ການນໍາ ກະຊວງກະສິກໍາ ແລະປ່າໄມ້ ເຂົ້າອວຍພອນ ທູດ ສສ ຫວຽດນາມ ເນື່ອງໃນວັນຊາດຄົບຮອບ 71 ປີ
ໃນຕອນເຊົ້າຂອງວັນທີ 01 ກັນຍາ 2016 ຜ່ານມາ ທີ່ສໍານັກງານເອກອັກຄະລັກຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ທ່ານ ປະລິນຍາເອກ ລຽນ ທີແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ພ້ອມດ້ວຍຄະນະພັກ, ຄະນະນຳກະຊວງ ເຂົ້າອວຍພອນເນື່ອງໃນໂອກາດ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ (2 /9 /1945- 2 /9 /2016) ໂດຍການຕ້ອນຮັບຂອງທ່ານ ຫງຽ້ນ ແມ໋ງຮຸ່ງ ທູດໃຫຍ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາລາວ. ຈຸດປະສົງຂອງການເຂົ້າອວຍພອນໃນຄັ້ງນີ້ ເພື່ອສະແດງຄວາມຍິນດີ ຕໍ່ວັນຊາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 71 ປີ, ທັງເປັນການຮັດແໜ້ນສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດອ້າຍນ້ອງລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂື້ນກວ່າເກົ່າ. ນອກນີ້, ທ່ານ ເອກອັກຄະລັກທະທູດ ຍັງໄດ້ລາຍງານກ່ຽວກັບວຽກງານການຮ່ວມມືໃນໄລຍະຜ່ານມານໍາອີກ.
ຂຽນຂ່າວໂດຍ: ສອນເພັດ ສຸລິພອນ
ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ