ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງພື້ນທີ່ຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ
ເພື່ອເປັນການຊຸກຍູ້ສົ່ງເສີມປະຊາຊົນໃຫ້ມີອາຊີບທີ່ໝັ້ນຄົງ, ມີເຂົ້າກຸ້ມກິນຕະຫຼອດປີ ແລະ ມີລາຍຮັບເຂົ້າຄອບຄົວເພີ່ມຂຶ້ນ ສາມາດແກ້ໄຂຊີວິດການເປັນຢູ່ ແລະ ຫຼຸດພົ້ນອອກຈາກຄອບຄົວທຸກຍາກ. ໃນລະຫວ່າງວັນທີ 9-10 ສິງຫາ 2017 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຜລິດຢູ່ ບ້ານ ຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ທ່ານ ດວງຈັນ ວຽງວິໄລ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ ຂຶ້ນກັບກຸ່ມ 14 (ກຸ່ມກະຫຼາງ), ປະກອບມີ 220 ຫຼັງຄາເຮືອນ, ມີ 244 ຄອບຄົວ, ມີພົນລະເມືອງທັງໝົດ 1.518 ຄົນ, ຍິງ 738 ຄົນ, ທັງສອງບ້ານມີຄອບຄົວທຸກຍາກ ຈຳນວນ 27 ຄອບຄົວ. ໃນເບື້ອງຕົ້ນທາງອົງການປົກຄອງເມືອງໄດ້ບຸກເບີກເນື້ອທີ່ນາ ຈຳນວນ 11,96 ເຮັກຕາ. ໃນທ້າຍປີ 2015 ທ່ານ ເກຍ ອູ໋ສິດທິເດດ ຜູ້ອຳນວນການບໍລິສັດນ້ຳດື່ມ ແລະ ນ້ຳກ້ອນປາໂລມາຄຳ ໄດ້ເຊັນບົດບັນທຶກກັບອຳນາດການປົກຄອງເມືອງ ຈຳ ພອນ ເພື່ອເຂົ້າມາຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືຄອບຄົວທຸກຍາກຈຳນວນ 27 ຄອບຄົວ. ຕົ້ນປີ 2016 ທາງບໍລິສັດ ແລະ ອຳນາດການປົກຄອງເມືອງໄດ້ນຳພາປະຊາຊົນເຮັດສວນຜັກ ຈຳນວນ 108 ຕອນ ສາມາດເກັບຜົນຜະລິດສົ່ງຂາຍ ສ້າງລາຍໄດ້ບໍ່ຕໍ່າກວ່າ 1.000.000 ກີບ/ຄັ້ງ (ປີນຶ່ງເກັບຂາຍ 2 ຄັ້ງ), ບຸກເບີກເນື້ອທີ່ນາ 52,4 ເຮັກຕາ, ເຈາະນ້ຳບາດານ 72 ບໍ່, ບຸກເບີກເນື້ອທີ່ນາເພີ່ມ 110 ເຮັກຕາ (ສະມັດຕະພາບໄດ້ 1.200 ກິໂລ/ເຮັກຕາ), ປຸກສາງເກັບມ້ຽເຂົ້າ 1 ຫຼັງ, ໂຮງສີເຂົ້າ 2 ເຄື່ອງ, ຊື້ໝູ 65 ໂຕ, ແບ້ 84 ໂຕ, ສັດປີກ 374 ໂຕ (ໃຫ້ຄອບຄົວເປົ້າໝາຍລ້ຽງ). ໃນຕົ້ນປີ 2017 ນີ້ ໄດ້ເຮັດຝາຍເກັບນ້ຳຂະໜາດນ້ອຍ 2 ແຫ່ງ, ສ້າງໜອງລ້ຽງປາໄດ້ 21 ໜອງ ແລະ ໃນປັດຈຸບັນຈຳນວນຄອບຄົວທີ່ເຂົ້າຮ່ວມໂຄງ ການເພີ່ມຂຶ້ນເປັນ 77 ຄອບຄົວ.
ໃນໂອກາດດຽວກັນນີ້ ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ຮ່ວມແຮງຮ່ວມໃຈກັນສືບຕໍ່ທຳການຜະລິດກະສິກຳເຊັ່ນ: ການປູກຝັງ ແລະ ລ້ຽງສັດ ເຮັດໃຫ້ຜົນຜະລິດເພີ່ມຂຶ້ນ ເພື່ອຄ້ຳປະກັນທາງດ້ນສະບຽງອາຫານ ແລະ ສູ້ຊົນສ້າງເສດຖະກິດຂອງບ້ານກໍ່ຄືຂອງປະຊາຊົນໃຫ້ມີລາຍຮັບເພີ່ມຂຶ້ນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຈາກນັ້ນທ່ານຮອງລັດຖະມົນຕີໄດ້ມອບເງິນ ຈຳນວນ 10.000.000 ກີບ ໃຫ້ແກ່ອຳນາດການປົກຄອງບ້ານ ແລະ ມອບເຄື່ອງອຸປະໂພກ, ບໍລິໂພກຈຳນວນໜຶ່ງໃຫ້ແກ່ຄອບຄົວທຸກຍາກໃນເຂດດັ່ງກ່າວນຳອີກດ້ວຍ.
ໂດຍ: ເຂັມມະໄລ ສົນດາວັນ.
ກວດແກ້: ເຂັມພອນ ທິພົມມະຈັນ.