ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມ ແລະ ຊຸກຍູ້ການຜະລິດກະສິກຳ 4 ແຂວງພາກໃຕ້
ໃນລະຫວ່າງວັນທີ 5- 13 ສິງຫາ 2017 ນີ້ ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ການຜະລິດກະສິກໍາຢູ່ 4 ແຂວງພາກໃຕ້ຄື ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ, ນຳໂດຍທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ 20 ກວ່າທ່ານເຂົ້າຮ່ວມ.
ການລົງເຄື່ອນໄຫວວຽກງານຄັ້ງນີ້ທາງຄະນະໄດ້ພົບປະການນຳຂອງແຂວງ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສີສຸວັນ ວົງຈອມສີ ເລຂາພັກແຂວງ-ເຈົ້າແຂວງ ສາລະວັນ, ທ່ານ ສີດາ ສຸວັນນະສາຍ ຮອງເລຂາພັກແຂວງ-ຮອງເຈົ້າແຂວງເຊກອງ, ທ່ານ ປອ ນາມ ວິຍາເກດ ເລຂາພັກແຂວງ-ເຈົ້າແຂວງອັດຕະປື ແລະ ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງ ຈຳປາສັກ, ເພື່ອລາຍງານຈຸດປະສົງຂອງການລົງມາເຮັດວຽກໃນຄັ້ງນີ້ໃຫ້ຊາບ.
ໃນມື້ທຳອິດທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຢ້ຽມຢາມ ພື້ນທີ່ການຜະລິດຢູ່ເຂດໂຄງການຟື້ນຟູຊົນລະປະທານ ເມືອງວາປີ ແຂວງ ສາລະວັນ, ຢ້ຽມຢາມພື້ນທີ່ຈຸດສຸມເປົ້າໝາຍສົ່ງເສີມການຜະລິດພືດຜັກ ແລະ ກາເຟ ເປັນສິນຄ້າ ເຂດທ່າແຕງ ແຂວງ ເຊກອງ, ຈາກນັ້ນກໍ່ໄດ້ສືບຕໍ່ລົງເຮັດວຽກທີ່ແຂວງອັດຕະປື ໄດ້ພົບປະ ແລະ ໂອ້ລົມບັນດາຫົວໜ້າ ແລະ ສະມາຊິກກຸ່ມການຜະລິດ ລວມທັງຢ້ຽມຢາມບ້ານໃນເຂດຈຸດສຸມ ຫີນລາດ-ແທ ເມືອງ ສະໜາມໄຊ ແລະ ພື້ນທີຊົນລະປະທານທີຖືກຜົນກະທົບຈາກພາຍຸຊົງກາພັດຜ່ານໃນຊວງເດືອນ ກໍລະກົດຜ່ານມານີ້ນຳອີກ. ໃນມື້ສຸດທ້າຍ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຢ້ຽມຢາມ ກຸ່ມການຜະລິດແນວພັນເຂົ້າ ໃຫ້ບໍລິສັດ ໄອດີພີ ທີ່ບ້ານ ນາແກວ ເມືອງ ຊະນະສົມບູນ ເພື່ອຮັບຟັງການລາຍງານບັນຫາ ແລະ ຂໍ້ຫຍຸ້ງຍາກໃນການຜະລິດຂອງກຸ່ມ.
ຈາກນັ້ນຄະນະດັ່ງກ່າວ ກໍ່ໄດ້ຮ່ວມເຮັດວຽກນຳພະແນກກະສິກຳ ແລະ ປ່າໄມ້ 4 ແຂວງ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໄລຍະ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການຕໍ່ໜ້າ ທີ່ຕິດພັນກັບໂຄງການສົ່ງເສີມການຜະລິດເປັນສິນຄ້າ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ວຽກງານການຕ້ານແລ້ງ-ຕ້ານຖ້ວມ ລວມທັງການແກ້ໄຂບັນຫາໄພທຳມະຊາດທີກະທົບຕໍ່ກັບການຜະລິດກະສິກຳ, ໃນໂອກາດດັ່ງກ່າວນີ້ທ່ານຍັງໄດ້ໃຫ້ທິດຊີ້ນໍາຕໍ່ການນໍາພະແນກຂອງແຕ່ລະແຂວງ ໃຫ້ເອົາໃຈໃສ່ເຮັດວຽກງານໃຫ້ຫຼ້ອນໜ້າທີ່, ລວມທັງດ້ານແນວຄິດການເມືອງ, ເພື່ອໃຫ້ກາຍເປັນເສົາຄ້ຳເສດຖະກິດທີ່ແຂງແກ່ນຂອງຊາດ. ຖືເອົາວຽກງານພັດທະນາຊົນນະບົດເປັນໃຈກາງ,ເອົາໃຈໃສ່ການຄຸ້ມຄອງປ່າໄມ້ ແລະ ຄຸ້ມຄ້ອງຊົນລະປະທານ ພ້ອມທັງຫັນເປັນຊົນລະກະເສດ ເພື່ອໃຫ້ການຜະລິດກາຍເປັນອຸດສາຫະກຳ ແລະ ທັນສະໄໜ ໂດຍຕິດພັນກັບການສະຫງວນພື້ນທີທຳການຜະລິດ.
ຂຽນໂດຍ: ທ່ານ ຂັນວິຈິດ ມະຫາວັງ, ນ. ສີອໍາມອນ ໄຊຍະລາດ
ກວດແກ້ໂດຍ:ທ່ານ ເຂັມພອນ ທິພົມມະຈັນ