ຂ່າວ
ກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2016
ໃນວັນທີ 27 ທັນວາ 2016, ທີ່ ສູນຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້, ເປັນກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຕາງໜ້າຈາກສະມາຊິກສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງເຈົ້າແຂວງ, ພະແນກກະສິກໍາ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປະລິຍາເອກ ລຽນ ທິແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ໃນປີ 2016 ນີ້ ສາມາດຜະລິດເຂົ້າເປືອກໃນທົ່ວປະເທດ ໄດ້4,2 ລ້ານໂຕນ ເທົ່າກັບ 100% ຂອງແຜນການທີ່ວາງໄວ້, ການຜະລິດ ພືດຜັກປະເພດຕ່າງໆ ປະຕິບັດໄດ້ 1.700.000ກວ່າໂຕນ ບັນລຸໄດ້ 100%, ສາລີຫວານໄດ້ 27.950 ໂຕນ, ເຜືອກມັນໄດ້ 330.900 ໂຕນແລະໝາກໄມ້ປະຕິບັດໄດ້ 1.333.000ກວ່າໂຕນ ທຽບໃສ່ແຜນການ ແມ່ນ ປະຕິບັດໄດ້ລື່ນແຜນການແລະມີສ່ວນແຮໄວ້,ສຳລັບ ຊີ້ນ, ໄຂ່ ແລະປາແມ່ນໄດ້ໃນລະດັບ 65 ກິໂລຕໍ່ຄົນຕໍ່ປີ. ໃນກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ 4 ໜ້າວຽກຕົ້ນຕໍຂອງແຜນງານຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; 8 ໜ້າວຽກຕົ້ນຕໍຂອງການລ້ຽງສັດ. ແລະ ຄົ້ນຄວ້າຜັນຂະຫຍາຍ 13 ນະໂຍບາຍກ່ຽວກັບເຂົ້າແລະພືດ.ນອກນັ້ນ ຍັງຄົ້ນຄວ້າຜັນຂະຫຍາຍຂໍ້ຕົກລົງເລກທີ 65/ນຍ (ລົງວັນທີ 19 ສິງຫາ 2016) ກ່ຽວກັບຈຸດສຸມພັດທະນາທີ່ເປັນບູລິມະສິດ 2016-2020 ເຂົ້າໃສ່ແຜນການປີ 2017 ນີ້.
ລາວ-ຈີນ ຮ່ວມກັນປຶກສາຫາລືກ່ຽວກັບວຽກງານປ້ອງກັນພືດ ແລະກະສິກໍາສະອາດ
ໂດຍປະຕິບັດຕາມທິດຊີ້ນໍາຂອງການພົວພັນຮ່ວມມືລະຫວ່າງ 2 ປະເທດ ລາວ-ຈີນ, ຈີນ-ລາວ ແນໃສ່ເປັນເພື່ອນທີ່ດີ ເພື່ອນບ້ານທີ່ດີ ສະຫາຍທີ່ດີ ແລະຄູ່ຮ່ວມຍຸດທະສາດທີ່ດີ. ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ຍາມໃດກໍ່ໄດ້ເອົາໃຈໃສ່ຊຸກຍູ້ວຽກງານການຮ່ວມມືດ້ານເຕັກນິກວິຊາການກັບຕ່າງປະເທດເວົ້າລວມ, ເວົ້າສະເພາະແມ່ນກັບ ສປ ຈີນ. ສະນັ້ນ, ເລີ່ມແຕ່ປີ 2012 ເປັນຕົ້ນມາ ໄດ້ມີການຮ່ວມມືດ້ານວິຊາການກ່ຽວກັບການນໍາໃຊ້ເຊື້ອຊີວະນາໆພັນ, ເຂົ້າໃນວຽກງານປ້ອງກັນພືດດ້ວຍວິທີການນໍາໃຊ້ແຕນບຽນສໍາລັບເຂົ້າໄຮ່, ເຂົ້ານາ ຢູ່ແຂວງພາກເໜືອ ແລະ ສາລີ ຢູ່ແຂວງ ໄຊຍະບູລີ.ພ້ອມດຽວກັນນັ້ນ, ທັງສອງຝ່າຍຈະໄດ້ຮ່ວມປະຕິບັດຕາມເນື້ອໃນຂອງບົດບັນທຶກຄື: ການຮ່ວມມືດ້ານວິທະຍາສາດພືດ, ດ້ານວຽກງານປ້ອງກັນພືດ ແລະ ກັກກັນພືດ, ວຽກງານລ້ຽງສັດ, ຄວາມປອດໄພ, ຄຸນນະພາບຜະລິດຕະພັນພືດ ແລະ ກົນຈັກກະສິກໍາ, ວຽກງານກໍ່ສ້າງບຸກຄະລະກອນ, ວຽກງານຂໍ້ມູນຂ່າວສານ ແລະວຽກງານອື່ນໆ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກໍາ ແລະປ່າໄມ້ ເປີດກວ້າງຄັ້ງທີ່ 3 ສະໄໝທີ V
ໃນວັນທີ່ 07 ທັນວາ 2016 ທີ່ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ມີກອງປະຊຸມຄົບຄະນະບໍລິຫານງານພັກກະຊວງກະສິກໍາ ແລະປ່າໄມ້ ເປີດກວ້າງຄັ້ງທີ່ 3 ສະໄໝທີ Vທີ່ສະໂມສອນກະຊວງ ໃຫ້ກຽດເປັນປະທານໂດຍ ສະຫາຍ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້, ມີ ເລຂາ-ຮອງເລຂາ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ-ໜ່ວຍພັກຮາກຖານ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ, ບັນດາສະຫາຍຄະນະບໍລິຫານງານພັກກະຊວງ ໄດ້ຂື້ນຜ່ານບົດລາຍງານໂດຍ ສະຫາຍ ນ. ພວງເພັດ ປູ່ວັງ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຈັດຕັ້ງ ແລະພະນັກງານລາຍງານບົດສະຫຼຸບຕີລາຄາການຊີ້ນໍາໆພາທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງພັກ-ພະນັກງານ, ວຽກງານກວດກາ ແລະວຽກງານອົງການຈັດມະຫາຊົນ, ສະຫາຍ ໄຊປລາເດດ ຈຸລະມະນີ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມແຜນການ ແລະການຮ່ວມມື ກໍ່ໄດ້ຂື້ນຜ່ານບົດສະຫຼຸບລາຍງານແຜນພັດທະນາກະສິກໍາ. ນອກນັ້ນ, ສະຫາຍ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄໍາ ຄະນະປະຈໍາພັກກະຊວງ ໄດ້ສະເໜີຮ່າງພາລະບົດບາດ ຂອງກະຊວງກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ສະບັບປັບປຸງໃໝ່ ແລະສະຫາຍ ຄໍາພັນ ເໝືອນສິດທິດາ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານຫ້ອງການກະຊວງກະສິກໍາ ແລະປ່າໄມ້ ສະເໜີຜ່ານຮ່າງໂຄງການດຳເນີນງານ ຂອງຄະນະບໍລິຫານງານກະຊວງນັບແຕ່ປີ 2017-2020.
ສະມາຄົມບັນດານັກລົງທຶນຫວຽດນາມຢູ່ລາວ (AVIL) ແລະ ຄະນະຊ່ຽວຊານໄຕ້ຫວັນ ເຂົ້າຢ້ຽມຂໍ່ານັບ ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
ໃນຕອນເຊົ້າຂອງວັນທີ 05 ທັນວາ 2016 ທີ່ຜ່ານມານີ້ ທີ່ຫ້ອງຮັບແຂກຫ້ອງການກະຊວງ ສະ ມາຄົມບັນດານັກລົງທຶນຫວຽດນາມຢູ່ລາວ (AVIL) ແລະ ຄະນະຊ່ຽວຊານໄຕ້ຫວັນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະ ຊວງກະສິກຳ ແລະ ປ່າໄມ້.
ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອລາຍງານກ່ຽວກັບການສ້າງຕັ້ງສະຖາບັນຄົ້ນຄວ້າ ແລະ ພັດທະນາຕົ້ນໄມ້ກິນໝາກເຂດຮ້ອນຢູ່ລາວ. ທ່ານລັດຖະມົນຕີກະຊະຊວງກະສິກຳ ແລະ ປ່າໄມ້ ໄດ້ສະແດງຄວາມຍິນດີທີ່ຄະນະຜູ້ແທນ ໄດ້ເຂົ້າມາຢ້ຽມຢາມກະຊວງກະສິກຳ ແລະ ປ່າໄມ້
ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ-ຫວ້ຍຊົ້ວອອກແຮງງານລວງຄອງເໝືອງ
ເພື່ອກະກຽມການສະໜອງນ້ຳຊົນລະປະທານໃຫ້ແກ່ການຜະລິດລະດູແລ້ງ 2016-2017 ໃຫ້ສະດວກແລະທຳການຜະລິດໃຫ້ທ່ວງທັນກັບເວລານັ້ນ,ໃນວັນທີ 24 ພະຈິກ 2016 ທີ່ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ -ຫ້ວຍຊົ້ວໄດ້ຈັດຕັ້ງການອະນາໄມລວງຄອງເໝືອງເພື່ອສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງໃຫ້ທ່ວງທັນກັບລະດູການທັງຮັບປະກັນໃຫ້ການຜະລິດມີປະສິດທີພາບແລະມີປະສິດທິຜົນສູງເພື່ອສາມາດຕອບສະໜອງການບໍລິໂພກພາຍໃນຄອບຄົວໃຫ້ພຽງພໍແລະສ່ວນທີ່ເຫຼືອກໍ່ຂາຍເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ. ຂະບວນການອະນາໄມລວງຄອງ
ສະຫະພັນແມ່ຍີງກະຊວງກະສິກຳ ແລະ ປ່າໄມ້ ຈັດຝຶກອົບຮົມເຕັກນິກການປູກເຫັດນາງລົມ
ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 41 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ແລະ ກອງປະຊຸມສະໄໝສາມັນປະຈຳປີ 2016 ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທັງເປັນການຈັດຕັ້ງຜົນຂະຫຍາຍແຜນພັດທະນາແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ໄລຍະ 2016-2020 ກໍຄືແຜນງານທີ 1 (ໂຄງການຝຶກອົບຮົມວິຊາຊີບ ໃຫ້ສະມາຊິກສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້).
ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການນໍາມະຫາວິທະຍາໄລເກິນເທີ ສສ.ຫວຽດນາມ
ເພື່ອເປັນການສ້າງສາຍສໍາພັນຮ່ວມມືເຊິ່ງກັນ ແລະກັນ ລະຫວ່າງສອງພັກ-ສອງລັດ ໃຫ້ມີຄວາມຮັດແໜ້ນຄວາມສາມັກຄີແບບພິເສດ ໃນຕອນເຊົ້າຂອງວັນທີ 25 ພະຈິກ 2016 ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະອາຈານ ແລະນັກສຶກສາ ຈາກສະຖາບັນພັດທະນາຊົນນະບົດ ແມ່ນໍ້າຂອງຕອນໃຕ້ ມະຫາວິທະຍາໄລ ເກິນເທີ ສສ.ຫວຽດນາມ ນໍາໂດຍທ່ານ ຮອງສາສະດາຈານ ປະລິນຍາເອກ ເລເກິນ ຢຸງ ຫົວໜ້າສະຖາບັນ ພັດທະນາຊົນນະບົດແມ່ນໍ້າຂອງຕອນໃຕ້ ມະຫາວິທະຍາໄລ ເກິນເທີ ສສ.ຫວຽດນາມ.
ທ່ານ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານຢູ່ສູນ, ສະຖານີບໍລິການເຕັກນິກກະສິກໍາ
ໃນວັນທີ 09 ພະຈິກ 2016 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງຊຸກຍູ້ວຽກງານຢູ່ສູນ ສະຖານີ ທີ່ສູນທົດລອງແນວພັນພືດທີ່ດີລາວ-ຈີນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ເຫວີຍຊຽນເຫິງ ຫົວໜ້າສູນທົດລອງແນວພັນພືດທີ່ດີລາວ-ຈີນ ໄດ້ລາຍງານໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາ, ພາລະບົດບາດ ແລະການປະຕິບັດໜ້າທີ່ຂອງສູນດັ່ງກ່າວ.ຈາກນັ້ນ,ກໍໄດ້ທ່ຽວຊົມສວນແນວພັນພືດຢູ່ພາຍໃນສູນ ພ້ອມທັງປູກຕົ້ນໄມ້ ເພື່ອເປັນສິລິມຸງຄຸນໃຫ້ແກ່ສູນດັ່ງກ່າວນໍາອີກ.
ກອງປະຊຸມແລກປ່ຽນບົດຮຽນການຜະລິດເຂົ້າ ຂອງຊາວກະສິກອນ
ເພື່ອຜັນຂະຫຍາຍ 3 ແຜນງານໃຫຍ່ ຂອງກະຊວງກະສິກໍາ ແລະປ່າໄມ້ ວາງອອກ, ປະຕິບັດແຜນການຜະລິດກະສິກໍາແຕ່ປີ 2016 ຫາ 2020 ແລະແຜນຍຸດທະສາດ ດ້ານກະສິກໍາ ປ່າໄມ້ ຮອດປີ 2025 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ປັດໃຈໜຶ່ງທີ່ຈໍາເປັນ ແລະຂາດບໍ່ໄດ້ນັ້ນກໍ່ແມ່ນການຄົ້ນຄວ້າທົດລອງ, ເຜີຍແຜ່ ແລະການຖ່າຍທອດເຕັກນິກ-ວິທະຍາສາດ ກະສິກໍາ ແລະປ່າໄມ້ ໃຫ້ແກ່ພະນັກງານ ແລະຊາວກະສິກອນ ເພື່ອຫັນປ່ຽນຮູບແບບການຜະລິດກະແຈກກະຈາຍ ໄປສູ່ການຜະລິດເປັນສິນຄ້າດ້ານກະສິກໍາ ຈໍາເປັນຕ້ອງໄດ້ນໍາໃຊ້ພາຫະນະເຕັກນິກການຜະລິດ ແລະວິທະຍາການທີ່ກ້າວໜ້າເຂົ້າຊ່ວຍ ເພື່ອຍົກສະມັດຕະພາບ ແລະຫຼຸດຜ່ອນຕົ້ນທຶນການຜະລິດ. ໃນວັນທີ 24 ພະຈິກ 2016 ທີ່ຜ່ານມາ, ກົມສົ່ງເສີມກະສິກໍາ ແລະສະຫະກອນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການຜະລິດເຂົ້າ ຂອງຊາວກະສິກອນ ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້,ຫ້ອງການ, ກົມ, ສະຖາບັນ, ສູນ, ພ້ອມດ້ວຍບັນດານັກວິຊາການສົ່ງເສີມ ແລະຊາວກະສິກອນ ທີ່ມາຈາກ 9 ແຂວງ ແລະນະຄອນຫຼວງ ເຂົ້າຮ່ວມທັງໝົດ 60 ກວ່າທ່ານ.
ກອງປະຊຸມປຶກສາຫາລືຂະບວນການໂຕະມົນ ແລະ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ 2.
ເພື່ອຢ້ຳເຖິງຄວາມມຸ້ງໝັ້ນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການເສີມຂະຫຍາຍເຂົ້າຊ່ວຍເຫຼືອຢ່າງຮີບດ່ວນ ແລະ ທັນການໃນການລົບລ້າງພາວະຂາດສານອາຫານພາຍໃນປະເທດ. ໃນຕອນເຊົ້າຂອງວັນທີ 17 ພະຈິກ 2016 ທີ່ຜ່ານມາ ກອງເລຂາຄະນະກຳມະການວຽກງານໂພຊະນາການແຫ່ງຊາດ ໄດ້ຈັດກອງປະຊຸມປຶກສາຫາລືຂະບວນການໂຕະມົນ ແລະ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ 2 ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ, ທັງເປັນປະທານຄະນະກຳມະການ ໂພຊະນາການແຫ່ງຊາດ, ທ່ານ ປະລິນຍາເອກ ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຮອງປະທານອົງການຈັດຕັ້ງສາກົນ, ທ່ານຮອງເຈົ້າແຂວງ 18 ແຂວງ, ຜູ້ຕາງໜ້າອົງການ UNICEF, ເອກອັກຄະລັດຖະທູດ ສະຫະພາບເອີ ຣົບ ປະຈຳ ສປປ ລາວ, ທ່ານຫົວໜ້າ ແລະ ຄະນະພະແນກການທີ່ກ່ຽວຂ້ອງ 18 ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.