ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຊີ້ນໍາວຽກງານ ການຜະລິດກະສິກໍາ ຢູ່ແຂວງ ອຸດົມໄຊ
ໃນວັນທີ 30 ສິງຫາ 2018 ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ການຜະລິດກະສິກໍາ ແລະຊີ້ນໍາວຽກງານ ຢູ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ, ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ອ້ອມຂ້າງພະແນກເຂົ້າຮ່ວມ.
ທ່ານ ບຸນຍືມ ໄຊຍະເວັນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາວ່າ: ການຜະລິດເຂົ້ານາແຊງ ມີແຜນ 150 ເຮັກຕາ ແຕ່ຈັດຕັ້ງປະຕິບັດໄດ້ 52,5 ເຮັກຕາ, ຜົນຜະລິດໄດ້ 237 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 35% ສາເຫດທີ່ປະຕິບັດບໍ່ໄດ້ຕາມຄາດໝາຍນັ້ນເນື່ອງຈາກວ່ານໍ້າບໍ່ພຽງພໍ, ປະຊາຊົນຫັນໄປປູກພືດຊະນິດອື່ນທີ່ມີລາຍຮັບດີກວ່າ ລວມທັງສະພາບອາກາດທີ່ບໍ່ເອື້ອອໍານວຍນໍາອີກ. ດ້ານການຜະລິດພືດສະບຽງອາຫານ ປະຕິບັດໄດ້ 3.765 ເຮັກຕາ, ຜົນຜະລິດໄດ້ 12 ພັນກວ່າໂຕນ ທຽບໃສແຜນການປະຕິບັດໄດ້ 70%, ການຜະລິດເປັນສິນຄ້າ ໄດ້ເລັ່ງໃສ່ປູກສາລີອາຫານສັດ, ຢາສູບ, ພືດຖົ່ວ, ໝາກໂມ, ຢາງພາລາ ແລະ ປູກໝາກແໜ່ງເປັນສິນຄ້າ. ດ້ານວຽກງານການຄຸ້ມຄອງປ່າໄມ້ ແລະຊັບພະຍາກອນປ່າໄມ້ ທົ່ວແຂວງມີປ່າຜະລິດແຫ່ງຊາດ 3 ແຫ່ງ, ປ່າສະຫງວນ 8 ແຫ່ງ, ສວນກ້າເບ້ຍໄມ້ 11 ແຫ່ງ ແລະສາມາດຜະລິດເບ້ຍໄມ້ໄດ້ 430 ພັນກວ່າເບ້ຍ ເທົ່າກັບ 95% ຂອງແຜນການປີ. ສໍາລັບວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ ທົ່ວແຂວງຍັງມີເມືອງທຸກ 2 ເມືອງ, ມີບ້ານທຸກຍາກ 194 ແລະມີຄອບຄົວທຸກຍາກ 13.313 ຄອບຄົວ, ພົ້ນທຸກແລ້ວ 39.739 ຄອບຄົວ ເທົ່າກັບ 74,9%. ທ່ານ ບຸນຍືມ ໄຊຍະເວັນ ໄດ້ລາຍງານຕື່ມອີກວ່າ: ຄວາມເສຍຫາຍຈາກໄພພິບັດ-ນໍ້າຖ້ວມໃນໄລຍະຜ່ານມາ ມີ 2 ຄັ້ງຕິດຕໍ່ກັນໃນລະຫວ່າງເດືອນ ກໍລະກົດ 2018 ມີ 7 ເມືອງທີ່ຖືກເສຍຫາຍຢ່າງໜັກໜ່ວງລວມມູນຄ່າທັງໝົດ 32 ຕື້ກວ່າກີບ ໃນນີ້ມີ: ເນື້ອທີ່ນາປີ, ຕົ້ນໄມ້ອຸສາຫະກໍາ-ພືດອຸສາຫະກໍາ, ຊົນລະປະທານ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ.
ໂອກາດດຽວກັນນີ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃສ່ວຽກງານການຜະລິດພາຍຫຼັງນໍ້າຖ້ວມ ແລະກະກຽມໃສ່ການຜະລິດລະດູແລ້ງ 2018ນີ້, ຈັດສົ່ງພະນັກງານວິຊາການລົງຊຸກຍູ້ສົ່ງເສີມຊ່ວຍເຫຼືອປະຊາຊົນເຮັດການຜະລິດທົດແທນຜົນເສຍຫາຍຄືນ ແນໃສ່ການຜະລິດນາແຊງ ແລະປູກພືດລະດູແລ້ງໃຫ້ທ່ວງທັນລະດູການເພື່ອສາມາດຕອບສະໜອງດ້ານອາຫານໃຫ້ພາຍໃນແຂວງຢ່າງພຽງພໍ ແລະສາມາດຂາຍເປັນສິນຄ້າໄປຍັງບັນດາແຂວງອ້ອມຂ້າງອີກດ້ວຍ.
ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.