ບໍລິສັດຊວນເຢເປີດສູນຈຳຫນ່າຍເຄື່ອງກົນຈັກກະສິກຳແຫ່ງທໍາອິດໃນສປປ ລາວ

ບໍລິສັດຊວນເຢເປີດສູນຈຳຫນ່າຍເຄື່ອງກົນຈັກກະສິກຳແຫ່ງທໍາອິດໃນສປປ ລາວ

     ບໍລິສັດຊວນເຢລາວ ໄດ້ຈັດພິທີເປີດສູນຈຳໜ່າຍເຄື່ອງກົນຈັກກະສິກຳຊູມໄລອອນ ຢ່າງເປັນທາງການຂຶ້ນ, ໃນວັນທີ 1 ກຸມພາ 2023. ເຊິ່ງຈັດຕັ້ງປະຕິບັດໂດຍບໍລິສັດ ເຄື່ອງກົນຈັກກະສິກຳຊູມໄລອອນຈຳກັດ ແລະບໍລິສັດຊວນເຢລາວຈຳກັດ ທີ່ບ້ານໂຄກສີວິໄລ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ, ທ່ານ ສີສະຫວາດ ຫອມດາລາ ຮອງຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້,​ ຕາງໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ກົມສົ່ງເສີມການຄ້າ ແລະ ກົມນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ, ທູດເສດຖະກິດ ແລະ ການຄ້າ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ຜູ້ຕາງສະພາການຄ້າຈີນ ປະຈໍາ ສປປ ລາວ, ສະພາການຄ້າຫູໜານ, ສະພາການຄ້າຟູຈ້ຽນ, ບໍລິສັດ ທາງລົດໄຟລາວ-ຈີນ, ທະນາຄານຈີນ, ທະນາຄານການຄ້າຈີນ, ທະນາຄານລາວຈີນ, ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ຊູ ກົວວູ (XU GUOWU) ປະທານບໍລິສັດ ພັດທະນາກະສິກໍາ ຊີວະນາໆພັນ ຊວນເຢ ຫູໜານ ຈໍາກັດ ໄດ້ກ່າວວ່າ: ການເປີດສູນຈໍາໜ່າຍເຄື່ອງກົນຈັກກະສິກໍາ ZOOMLION ແຫ່ງທໍາອິດໃນ ສປປ ລາວ ແມ່ນສະແດງໃຫ້ເຫັນເຖິງບາດກ້າວອັນສໍາຄັນ ໃນຕະຫຼາດສາກົນຂອງການຮ່ວມມື ລະຫວ່າງ ບໍລິສັດຊວນເຢ ແລະ ບໍລິສັດ ZOOMLION, ທັງເປັນການພັດທະນາຕະຫຼາດລາວຂອງຊວນເຢໃຫ້ກາຍເປັນຈິງ. ພາຍຫຼັງໄດ້ສໍາເລັດຕ່ອງໂສ້ອຸດສາຫະກໍາການຄົ້ນຄວ້າແນວພັນ, ການປູກຝັງ, ປຸງແຕ່ງ, ເກັບມ້ຽນ, ການຂົນສົ່ງ ແລະການຄ້າຂາຍ ເຊິ່ງປະເທດຈີນ ແລະ ປະເທດລາວເຊື່ອມຕໍ່ກັນດ້ວຍພູເຂົາ-ແມ່ນ້ຳ ແລະ ມີເສັ້ນທາງ ພັດທະນາທີ່ຄ້າຍຄືກັນ ສອງຝ່າຍມີຄວາມເຫັນດີເຫັນພ້ອມກັນຢ່າງສູງ ໃນແນວຄິດການພັດທະນາກະສິກຳສີຂຽວຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ໃນການສະໜອງ ແລະ ຄວາມຕ້ອງ ການຂອງຕະຫຼາດກະສິກຳສີຂຽວ.

ການເປີດສູນຈໍາໜ່າຍເຄື່ອງກົນຈັກກະສິກໍາ ZOOMLION ແຫ່ງທໍາອິດໃນ ສປປ ລາວ, ຈະເປັນການຍົກລະດັບການສ້າງລະບົບບໍລິການຮອບດ້ານຢ່າງມີຄຸນນະພາບ ໂດຍມີການຈໍາໜ່າຍກົນຈັກກະສິກໍາ, ການສະໜອງເຄື່ອງອາໄຫຼ່, ບໍລິການຫຼັງການຂາຍ, ບໍລິການທຶນ ແລະ ການໃຫ້ເຊົ່າ, ເພື່ອຊ່ວຍເອົາເຄື່ອງກົນຈັກກະສິກໍາທີ່ທັນສະໄໝ ທີ່ເປັນຜະລິດຕະພັນຈີນ ເຂົ້າສູ່ຕະຫຼາດລາວ ແລະ ຊ່ວຍເຫຼືອຊາວກະສິກອນທ້ອງຖິ່ນ ໃນການປູກເຂົ້າ, ສາລີ, ອ້ອຍ ແລະ ພືດຊະນິດອື່ນໆ ຊ່ວຍຍົກສູງຄຸນນະພາບຜະລິດຕະພັນກະສິກຳ ເພື່ອສະໜອງການບໍລິການທີ່ຖືກຕ້ອງ ແລະ ສົມບູນຍິ່ງຂຶ້ນ.

ພາຍໃຕ້ສະພາບການພັດທະນາຂອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືລະຫວ່າງບໍລິສັດ ຊວນເຢ ແລະ ບໍລິສັດ ZOOMLION ໃນຄັ້ງນີ້ ຈະຊ່ວຍຊຸກຍູ້ການພັດທະນາຂະແໜງກົນຈັກກະສິກໍາຂອງລາວ, ຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ຮັດແໜ້ນການຮ່ວມມືຂອງສອງປະເທດ ລາວ-ຈີນ ໃນດ້ານນີ້ໃຫ້ຫຼາຍກ່ວາເກົ່າ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ