientists, decision-makers, and stakeholders who can take action to analyze disease threats and try to prevent their spread. Emphasis was placed on integrating these strategies with existing national policies in order to improve effectiveness and sustainability. This work is paramount to one of WCS’ and the Government of Lao PDR’s core strategies to protect the country’s wildlife and prevent pandemics at source, as health monitoring allows identification of on-going or emerging threats to wildlife and their habitats.

Following on this successful pilot project, Lao PDR will continue to scale up and expand this wildlife health surveillance network across the country. The increased national capacity for wildlife disease surveillance and response achieved through this initiative will support the Government of Laos in reaching their strategic objectives to combat the threat of emerging infectious diseases on public health, biodiversity, and regional development and stability.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ