ຂ່າວ

ທ່ານ ຮອງລັດຖະມົນຕີກະຊວງກະສິກຳ ສປ ຈີນ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍານັບ ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

27479999_1546112015476887_142933612_o4

​   ໃນ​ວັນ​ທີ 24 ມັງກອນ 2018 ທີ່​ຜ່ານ​ມາ ທ່ານ ອູ​ຊີງ​ຫຼົງ ຮອງ​ລັດຖະມົນຕີ ກະຊວງ​ກະສິກຳ ສປ ຈີນ ພ້ອມ​ດ້ວຍ​ຄະນະ​ເຂົ້າຢ້ຽມຂໍານັບ ທ່ານ ສົມ​ດີ ດວງດີ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ​ສປປ ລາວ ​​​ການ​ເຂົ້າຢ້ຽມ​ໃນ​ຄັ້ງນີ້​ທັງ 2 ຝ່າຍໄດ້​ໂອ້​ລົມ​ກ່ຽວກັບ​ການພັດທະນາ​ການ​ຮ່ວມ​ມື​ທາງ​ດ້ານ​ວຽກ​ງານ​ກະສິກຳ ​ແລະ ປ່າ​ໄມ້ ​ເຊີ່ງ​ທ່ານ ອູ​ຊີງ​ຫຼົງ ​ໄດ້​ສະ​ແດງ​ຄວາມຮູ້ສຶກ​​ເປັນກຽດ​ຢ່າງ​ຍິ່ງ​ທີ່​ໄດ້​ເຂົ້າພົບ​ປະ​​ໃນ​ຄັ້ງນີ້  ​ສປ ຈີນ ​ເປັນ​ປະ​ເທດນື່ງ​ທີ່​ມີ​ຕະຫຼາດ​ກ້ວາງ​ໃຫຍ່ ​ແລະ ສປປ ລາວ ​ແມ່ນ​ມີ​ຊັບພະຍາກອນ​ທີ່​ຫຼວງ​ຫຼາຍ​ສາມາດ​ຮ່ວມ​ມື​ພາຍ​ໃຕ້​ກອບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ທ່ານ ຮອງ​ນາຍົກລັດຖະມົນຕີ​​ແຫ່ງ ສປປ ລາວ ໄດ້​ໂອ້​ລົມ​ເຖີງການ​ຮ່ວມ​ມື2​ຝ່າຍ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ສື​ບຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ການ​ສ້າງ​ທາງ​ລົດ​ໄຟຄວາມ​ໄວ​ສູງ ​ແລະ ໃຫ້ການ​ຊ່ວຍ​ເຫຼືອ​ສ້ອມ​ແປງ​ເສັ້ນທາງ​ເຂົ້າສູ່​ເຂດ​ການ​ຜະລິດ​ກະສິກຳ ຂອງ​ຊາວ​ກະສິກອນ, ​ເພື່ອ​ເຮັດ​ໃຫ້​ຜົນ​ຜະລິດ​ຂອງ​ຊາວ​ກະສິກອນ​ອອກ​ສູ່​ຕະຫຼາດ​ໄດ້​ຫຼາຍ​ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ​ເພີ້​ມຂື້ນ ​ແລະ ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກນິກວິຊາ​ການ​ທີ່​ທັນ​ສະ​ໄໝ​ ໃນ​ການ​ປູກ-ການ​ລ້ຽງ ​ໂດຍສະ​ເພາະ​ການ​ປູກພືດ, ຜັກ ​ທີ່​ປອດ​ສານພິດ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍໆ​ດ້ານ ​ບົນ​ພື້ນຖານ​ການ​ຜັນ​ຂະຫຍາຍ​ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ແບບ​ເພື່ອນ​ມິດ​ຍຸດ​ທະ​ສາດ​ຮອບດ້ານ​ຍາວ​ນານ​ເຊີ່ງ​ກັນ​ ແລະ ກັນ ຮັບປະກັນ 4 ດີ(​ເພື່ອນ​ບ້ານ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ດີ)ລະຫວ່າງ​ສອງ​ລັດຖະບານ ສປປ ລາວ ​ແລະ ສປ ຈີນ.

 

ຂຽນ​ໂດຍ: ທ. ອ​າລົງ​ກອນ ສຸວັນນະ​ສຸກ

ກວດ​ແກ້​ໂດຍ: ທ່ານ ​ເຂັມ​ພອນ ທິພົມມະຈັນ

ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບຄະນະຜູ້ແທນ ສປຈີນ

IMG_32799

    ເພື່ອເປັນການເສີມຂະຫຍາຍສາຍພົວພັນ ທີ່ເປັນມູນເຊື້ອບົນຈິດໃຈຄູ່ຮ່ວມມືແບບເພື່ອນມິດຍຸດທະສາດຮອບດ້ານ, ຍາວນານ ແລະຮັບປະກັນ 4 ດີຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມຍຸດທະສາດທີ່ດີ ລະຫວ່າງສອງລັດຖະບານ ສປປ ລາວ ແລະ ສປ ຈີນ. ໃນຕອນຄໍ່າວັນທີ 23 ມັງກອນ 2018 ຢູ່ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ອູຊີງຫຼົງ ຮອງລັດຖະມົນຕີ ກະຊວງກະສິກໍາ ສປ ຈີນ ໂດຍມີຄະນະພັກ, ຄະນະນໍາ ຈາກສອງກະຊວງເຂົ້າຮ່ວມ.

   ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕີລາຄາສູງຕໍ່ກັບວຽກງານການຮ່ວມມືໃນຂະແໜງການກະສິກໍາ ແລະປ່າໄມ້ ໃນໄລຍະຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຂົ້າມາຊ່ວຍເຫຼືອລ້າ ໃນດ້ານຕ່າງໆ ຂອງລັດຖະບານ ສປ ຈີນ ໂດຍສະເພາະແມ່ນການຊ່ວຍ ເຫຼືອໃນຂະແໜງການກະສິກໍາ ແລະປ່າໄມ້ ລວມທັງການເຂົ້າມາລົງທຶນທຸລະກິດ ຊື່ງເຫັນໄດ້ວ່າມີບາດກ້າວທີ່ຂະຫຍາຍຕົວໄປໃນທາງທີ່ດີ. ພ້ອມນີ້, ທ່ານ ລັດ ຖະມົນຕີ ຍັງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ສປ ຈີນ ສືບຕໍ່ໃຫ້ການຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ, ຜູ້ຊ່ຽວຊານດ້ານກະສິກໍາ ທັງເປັນການຊຸກຍູ້ສົ່ງເສີມໃຫ້ປະຊາຊົນສອງຊາດໃຫ້ໄດ້ຮັບອາຫານທີ່ດີຕໍ່ສຸຂະພາບ ແລະມີສຸຂະອະນາໄມທີ່ດີ ນໍາອີກ. ພ້ອມນີ້, ທ່ານ ອູຊີງຫຼົງ ຮອງລັດຖະ ມົນຕີ ກະຊວງກະສິກໍາ ສປ ຈີນ ໄດ້ສະແດງຄວາມຊື່ນຊົມຍິນດີ ທີ່ການນໍາຂອງລາວ ໄດ້ອໍານວຍຄວາມສະດວກໃນການເຂົ້າມາລົງທຶນ ຂອງນັກທຸລະກິດຈາກ ສປ ຈີນ ແລະ ຍິນດີສືບຕໍ່ວຽກງານດັ່ງກ່າວໃຫ້ມີການຂະຫຍາຍຕົວ ຢ່າງກວ້າງຂວາງໃນຕໍ່ໜ້າ.

12

    ເພື່ອເຮັດໃຫ້ການພົບປະກັນໃນຄັ້ງນີ້, ມີຄວາມໝາຍສໍາຄັນ ການນໍາທັງສອງຝ່າຍ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືວຽກງານປ້ອງກັນພືດ. ຕາງໜ້າຝ່າຍລາວເຊັນໂດຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຝ່າຍຈີນ ເຊັນໂດຍ ທ່ານ ອູຊີງຫຼົງ ຮອງລັດຖະມົນຕີ ກະຊວງກະສິກໍາ ສປ ຈີນ. ໂດຍຊ້ອງໜ້າຄະນະພັກ, ຄະນະນໍາທັງສອງຝ່າຍເປັນສັກຂີພິຍານ. ຈາກນັ້ນ, ໄດ້ເປີດປ້າຍ ຫ້ອງ ການໂຄງການ ເພື່ອສ້າງຕັ້ງສວນພັດທະນາອຸດສາຫະກໍາ-ກະສິກໍາທັນສະໄໝ ນໍາອີກ.

ຂ່າວໂດຍ : ສອນເພັດ ສຸລິພອນ

ກວດແກ້ຂ່າວໂດຍ :. ທ່ານ ຂັນຄໍາ ອ້ວນອູດົມ

ກອງປະຊຸມພົບປະ 2 ຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືດ້ານກະສິກໍາ

IMG_31366

   ເພື່ອເປັນການທົບທວນຄືນການຮ່ວມມືສອງຝ່າຍດ້ານກະສິກໍາ ລະຫວ່າງ ລາວ ແລະ ສປຈີນ. ໃນວັນທີ 23 ມັງກອນ ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ສປປລາວ ຮ່ວມກັບ ກະຊວງກະສິກໍາ ສປຈີນ ໄດ້ຈັດກອງປະຊຸມພົບປະ 2 ຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືດ້ານກະສິກໍາ ຂຶ້ນທີ່ຫ້ອງປະຊຸມ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ອູຊີງຫຼົງ ຮອງລັດຖະມົນຕີ ກະຊວງກະສິກໍາ ສປ ຈີນ. ພ້ອມນີ້ມີ ຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

    ຈຸດປະສົງ ຂອງກອງປະຊຸມພົບປະ 2 ຝ່າຍໃນຄັ້ງນີ້ ເພື່ອເປັນການສະຫຼຸບ, ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານການຮ່ວມມືໃນໄລຍະຜ່ານມາ ຂອງສອງລັດຖະບານ ໂດຍສະເພາະແມ່ນການຮ່ວມມືໃນຂະແໜງການກະສິກໍາ ແລະ ປ່າໄມ້. ຊື່ງຜ່ານມາ, ລັດຖະບານ ສປ ຈີນ ໄດ້ເອົາໃຈໃສ່ສະໜັບສະໜູນ ແລະໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະວິຊາການໃຫ້ແກ່ຂະແໜງການກະສິກໍາ ແລະ ປ່າໄມ້ ສປປ ລາວ ຊື່ງສະແດງອອກບັນດາໂຄງການຕ່າງໆເຊັ່ນ: ໂຄງການສ້າງສູນສາທິດ ແລະບໍລິການເຕັກນິກກະສິກໍາຮ່ວມມືລາວ-ຈີນ ມີມູນຄ່າ 41,9 ລ້ານຢວນ ແລະ ໂຄງການສ້າງໂຮງງານຜະລິດຫົວອາຫານສັດ ມູນຄ່າ 5.250.000 ໂດລາ ທີ່ແຂວງອຸດົມໄຊ, ສ້າງສູນເຝົ້າລະວັງ ແລະຄວບຄຸມພະຍາດສັດຂ້າມຊາຍແດນ ຢູ່ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະ ຜົ້ງສາລີ ມູນຄ່າ 39.060.000 ຢວນ, ໂຄງການສ້າງຕົວແບບບ້ານຊົນນະບົດໃໝ່ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ດ້ວຍມູນຄ່າ 33 ລ້ານຢວນ. ນອກນີ້, ຍັງໄດ້ຮ່ວມມືກັບບໍລິສັດຊວນເຢ ໂຄງການຜະລິດເຂົ້າສະອາດສົ່ງໄປ ສປ ຈີນ ຢູ່ແຂວງສະຫວັນນະເຂດ. ໃນທີ່ປະຊຸມ, ຜູ້ແທນທັງສອງຝ່າຍ, ຍັງໄດ້ປຶກສາຫາລືແນວທາງ ເພື່ອສືບຕໍ່ວຽກງານການຮ່ວມມືໃນຕໍ່ໜ້າ.

ຂ່າວໂດຍ : ສອນເພັດ ສຸລິພອນ

ກວດແກ້ຂ່າວໂດຍ: ທ່ານ ນ. ປ້ອມ ພັນທະວົງ

ມົງໂກລີ ປະດັບຫຼຽນໃຫ້ບຸກຄົນທີ່ມີຜົນງານດີເດັ່ນ

IMG_30366

    ໃນຕອນຄໍາ ວັນທີ 21 ມັງກອນ ຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້່ຈັດພິທີປະດັບຫຼຽນໄຊ-ຫຼຽນກາໃຫ້ແກ່ບຸກຄົນທີ່ມີຜົນງານປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ມົງໂກລີ ຢູ່ພັດຕະຄານແມ່ຂອງ 1, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຈານິມຄານ ຊາອູເລ ຮອງລັດຖະມົນຕີ ກະຊວງສະບຽງອາຫານ ກະສິກໍາ ແລະ ອຸດສາຫະກໍາເບົາ ມົງໂກລີ ພ້ອມດ້ວຍບັນດາຄະນະນໍາຈາກກະຊວງກະສິກໍາ ແລະປ່າໄມ້ ແລະ ກະຊວງປ້ອງກັນປະເທດ, ທູດມົງໂກລີປະຈໍາ ສປປ ລາວ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_30266

       ທ່ານ ລ. ກາລບັດຣັກ ເອກອັກຄະລັດຖະທູດ ມົງໂກລີປະຈໍາລາວ ໄດ້ຂຶ້ນຜ່ານບົດບັນຍັດວັກທີ 7 ຂໍ້ທີ 1 ມາດຕາທີ 33 ຂອງລັດຖະທໍາມະນູນ ແຫ່ງ ມົງໂກລີ ແລະ ຂໍ້ທີ 1 ມາດຕາທີ 15 ຂອງກົດໝາຍວ່າດ້ວຍປະທານາທິບໍດີ ແຫ່ງ ມົງໂກລີ ແລະ ເນື່ອງໃນໂອກາດ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ມົງໂກລີ ແລະ ລາວ ເພື່ອເປັນການຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ການປະກອບສ່ວນໃນການເສີມຂະຫຍາຍຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ຈຶ່ງໄດ້ຕົງລົງຍ້ອງຍໍຫຼຽນໄຊແຫ່ງລັດ, ແຫ່ງມົງໂກລີ ຍ້ອງຍໍຫຼຽນໄຊດາວພະສຸກ ແກ່ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບລາວມົງໂກລີ. ທ່ານ ຄໍາໄສ ສີສະຫວັດ ຜູ້ແປພາສາ ເລຂານຸການປະຈໍາສະຖານເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ແລະ ຍ້ອງຍໍຫຼຽນໄຊມິດຕະພາບ ແກ່ທ່ານ ສຸກຖາວອນ ແກ້ວລາ ອາດີເອກອັກຄະລັດຖະທູດ ສປປ ລາວ ຜູ້ທໍາອິດທີ່ປະຈໍາຢູ່ມົງໂກລີ ອາດີດຫົວໜ້າກົມປະຈໍາຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ ທ່ານ ພັນດວງຈິດ ວົງສາ ອາດີດປະທານສູນກາງແນວລາວສ້າງຊາດ ອະດີດປະທານສະມາຄົມມິດຕະພາບລາວ-ມົງໂກລີ. ໃຫ້ກຽດຂຶ້ນປະດັບຫຼຽນໂດຍທ່ານ ນາງ ຈານິມຄານ ຊາອູເລ ຮອງລັດຖະມົນຕີ ກະຊວງສະບຽງອາຫານ ກະສິກໍາ ແລະ ອຸດສາຫະກໍາເບົາ ມົງໂກລີ ແລະ ທ່ານ ລ ກາລບັດຣັກ ເອກອັກຄະລັດຖະທູດ ມົງໂກລີ ປະຈໍາລາວ.

ຂ່າວໂດຍ: ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4

7D2A55255

7D2A55799

    ຄະນະຜູ້ແທນ ກະຊວງ ກະສິກຳ ແລະປ່າໄມ້ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ລັດຖະມົນ ຕີກະສິກຳ ແລະປ່າໄມ້ ອາຊຽນ-ອິນເດຍ     ຄັ້ງທີ 4 ຈັດຂື້ນໃນວັນທີ 12 ມັງກອນ 2018 ທີ່ນະຄອນຫລວງນິວເດລີ, ປະເທດອິນເດຍ, ໂດຍແມ່ນ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ເປັນຫົວໜ້າຄະນະ. ການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ ລະຫວ່າງ ອາຊຽນ ແລະ  ອິນເດຍ ແມ່ນໄດ້ຮັບຜົນສຳເລັດເປັນກ້າວໆ, ປະເທດສະມາຊິກ ອາຊຽນ ແລະ ອິນເດຍ ໄດ້ຜັດ ປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມເຊັ່ນ: ກອງປະຊຸມຄັ້ງທີ 1 ຈັດໃນວັນທີ 8 ຕຸລາ 2011 ທີ່ ນະຄອນຫລວງຈາກາກຕາ, ປະເທດອິນໂດເນເຊຍ; ຄັ້ງທີ 2 ຈັດໃນວັນທີ 17 ຕຸລາ 2012 ທີ່ ນະຄອນຫລວງນິວເດລີ, ປະເທດອິນເດຍ; ຄັ້ງທີ 3 ຈັດຂື້ນໃນວັນທີ 28 ກັນຍາ 2013 ທີ່ ນະຄອນຫລວງ ກົວລາລໍາເປີ, ປະເທດມາເລເຊຍ. ໃນໄລະຍະຜ່ານມາ ບັນດາທ່ານລັດຖະມົນຕີ ໄດ້ຮັບຮອງເອົາ ແຜນປະຕິບັດງານ ໄລຍະ 2011-2015 ຊຶ່ງແມ່ນຂອບການຮ່ວມມື ຂະແໜງການກະສິກຳ ແລະ ປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ໂດຍໄດ້ກຳນົດ 4 ໜ້າວຽກຕົ້ນຕໍ: 1) ຍົກສູງສະມັດຕະພາບການຜະລິດກະສິກຳ ເພື່ອຮັບປະກັນ ການຄໍ້າປະກັນສະບຽງອາຫານ, 2) ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ ແລະເຕັກໂນໂລຢີ, 3) ສົ່ງເສີມວຽກງານຄົ້ນຄວ້າ ແລະພັດທະນາ ສ້າງເປັນໂຄງການຮ່ວມມືຕ່າງໆ ແລະ 4) ຮັດແໜ້ນການຮ່ວມມື ດ້ານການສ້າງຄວາມອາດສາມາດ ໃຫ້ແກ່ບຸກຄະລາກອນ. ຜ່ານການ ຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ໃນຂອບວຽກທີ່ໄດ້ກຳນົດໄວ້ ໃນໄລຍະເວລາດັ່ງກ່າວນັ້ນ, ມາຮອດປັດຈຸບັນນີ້ ເຫັນວ່າ ມີໝາກຜົນສຳເລັດໃນຫລາຍດ້ານ, ຊຶ່ງປະເທດສະມາຊິກອາຊຽນ ແລະ ອິນເດຍ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດເຫລົ່ານັ້ນ.

    ຈຸດປະສົງຕົ້ນຕໍ ຂອງກອງປະຊຸມ ລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ-ອິນເດຍ ຄັ້ງທີ 4 ນີ້ ແມ່ນ:         1) ເພື່ອພ້ອມກັນຕີລາຄາ ແລະຮັບຮອງເອົາ ບົດລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດ ແຜນປະຕິບັດງານ 2011-2015 ໃນໄລຍະຜ່ານມາ, ແລະ 2) ເພື່ອຄວາມເປັນເອກະພາບ ໃນການກຳນົດ ຂອບການຮ່ວມມື ແລະຮັບຮອງເອົາແຜນປະຕິບັດງານ 2016-2020 ຢ່າງເປັນທາງການ, ຊຶ່ງເນື້ອໃນຕົ້ນຕໍຂອງແຜນປະຕິບັດງານ 2016-2020 ແມ່ນສຶບຕໍ່ຜັນຂະຫຍາຍ 4 ໜ້າວຽກຕົ້ນຕໍ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະ 2011-2015 ຜ່ານມານັ້ນ ແລະ ກຳນົດເພີ່ມຕື່ມອີກ 4 ໜ້າວຽກໃໝ່ ແລະ ລວມທັງໝົດ ມີ 8​ໜ້າວຽກ. 4 ໜ້າວຽກເພີ່ມເຕີມເຂົ້າໃໝ່ ມີ: 1) ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການເຊື່ອມໂຍງການຄໍ້າປະກັນດ້ານສະບຽງອາຫານ ອາຊຽນ, 2) ສົ່ງເສີມເຕັກ ນິກດ້ານຕ່າງໆ ເພື່ອຊ່ວຍໃຫ້ຊາວກະສິກອນ ມີຄວາມສາມາດ ປັບຕົວເຂົ້າໄດ້ກັບ ສະພາບການປ່ຽນແປງ ດ້ານດິນຟ້າອາກາດ, 3) ເອົາໃຈໃສ່ໃນການຄຸ້ມຄອງນຳໃຊ້ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເຊັ່ນ: ທີ່ດິນກະສິກຳ, ແຫລ່ງນໍ້າ ແລະ ປ່າໄມ້, ແລະ 4) ສົ່ງເສີມການແລກປ່ຽນຢ້ຽມຢາມ ຊຶ່ງກັນແລະກັນ ໂດຍສະເພາະແມ່ນ ບັນດາຊາວກະສິກອນຜູ້ໜຸ່ມນ້ອຍ.

    ຄະນະຜູ້ແທນ ຂອງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງການຮ່ວມມື ໃນຂະແໜງການກະສິກຳ ແລະປ່າໄມ້ ລະຫວ່າງ ອາຊຽນ ແລະ ອິນເດຍ ໃນຊຸມຜ່ານມາ ແລະ ໄດ້ສະແດງຄວາມເຫັນດີ ເປັນເອກະພາບ ແລະ ໃຫ້ການສະໜັບສະໜູນ ຕໍ່ກັບ ແຜນການຮ່ວມມື, ເພາະວ່າ ບັນດາຂອບວຽກເຫລົ່ານັ້ນ ກໍລ້ວນແລ້ວແຕ່ສອດ ຄ່ອງ ກັບແຜນຍຸດທະສາດ ການພັດທະນາ ຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປ ລາວ ພວກເຮົາ.

ຂ່າວ​ໂດຍ: ກົມ​ແຜນການ ​ແລະ ການ​ເງິນ

ກວດ​ແກ້​ໂດຍ: ທ່ານ ​ໄຊ​ປລາ​ເດດ ຈຸນ​ລະ​ມະນີ

ກອງປະຊຸມຄັ້ງທີ 22 ຂອງໜ່ວຍງານອາຊຽນກ່ຽວກັບການຄວບຄຸມ ການຕົກຄ້າງສູງສຸດຂອງຢາປາບສັດຕູພືດ

IMG_7554

      ໃນ​ວັນ​ທີ 22 ມັງກອນນີ້​, ທີ່​ໂຮງ​ແຮມ​ລາວ​ພຣາຊາ, ກົມ​ປູກຝັງ, ກະຊວງ ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ກອງ​ປະຊຸ​ມຄັ້ງ​ທີ 22 ຂອງ​ໜ່ວຍ​ງານຊ່ຽວຊານດ້ານ​ການ​ເຊື່ອມ​ໂຍງ​ການ​ຄວບ​ຄຸມການ​ຕົກ​ຄ້າງສູງ​ສຸດ​ຂອງ​ຢາ​ປາບ​ສັດຕູ​ພືດອາຊຽນຂື້ນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ວິ​ໄລ​ສຸກ ​ເຄນ​ນະ​ວົງ ຫົວໜ້າ​ກົມ​ປູກຝັງ ​ແລະ ທ່ານ ດຣ ຫງ່ານ ​ໄຈ​ກ໋ອງ ປະທານ​ຄະນະ​ຊ່ຽວຊານ​ສາ​ພິດ​ຕົກ​ຄ້າງ​ອາ​ຊຽນພ້ອມ​ດ້ວຍພະນັກ​ງານ​ວິຊາ​ການ​ ຈາກ​ບັນດາ​ສະມາຊິກ​ອາ​ຊຽນ​ເຂົ້າ​ຮ່ວມ50 ກວ່າ​ທ່ານ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ທົບ​ທວນຄືນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ໜ່ວຍ​ງານ​ດັ່ງກ່າວ ​ໃນ​ປີ 2017 ທີ່​ຜ່ານ​ມາ​ໂດຍ​ສະ​ເພາະການຈັດ​ຕັ້ງ​ປະຕິບັດ​ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 21 ທີ່​ໄດ້​ຈັດ​ຂື້ນ​ທີ່​ປະ​ເທດ​ມາ​ເລ​ເຊຍ ​​ແລະ ນອກຈາກ​ນັ້ນ​ກອງ​ປະຊຸມ​ຄັ້ງ​ທີ 22 ນີ້, ບັນດາຊ່ຽວຊານ​ຈາກ​ບັນດາ​ປະ​ເທດສະ​ມາ​ຊິກ​ຍັງ​ໄດ້​ປຶກສາ​ຫາລື​ການ​ຄວບ​ຄຸມ​ການ​ຕົກ​ຄ້າງ​ສູງ​ສຸດ​ຂ​ອງຢາ​ປາບ​ສັດຕູ​ພືດ​ໂດຍ​ເປົ້າ​ໝາຍ​ແມ່ນ​ໃນ​ພືດ ​ແລະ ຜະລິດ​ຕະພັນ​ພືດ​ທີ່​ມີ​ການ​ຄ້າຂາຍ​ຮ່ວມ​ກັນ​ໃນ​ອາ​ຊຽນ​ເປັນ​ຕົ້ນ​ແມ່ນ​ໝາກ​ເພັດ, ໝາກ​ເຂືອ, ໝາກມັງກອນ, ມັງ​ຄຸດ, ລໍາ​ໄຍ, ໝາກ​ຫຸ່ງ ​ແລະ  ອື່ນ​ໆ. ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄວາມ​ສໍາຄັນ​ຫຼາຍ​ເນື່ອງ​ຈາກ​ເປັນ​ການ​ຈັດ​ຕັ້ງ​ປະຕິບັດ​ຂອງ​ວຽກງານດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ​ອາ​ຊຽນ​ໃຫ້​ປາກົດ​ຜົນ​ເປັນ​ຈິງ​ເທື່ອ​ລະກ້າວ.

ຂຽນ​ໂດຍ: ທ. ອ​າລົງ​ກອນ ສຸວັນນະ​ສຸກ

ກວດ​ແກ້​ໂດຍ: ທ່ານ ​ເຂັມ​ພອນ ທິພົມມະຈັນ

ກອງປະຊຸມຄະນະກຳມະທິການຊີ້ນໍາລະດັບຊາດຄັ້ງທີ 3 ຂອງແຜນງານຈັດຕັ້ງປະຕິບັດກົດໝາຍປ່າໄມ້

​       IMG_7523IMG_7536

   ໃນ​ອາທິດ​ທີ່​ຜ່ານ​ມາຢູ່ທີ່ຫ້ອງປະຊຸມຂອງ ໂຮງແຮມ ຈໍາປາສັກແກຣນ ເມືອງປາກເຊ ແຂວງ ຈໍາປາສັກ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຄະນະກຳມາທິການຊີ້ນໍາລະດັບຊາດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະມັກໃຈລະຫວ່າງ ສປປ ລາວ ແລະ ສະຫະພາບເອີລົບ. ໂດຍການເຂົ້າເປັນປະທານຮ່ວມຂອງທ່ານ ປອ ພວງປາລິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານອົງການກວດກາລັດຖະບານ, ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ແຂວງຈຳປາສັກ, ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງ ແຂວງ ອັດຕະປື ພ້ອມດ້ວຍ ບັນດານັກວິຊາການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການໂຮງເລື່ອຍເຂົ້າຮ່ວມ 60ກວ່າທ່ານ. ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອທົບທວນຄວາມຄືບໜ້າ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານປີ 2017 ລວມທັງການປະເມີນຜົນການຈັດຕັ້ງປະຕິບັດຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ. ແຜນງານ ຂອງແຜນງານ , FLEGT/VPA  ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີ​ລົບ ​ແລະ ​ແຜນ​ວຽກ​ປະ​ຈໍາປີ 2018 ​ເຊີ່ງ​ແຜນ​ງານ FLEGT ​ໄດ້​ສະໜັບສະໜູນ​ການຈັດຕັ້ງປະຕິບັດ​ຄໍາ​ສັ່ງ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ 15/ນຍ ມີ​ຈຸດປະ​ສົງ​ເພື່ອ​ເພີ້​ມທະວີ​ໃນ​ການ​ຄຸ້ມ​ຄອງ​ປ່າ​ໄມ້ ​ແລະ ສະກັດ​ກັ້ນທຸລະ​ກິດ​ທີ່​ກ່ຽວຂ້ອງ​ກັບ​ການ​ຄ້າ​ໄມ້​ຜິດ​ກົດໝາຍ. ​ໃນ​ກອງ​ປະຊຸມ​ຄະນະ​ປະທານ​ໄດ້​ໃຫ້​ທິດ​ຊີ້​ນຳ​ໃນ​ການ​ຫັນປ່ຽນ​ເນື້ອ​ທີ່​ດີ​ນປ່າ​ໄມ້​ເປັນ​ເຂດ​ດີ​ນພັດທະນາ​ຄວນ​ໃຫ້​ມີ​ເຂດ​ແດນ​ລະອຽດ, ຄວນ​ມີ​ການ​ກວດກາ​ປະ​ເມີນ​ຜົນ​ໃນ​ການ​ຂຸດ​ຄົ້ນ​ໄມ້ ​ແລະ ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 15/ນຍ ​ໃຫ້​ເກີດ​ຜົນ​ສູງ, ​ເຂັ້ມງວດ​ກັບ​ບັນດາ​ໂຮງ​ເລື່ອຍຕ່າງໆ ​ໃຫ້​ໄປ​ຕາມ​ລະບົບ ​ແລະ ບົດ​ລົງ​ໂທດ​ຕໍ່​ພະນັກງານ​ທີ່ກະທຳ​ຜິດ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 1 ວັນ​ເຕັມ ​ແລະ ປິດ​ລົງ​ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ.

ຂຽນໂດຍ: ທ.ອາ​ລົງ​ກອນ ສຸວັນນະ​ສຸກ

                                                                   ກ​ວດ​ແກ້​: ທ່ານ ​ເຂັມ​ພອນ ທິພົມມະຈັນ

ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບ ຄະນະຜູ້ແທນຈາກ ປະເທດມົງໂກລີ

IMG_28112

        ໃນທ້າຍ ອາທິດຜ່ານມາ, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປ.ອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກ ປະເທດມົງໂກລີ ນໍາໂດຍ   ທ່ານ ນ. ຈານິມຄານ ຊາອຸເລ ຮອງລັດຖະມົນຕີ ກະຊວງສະບຽງອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ປະເທດມົງໂກລີ, ພ້ອມດ້ວຍແຂກ ທັງສອງຝ່າຍເຂົ້າຮ່ວມ.

    ໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງສະບຽງອາຫານ, ກະສິກໍາ ແລະ ອຸດສາຫະກໍາເບົາ ປະເທດມົງໂກລີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ລັດຖະບານລາວ ເວົ້າລວມ, ເວົ້າສະເພາະແມ່ນ ການນໍາຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ອໍານວຍຄວາມສະດວກຕໍ່ການຮ່ວມມື້ໃນຂົງເຂດ ວຽກງານ ກະສິກໍາ ແລະ ປ່າໄມ້ ໄລຍະຜ່ານມາ ຊື່ງມີບາດກ້າວຂະຫຍາຍຕົວ ທັງໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ. ທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບ ການຮ່ວມມື ວຽກວຽກງານ ໃນຂະແໜງ ການກະສິກໍາ ແລະ ປ່າໄມ້. ພ້ອມນີ້, ລັດຖະບານ ແຫ່ງມົງໂກລີ ຍັງໄດ້ກະກຽມສັດລ້ຽງ ປະເພດແກະ ຈໍານວນ 8.000 ໂຕ   ເພື່ອມອບໃຫ້ແກ່ຝ່າຍລາວເພື່ອເອົາມາລ້ຽງ ແລະ ວິຊາການ ອີກຈໍານວນໜຶ່ງ ເພື່ອມາເບິ່ງແຍງ ສຸຂະພາບສັດດັ່ງກ່າວ. ໃນຕອນທ້າຍ, ທ່ານ ປ.ອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຊົມເຊີຍຕໍ່ວຽກງານການຮ່ວມມື ຂອງລັດຖະບານ ສອງປະເທດ ໂດຍສະເພາະ ແມ່ນການຮ່ວມມືຂອງການນໍາທັງສອງກະຊວງ ລະຫວ່າງ ລາວ-ມົງໂກລີ ທີ່ມີສາຍພົວພັນອັນດີງາມ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ວຽກງານ ຮ່ວມມືກັນໃນຕໍ່ໜ້າໃຫ້ຫຼາຍຂຶ້ນ ກວ່າເກົ່າ.

ຂ່າວໂດຍ: ສອນເພັດ ສຸລິພອນ

ກວດແກ້ໂດຍ:. ທ່ານ ນ. ປ້ອມ ພັນທະວົງ

ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈໍາປີ 2017

IMG_2865

 

IMG_28257

    ເພື​່ອ​ເປັນ​ກາ​ນທົບ​ທວນຄືນ​ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ ​ແລະ ຄວາມ​ຄື​ບໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຄວາມ​ກ້າວໜ້າ​ຂ​ອງ​ແມ່ຍິງ ​ແລະ ​ແມ່ ​ແລະ ​ເດັກ ​ໃນ​ໄລຍະ​ຜ່ານ​ມາ, ໃນວັນທີ 18-19 ມັງກອນນີ້, ຫ້ອງການກະຊວງ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມທົບທວນຄືນວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2017 ຂື້ນ, ທີໂຮງແຮມທະວີສຸກ, ເມືອງ ວັງວຽງ, ແຂວງວຽງຈັນ, ໂດຍການເປັນທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້, ທັງເປັນຫົວໜ້າຄະນະກຳມາທິການຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ມີຮອງຫົວໜ້າຫ້ອງການ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ໂຄງການ ແລະ ແຂກຖືກເຊີນເຂົ້າຮ່ວມ 116ທ່ານ, ຍິງ 59 ທ່ານ.
Continue reading

ກອງປະຊຸມສະຫຼຸບວຽກງານການຮ່ວມມື ລາວ-ໄທ ປະຈໍາປີ 2017 ແລະ ວາງແຜນການປີ 2018

IMG_1472

      ເພື່ອເປັນການສືບຕໍ່ການຈັດຕັ້ງປະຕິບັດວຽກງານການຮ່ວມມືທີ່ດີງາມ ໃນຂະແໜງການກະສິກໍາ ແລະ ປ່າໄມ້ ລະຫວ່າງ ສປປ ລາວ ແລະ ໄທ ໃນຕອນເຊົ້າວັນທີ 26 ທັນວາ 2017 ນີ້, ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ທີ່ຂຶ້ນກັບ ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມື ປະຈໍາປີ 2017 ແລະ ວາງແຜນການປີ 2018 ຂຶ້ນຢູ່ທີ່ໂຮງແຮມ ແຟນມິລີ ບູຕິກ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຝ່າຍລາວນໍາໂດຍທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ອານຸລົມ ຕຸນາລົມ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ຝ່າຍໄທ ນໍາໂດຍທ່ານ ລະລິດ ຖະນອມສິງ ຮອງເລຂາທິການ ຄະນະກໍາມະການ ຜູ້ປະສານງານ ໂຄງການອັນສືບເນື່ອງມາຈາກພະຣາດຊະດໍາຣິ. ມີ ອຸປະທູດໄທ ປະຈໍາລາວ ພ້ອມດ້ວຍຜູ້ແທນທັງສອງຝ່າຍ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ