ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ເຕັກນິກການຜະລິດເຂົ້າ ແລະ ນໍາໃຊ້ກົນຈັກກະສິກໍາ ໃຫ້ກຸ່ມຊາວກະສິກອນ

ໂຄງ​ການປັບ​ປຸງ​ກົນ​ຈັກ​ກະ​ສິ​ກຳ ເປັນ​ໂຄງ​ການ​ທີ່​ໄດ​້​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ລັດ​ຖະ​ບານ​ເກົາຫຼີ ໃນ​ມູນ​ຄ່າ 3.700.000 ໂດ​ລາ​ສະ​ຫະ​ລັດ, ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ​ນັບ​ແຕ່​ປີ 2020-2024, ສະ​ຖານ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ​ຢູ່​ສູນ​ພັດ​ທະ​ນາ​ກະ​ສິ​ກຳ​ໜອງ​ແຫ້ວ, ນະ​ຄອນຫຼວງວຽງ ແລະ ສູນ​ພັດ​ທະ​ນາ​ກະ​ສິ​ກຳ​ປາກ​ແຈ້ງ, ແຂວງ ວຽງ​ຈັນ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ກົມ​ສົ່ງ​ເສີມເຕັກ​ນິກ ແລະ ປຸງ​ແຕ່ງ​ກະ​ສິ​ກຳ.

ໂຄງ​ການ​ດັ່ງ​ກ່າວນີ້​ເພື່ອ​ປັບ​ປຸງ​ຜົນ​ຜະ​ລິ​ດ​ເຂົ້າ​ແນວ​ພັນ ລຸ້ນ 3 ໂດຍ​ການ​ນຳ​ໃຊ້​ກົນຈັກ ເຂົ້າ​ມາ​ຊ່ວຍ​ໃນ​ວຽກ​ງານການ​ຜະ​ລິດ​ກະ​ສິ​ກຳ ເພື່ອຫຼຸດ​ຜ່ອນ​ແຮງ​ງານ​ຄົນ, ປັບ​ປຸງ​ລະ​ບົບ​ຊົນ​ລະ​ປະ​ທານ ເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ການ​ຜະ​ລິດ​ແນວ​ພັນ​ເຂົ້າ ແລະ ຍົກ​ສູງ​ສະ​ມັດ​ຕະ​ພາບ​ຜົນ​ຜະ​ລິດ​​ເຂົ້າໃຫ້​ເພີ່ມ​ຂຶ້ນ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊາວ​ກະ​ສິ​ກອນ ແລະ ອົງ​ການ​ຈັດ​ຕັ້ງ​ຊາວ​ກະ​ສິ​ກອນ​ໃຫ້​ດີ​ຂຶ້ນ.

ໃນວັນທີ 31 ພຶດສະພາ 2023 ໂຄງການປັບປຸງກົນຈັກກະສິກໍາ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຈັດພິທີປິດຝຶກອົບຮົມສ້າງຄວາມເຂັ້ມແຂງ ເຕັກນິກການຜະລິດເຂົ້າ ແລະ ນໍາໃຊ້ກົນຈັກກະສິກໍາ ໃຫ້ກຸ່ມຊາວກະສິກອນຂຶ້ນ, ທີ່ສູນພັດທະນາກະສິກໍາໜອງແຫ້ວ. ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງສະໄຫວ ແສງສຸລິວົງ ຮອງຫົວຫນ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ; ທ່ານ ດຣ ຈູ ສຶຫັນ ຜູ້ຊ່ວຍຊ່ຽວຊານປະຈຳໂຄງ ການ; ທ່ານ ນ. ແກ້ວອຸດອນ ພິລາງາມ ຫົວໜ້າສູນພັດທະນາກະສິກໍາໜອງແຫ້ວ.

ໃນພິທີ ທ່ານ ວິໄລສັກ ໄຊຍະສິດ ຮອງພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກໍາ, ຜູ້ປະ ສານງານໂຄງການປັບປຸງກົນຈັກ ກະສິກໍາ ໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນເປັນເວລາ 2 ວັນ, ໃນລະຫວ່າງວັນທີ 30-31 ພຶດສະພາ 2023. ເຊິ່ງມີຜູ້ເຂົ້າຮ່ວມໃນການຝຶກອົບຮົມທັງໝົດ 24 ທ່ານ, ຍິງ 11 ທ່ານ, ທີ່ມາຈາກ ກຸ່ມຜູ້ຜະລິດແນວພັນເຂົ້າ ລຸ້ນ 3 ແລະ ກຸ່ມຜະລິດເຂົ້າເປັນສິນຄ້າ ກຸ່ມຫາດດອກແກ້ວນາ ລ້ອງ, ນາໄຫ, ໜອງແຫ້ວ, ທ່າສະຫວ່າງ ແລະ ກຸ່ມທົ່ງຮາບທ່າງ່ອນ. ເຊິ່ງຫົວຂໍ້ທີ່ນໍາມາຝຶກໃນຄັ້ງນີ້ ປະກອບມີ: 1) ການຄວບຄຸມ-ກໍາຈັດຫຍ້າ, ການໃສ່ຝຸ່ນ, ການປ້ອງກັນ ແລະ ກໍາຈັດພະຍາດໃນນາເຂົ້າ, ການປ້ອງກັນ ແລະ ກໍາຈັດແມງໄມ້ໃນນາເຂົ້າ;2) ເຕັກນິກການກະກຽມດິນ, ການຄັດເລືອກແນວພັນ ແລະ ການຕົກກ້າ; 3)ຝຶກວິທີການນໍາໃຊ້ລົດໄຖນາ, ລົດ ດໍານາ, ລົດພວນດິນ ແລະ ລົດກ່ຽວເຂົ້າ ແລະ 4) ການຮັກສາເມັດພັນຫຼັງການເກັບກ່ຽວ ແລະ ວຽກອື່ນໆທີ່ກ່ຽວ ຂ້ອງກັບການຜະລິດ.

ໃນຕອນທ້າຍຂອງພິທີ ກໍ່ໄດ້ມີການມອບໃບຢັ້ງຢືນ ໃຫ້ກັບນັກສໍາມະນາກອນ ທີ່ເຂົ້າຮ່ວມໃນການຝຶກອົບ ຮົມໃນຄັ້ງນີ້ດ້ວຍ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ