ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳຊຸກຍູ້ການຜະລິດກະສິກຳ
ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການຜະລິດກະສິກຳ ໃຫ້ມີການຂະຫຍາຍຕົວຜະລິດຫຼາຍກາຍເປັນຄ້າເທື່ອລະກ້າວ ໃນລະຫວ່າງວັນທີ 5-8 ກັັນຍາ 2017 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳ ຢູ່ເມືອງ ວຽທອງ ແລະ ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ຊຶ່ງມີທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ, ທ່ານ ວັນວິໄລ ແດນພູຫຼວງ ເຈົ້າເມືອງໆຄຳເກີດ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄຳໄຊ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ວຽງທອງ ແລະ ເມືອງຄຳເກີດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນການເດີນທາງໄປຢ້ຽມຢາມພື້ນທີ່ການຜະລິດ ຢູ່ເມືອງ ວຽງທອງໃນຄັ້ງນີ້ ທ່ານຮອງລັດຖະມົນຕີ ແລະ ຄະນະ ໄດ້ຢ້ຽມຢາມເບິ່ງພື້ນທີ່ໆຈະປູກໄຜ່ກິມຊຸງ ຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 1; ຢ້ຽມຢາມກິດຈະກຳການປູກຫຍ້າ ແລະ ລ້ຽງງົວ ຂອງສູນລ້ຽງສັດໃຫຍ່ວັງຫີນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງທອງ. ນອກຈາກນີ້, ຍັງໄດ້ເດີນທາງໄປຢາມພື້ນທີ່ການຜະລິດກະສິກຳ ທີ່ເມືອງ ຄຳເກີດ ເປັນຕົ້ນແມ່ນການປູກຜັກໃນເຮືອນຮົ່ມ ແລະ ພື້ນທີ່ປູກໝາກກ້ຽງໃຫຍ່ ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 (ປະຊາຊົນທີ່ຖືກຍົກຍ້າຍມາ) ທີ່ບ້ານ ສົບພວນ ; ພື້ນທີ່ປູກເຂົ້ານາປີ ໂດຍໃຊ້ລະບົບຊົນລະປະທານແບບຝົນຝອຍທີ່ບ້ານ ທົ່ງແສນທະມາດ; ສວນປູກໝາກກ້ວຍ, ໄຜ່ກິມຊຸງ, ໝາກເມັກຄາດີເມ້ຍ ແລະ ພື້ນທີ່ປູກຊາ ຂອງບໍລິສັດຄຳເກີດແສນອຸດົມ. ຫຼັງຈາກນັ້ນກໍ່ໄປຢ້ຽມຢາມ ໂຄງການພັດທະນາສວນດອກໄມ້, ສວນປູກໝາກນາວ ຂອງກຸ່ມບໍລິສັດພັດທະນາຊົນນະບົດໃໝ່ (ກະຊວງປ້ອງກັນປະເທດ); ຢ້ຽມຢາມພື້ນທີ່ການຜະລິດເຂົ້າຂອງປະຊາຊົນບ້ານ ໂພນທອງ ໂດຍນຳໃຊ້ນໍ້າຊົນລະປະທານ ຈາກຊົນລະປະທານທົ່ງໜອງແຊງ ເຊິ່ງສາມາດຫົດພື້ນທີ່ການຜະລິດໄດ້ 90 ກວ່າເຮັກຕາ.
ໃນການລົງຊຸກຍູ້ການຜະລິດກະສິກໍາໃນຄັ້ງນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຊາວກະສິກອນກໍ່ຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທີ່ໄດ້ມີຄວາມພະຍາມສູງເພື່ອຍົກລະດັບການຜະລິດຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ກໍ່ຄືຂອງແຂວງບໍລິຄຳໄຊ. ພ້ອມນີ້ທ່ານຮອງລັດຖະມົນຕີຍັງເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນພັດທະນາ ຂອງຂະແໜງກະສິກຳ ແລະ ປ່າໄມ້ ຕາມ 3 ເສົາຄໍ້າຄື: ກະສິກຳ, ປ່າໄມ້, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ 4 ແຜນງານຄື: ແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ແຜນງານການການຜະລິດເປັນສິນຄ້າ, ແຜນງານການຄຸ້ມຄອງປ່າໄມ້ ແລະ ຊັບພະ ຍາກອນປ່າໄມ້ແບບຍືນຍົງ ແລະ ແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ກະຊວງວາງອອກ.
ໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ເຂັມພອນ ທິພົມມະຈັນ.