ຂ່າວ
ປາແຫ້ງບົດ ຊ່ວຍໃຫ້ກະດູກແຂງແຮງ Strong bones with fish powder
ປາແຫ້ງບົດ ຊ່ວຍໃຫ້ກະດູກແຂງແຮງ
Strong bones with fish powder
ນໍາໃຊ້ສືອອນລາຍ ແລກປ່ຽນຄວາມຮູ້ໂພຊະນາການ Digital power sharing stories online
ນໍາໃຊ້ສືອອນລາຍ ແລກປ່ຽນຄວາມຮູ້ໂພຊະນາການ
Digital power sharing stories online
ກິນເຂົ້າໜົມຫລາຍ ເປັນຜົນຮ້າຍຕໍ່ຮ່າງກາຍ Eating ultra processed foods can make you sick
ກິນເຂົ້າໜົມຫລາຍ ເປັນຜົນຮ້າຍຕໍ່ຮ່າງກາຍ
Eating ultra processed foods can make you sick
ປະະຢັດເວລາເຮັດເຂົ້າປຽກໃຫ້ລູກ ເມື່ອໃຊ້ແປ້ງບົດອາຫານເສີມ Save time with premix
ປະຢັດເວລາເຮັດເຂົ້າປຽກໃຫ້ລູກ ເມື່ອໃຊ້ແປ້ງບົດອາຫານເສີມ
Save time with premix
ສວນຄົວ ຄືພື້ນຖານ ສໍາລັບໂພຊະນາການທີ່ດີ Home gardens are roots for good nutrition
ສວນຄົວ ຄືພື້ນຖານ ສໍາລັບໂພຊະນາການທີ່ດີ
Home gardens are roots for good nutrition
ທ່ານສາມາດຮີດເອົານໍ້ານົມແບ້ ສຳລັບໂພຊະນາການຂອງເດັກ Do you know You can milk your goats
ທ່ານສາມາດຮີດເອົານໍ້ານົມແບ້ ສຳລັບໂພຊະນາການຂອງເດັກ
Do you know You can milk your goats
ຖົ່ວຂຽວ ໃຫ້ທາດໂປຣຕິນ Mungbeans protein that comes from plants
ກອງປະຊຸມວຽກງານສົ່ງເສີມກະສິກຳ ແລະ ສະຫະກອນທົ່ວປະເທດ ປະຈໍາປີ 2023
ກອງປະຊຸມວຽກງານສົ່ງເສີມກະສິກຳ ແລະ ສະຫະກອນທົ່ວປະເທດ ປະຈໍາປີ 2023
ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ເປັນວຽກງານໜຶ່ງທີ່ສໍາຄັນຫຼາຍ ເພາະເປັນວຽກສົ່ງເສີມການຜະລິດກະສິກໍາໃຫ້ມີຄວາມເຂັ້ມແຂງ, ມີສະບຽງອາຫານຢ່າງພຽງພໍ ແລະ ມີໂພສະນາການ, ມີຜະລິດຕະພັນກະສິກໍາຢ່າງຫຼາກຫຼາຍ ແລະ ກາຍເປັນສິນຄ້າ. ໃນລະຫວ່າງວັນທີ 19-20 ກຸມພາ 2024 ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນທົ່ວປະເທດ ປະຈໍາປີ 2023 ຂຶ້ນ, ທີ່ກົມຂອງຕົນ. ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງມີ ທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 83 ທ່ານ, ຍິງ 11 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼູບຕີລາຄາການຈັດຕັ້ງປະຕິບັດ ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ທົ່ວປະເທດ ປີ 2023 ແລະ ທິດທາງແຜນ ການປີ 2024, ຮັບຟັງການນໍາສະເໜີ, ຄໍາຄິດຄໍາເຫັນ ແລະ ບົດຮຽນ ຈາກບັນດາພະແນກ ແລະ ສູນອ້ອມຂ້າງກົມ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກຸ່ມການຜະລິດ, ສະຫະກອນ, ສະມາຄົມ, ຜູ້ປະກອບການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ. Continue reading
🚨 ປະກາດຮັບສະໝັກວຽກ! 🚨
🚨 ປະກາດຮັບສະໝັກວຽກ! 🚨
ຂໍເຊີນຊວນທ່ານເຂົ້າມາເປັນສະມາຊິກ ກັບທີມງານຕ້ານພະຍາດສັດຂ້າມແດນກັບ ສູນສຸກເສີນເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD) ຂອງ ອົງການ ອາຫານ ແລະ ການກະເສດ ປະຈຳ ສປປ ລາວ!
🐾 ຕຳແໜ່ງ:
1️⃣ ຜູ້ຊ່ວຍໂຄງການ ECTAD
2️⃣ ຊ່ຽວຊານບໍລິຫານໂຄງການ
3️⃣ ຊ່ຽວຊານດ້ານສຸຂະພາບສັດ
📍 ສະຖານທີ່: ນະຄອນຫຼວງ, ສປປ ລາວ
ສະໝັກເລີຍ
👇
https://bit.ly/3UbmGAi
=====================
🚨 Job Opportunities Alert! 🚨
Join the fight against transboundary animal diseases with @FAO’s Emergency Centre for Transboundary Animal Diseases (ECTAD) in Lao PDR!
🐾 We’re hiring for:
1️⃣ ECTAD Programme Assistant
2️⃣ National Operations Specialist
3️⃣ Technical Animal Health Specialist
📍 Location: Vientiane Capital, Lao People’s Democratic Republic
Join us!
APPLY NOW
👇
https://bit.ly/3UbmGAi
🌐 #OneHealth #ZoonoticInfluenza #Africanswinefever #ECTAD #OneHealthDay #animalhealth #AMR #zoonoses #Rabies #SavingHumanHealth #OSRO
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ດ້ານວຽກງານປ່າໄມ້ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການຮ່ວມມື ດ້ານວຽກງານປ່າໄມ້ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ
ໃນວັນທີ 22 ທັນວາ 2023, ທີ່ນະຄອນດາໜັງ, ສສ ຫວຽດນາມ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າ ໃຈ (MOU) ກ່ຽວກັບ ການຮ່ວມມື ດ້ານວຽກງານປ່າໄມ້ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ໃນດ້ານ: (1) ການຄຸ້ມຄອງປ່າໄມ້, ປ້ອງກັນປ່າໄມ້, ກວດກາປ່າໄມ້, ສະກັດກັ້ນ ແລະ ຕ້ານການຂຸດຄົ້ນໄມ້, ຊື້ຂາຍໄມ້, ສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ ລຽບຕາມຊາຍແດນ ຂອງສອງປະເທດ ປະກອບສ່ວນ ປົກປັກຮັກສາ ແລະ ອະນຸລັກຊີວະນາໆພັນ ແບບຍືນຍົງ; (2) ແລກປ່ຽນຂໍ້ມູນ ທາງດ້ານ ນິຕິກໍາ ແລະ ນະໂຍບາຍ ໃນການຄຸ້ມຄອງປ່າໄມ້ ແລະ ກວດກາປ່າໄມ້, ສັດນ້ຳ ແລະ ສັດປ່າ; (3) ເພີ່ມທະວີການຮ່ວມມື ການປ້ອງກັນ ແລະ ການແກ້ໄຂບັນຫາ ໄຟໄໝ້ລາມປ່າ ແລະ ລະບົບການເຕືອນໄພລ່ວງໜ້າ ຢູ່ລຽບຕາມຊາຍແດນ ລະຫວ່າງປະເທດ. ໃນນັ້ນ, ທາງຝ່າຍ ຫວຽດນາມ ຍິນດີ ຈະສະໜອງຂໍ້ມູນ ພາບຖ່າຍດາວທຽມ ແລະ ການຝຶກອົບຮົມ ໃນວຽກງານປ້ອງກັນໄຟໄໝ້ລາມປ່າ ໃຫ້ແກ່ ສປປ ລາວ; (4) ສ້າງເງື່ອນໄຂ ໃຫ້ບັນດາວິສາຫະກິດ ໄດ້ເປີດກວ້າງການລົງທຶນໃສ່ການຜະລິດ ແລະ ປຸງແຕ່ງ ໃນຂະແໜງ ການປ່າໄມ້ ໃຫ້ຖືກຕ້ອງ ຕາມທີ່ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງສອງປະເທດ; (5) ແລກປ່ຽນ ຂໍ້ມູນ, ວິທີການ ແລະ ສະໜັບສະໜູນ ການເຈລະຈາ ແຜນງານ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໂດຍສະເພາະ ການສ້າງ ແລະ ຈັດຕັ້ງປະຕິບັດ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ແລະ ການສ້າງດຳລັດ ຈັດຕັ້ງປະຕິບັດ ລະບົບດັ່ງກ່າວ; (6) ເພີ່ມທະວີການຮ່ວມມືປະຕິບັດ ລະບຽບ CITES ແລະ ການແລກປ່ຽນ ຂໍ້ມູນຂ່າວສານ ທາງດ້ານ ນະໂຍບາຍ, ນິຕິກໍາ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ CITES, ການສ້າງ-ສະເໜີສ້າງ ເນື້ອໃນໃໝ່ ເພີ່ມຕື່ມ ໃສ່ບັນຊີ CITES, ຊຶ່ງລວມມີ ໄມ້, ເຄື່ອງປ່າຂອງດົງ, ສັດນໍ້າ ແລະ ສັດປ່າ ລະຫວ່າງ ສອງປະເທດ; (7) ເພີ່ມທະວີການຮ່ວມມື ໃນການຈັດຕັ້ງປະຕິບັດ ແຜນງານສາກົນ ເປັນຕົ້ນ ແຜນງານການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ, ແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ (REDD+) ແລະ ບັນດາໂຄງການ ກ່ຽວກັບ ການອະນຸລັກ ຊີວະນາໆພັນ ຕິດພັນກັບ ການເພີ່ມທະວີການຮັບມື ແລະ ຕອບໂຕ້ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ ໃຫ້ແກ່ປະຊາຊົນ ທີ່ດຳລົງຊີວິດຢູ່ໃນ ແລະ ຕິດແປະກັບປ່າໄມ້; (8) ການຮ່ວມມືທີ່ດີເລີດ ກັບອຸທິຍານຍແຫ່ງຊາດ Phong Nha Ke Bang ເພື່ອສະເໜີ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທາງທຳມະຊາດໂລກ ຈາກອົງການ UNESCO; (9) ຮ່ວມມືກັນຕິດຕາມ, ຮັກສາ ແລະ ຟື້ນຟູບັນດາຊີວະນາໆພັນ ທີ່ມີຄວາມສ່ຽງສູນພັນ, ຊອກຄົ້ນ, ນຳມາລ້ຽງ ແລະ ຟື້ນຟູ ແນວພັນເສົາລາ ຢູ່ເຂດສາຍພູຫຼວງຕອນກາງ ຂຶ້ນ. Continue reading