ພິທີປະກາດການຈັດຕັ້ງ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

ພິທີປະກາດການຈັດຕັ້ງ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

ໃນຕອນເຊົ້າຂອງວັນທີ 9 ມີນາ 2023, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ໄດ້ຈັດພິທີປະກາດການຈັດຕັ້ງຂອງຕົນຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ຊຶ່ງມີທ່ານຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງກົມປ່າໄມ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ຫ້ອງການກະສິກຳ ແລະ  ປ່າໄມ້ເມືອງນາກາຍ, ທ່ານເຈົ້າເມືອງ  3 ເມືອງ  ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ໃນພິທີປະກາດການຈັດຕັ້ງໃນຄັ້ງນີ້ ທ່ານ ທອງສະຫວັນ ພັນທະລາວົງ  ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂື້ນຜ່ານຂໍ້ຕົກແຕ່ງຕັ້ງຊັບຊ້ອນພະນັກງານຄື: ຕົກລົງໃຫ້ ທ່ານ ອຸໄທ ວົງສາ ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄປຮັບໜ້າທີ່ໃໝ່ຢູກົມປ່າໄມ້, ແຕ່ງຕັ້ງທ່ານ ສີທັດ ພີມມະຈັນ ຮອງຫົວໜ້າກອງຄຸ້ມຄອງອຸທິຍານແແຫ່ງຊາດ ນາກາຍ-ນໍ້າເທີນ ເປັນຮັກສາການຫົວ   ໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແລະ ແຕ່ງຕັ້ງ ທ່ານ ປອ ສີສົມພອນ ສຸດທິຈັກ ເປັນຮອງ ຫົວໜ້າກອງຄຸ້ມຄອງອຸທິຍານແແຫ່ງຊາດ ນາກາຍ-ນໍ້າເທີນ.

ເຊິ່ງໃນຕອນທ້າຍຂອງພິທີ ທ່ານຫົວໜ້າກົມປ່າໄມ້ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາທ່ານການນຳຂັ້ນກອງ ທີ່ໄດ້ຈັດຕັ້ງປະຕິບັດໜ້າທີ່ໃນໄລຍະທີ່ຜ່ານມາ, ເສຍສະຫຼະ, ທຸ້ມເທ, ກຳລັງແຮງກາຍ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນວຽກງານ ຈົນມີຜົນງານຫຼາຍດ້ານຕໍ່ກັບຂະ  ແໜງການຕະຫຼອດໄລຍະຜ່ານມາ ແລະ ຕໍ່ກັບຜູ້ທີ່ໄດ້ຮັບການຊັບຊ້ອນ ແລະ ຮັບຕໍາແໜ່ງໃໝ່ ກໍ່ໃຫ້ສືບຕໍ່ທົບທວນບັນດານະໂຍບາຍ, ມະຕິ, ແຜນພັດທະນາເສດຖະກິດ ຮອດປີ 2025 ເພື່ອໃຫ້ເກີດຄວາມເຂົ້າໃຈ ແລະ ກຳແໜ້ນ ເພື່ອການຈັດຕັ້ງຜັນຂະຫຍາຍ, ປະກອບສ່ວນເຂົ້າໃນການພັດທະນາ ຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ