ທ່ານລັດຖະມົນຕີຊຸກຍູ້ວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

IMG_0365 IMG_0315

ໃນ​ວັນ​ທີ 11 ພຶດສະພາ 2018 ທ່ານ​ ລຽນທີແກ້ວລັດຖະມົນຕີ​ກະຊວງ​ກະສິກຳ ​ແລະປ່າ​ໄມ້, ພ້ອມ​ດ້ວຍ​ຄະນະລົງ​ຊຸກຍູ້​ວຽກງານ​ກະສິກຳ, ປ່າ​ໄມ້ ​ແລະພັດທະນາ​ຊົນນະບົດທີ່​ພະ​ແນ​ກກະສິກຳ ​ແລະປ່າ​ໄມ້​ແຂວງບໍລິ​ຄຳ​ໄຊ. ມີ​ຫົວໜ້າ, ຮ​ອງຫົວໜ້າພະ​ແນ​ກກປ ​ແລະພະນັກງານວິຊາ​ການ​ເຂົ້າຮ່ວມຢ່າງ​ພ້ອມພຽງ.

ທ່ານພອນ​ສະຫວັນຫອມ​ນະ​ບຸນ​ລັດຫົວໜ້າພະ​ແນ​ກກະສິກຳ ​ແລະປ່າ​ໄມ້​ແຂວງບໍລິ​ຄຳ​ໄຊລາຍ​ງານ​ໃຫ້ຮູ້ວ່າ: ການ​ຜະລິດ​ເຂົານາ​ແຊງ​ປີ 2018 ປະຈຸ​ບັນ​ປະຕິບັດ​ໄດ້ 688,54 ​ເຮັກຕາ, ທຽບ​ໃສ່​ແຜນການ​ປະຕິບັດ​ໄດ້ 39,35%, ​ເນື້ອທີ່​​ເກັບ​ກ່ຽວ​ແລ້ວ 500 ກວ່າ​ເຮັກຕາ ​ເທົ່າ​ກັບ 72,65%, ການ​ຜະລິດ​ເຂົ້ານາ​ແຊງ​ປີນີ້​ໄດ້​ມີ​ການ​ຜະລິດ​ເຂົ້າ​ແບບ​ກະສິກຳ​ທີ່​ດີ (GAP) ຢູ 3 ​ເມືອງ​ຄື: ​ເມືອງ​ ປາກ​ຊັນ, ທ່າ​ພະ​ບາດ ​ແລະ ​ເມືອງບໍລິ​ຄັນ ​ໃນ​ເນື້ອທີ່ 430 ​ເຮັກຕາ; ສຳລັບ​ການ​ຜະລິດ​ລະດູ​ແລ້ງ ​ແຜນການ​ແມ່ນ 11.200 ​ເຮັກຕາ, ຜະລິດ​ຕະພາບ 7,91 ​ໂຕນ/​ເຮັກຕາ, ຜົນ​ຜະລິດ 88.543 ​ໂຕນປະຈຸ​ບັນ​ປະຕິບັດ​ໄດ້​ແລ້ວ 9.682,73 ​ເຮັກຕາ ​ເທົ່າ​ກັບ 86,45% ທຽບ​ໃສ່​ແຜນການ; ການ​ລ້ຽງສັດ ​ແລະການ​ປະມົງ ​ໄດ້​ສັກ​ຢາ​ປ້ອງ​ກັນ​ພະຍາດ​ສັດ​ເຊັ່ນ: ຄວາຍ 3.319 ​ໂຕ, ງົວ 7.652 ​ໂຕ, ໝູ 6.696 ​ໂຕ, ສັດ​ປີກ 23.936 ​ໂຕ ​ແລະໝາ 695 ​ໂຕ; ການ​ຜະລິດ​ຊີ້ນ-ປາ ​ແລະ ​ໄຂ່ບໍລິ​ໂພ​ກພາຍ​ໃນ​ແຂວງ​ທັງໝົດ 3.452,59 ​ໂຕນ. ​ໃນນີ້ບໍລິ​ໂພ​ກຊີ້ນງົວ 410,88 ​ໂຕນ, ຄວາຍ 284,30 ​ໂຕນ, ໝູ 616 ​ໂຕນ, ​ແກະ/​ແບ້ 70,06 ​ໂຕນ, ສັດ​ປີກ 360,91 ​ໂຕນ​, ປາ 1.330,1 ​ໂຕນ, ​ໄຂ່ 272,08 ​ໂຕນ ​ແລະອື່ນໆ 98,23 ​ໂຕນ.

​ໃນ​ຕອນ​ທ້າຍທ່ານລັດຖະມົນຕີ​ກະຊວງ​ກະສິກຳ ​ແລະປ່າ​ໄມ້ ​ໄດ້​ໃຫ້​ທິດ​ຊີ້ນຳ​​ໂດຍ​ທ່ານ​ໄດ້​ເນັ້ນໜັກບາງ​ບັນຫາ​ດັ່ງນີ້: ​ໃຫ້ພະ​ແນ​ກກະສິກຳ ​ແລະປ່າ​ໄມ້​ແຂວງ, ຫ້ອງການ​ກະສິກຳ ​ແລະປ່າ​ໄມ້​ເມືອງ ​ໃຫ້​ຄວາມ​ສຳຄັນ​ກ່ຽວກັບ​ວຽກງານ​ປັບປຸງ​ກົງຈັກ​ການ​ຈັດຕັ້ງໃຫ້​ມີ​ຄວາມ​​ເຂັ້ມ​ແຂງ, ​ເອົາ​ໃຈ​ໃສ່​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນເມືອງ​ ​ໄຊຈຳ​ພອນ ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ (​ເສັ້ນທາງ), ການຈັດ​ສັນພູ​ມລຳ​ເນົາ ​ແລະອາຊີບ​ຄົງ​ທີ່ໃຫ້​ປະຊາຊົນ ​ໂດຍ​ຕິດ​ພັນ​ກັບ​ວຽກງານ​ການ​ພັດທະນາ​ຊົນນະບົດ  ​ເພື່ອ​ໃຫ້​ເຂົາ​ເຈົ້າຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

                                        ພາບ ແລະ ຂ່າວ ​ໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ