ກອງປະຊຸມ ສະຫຼຸບ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການການຄ້ຳປະກັນສະບຽງອາຫານແຫ່ງຊາດ
ໃນວັນທີ 4 ກຸມພາ ຜ່ານມາທີ່ສະໂມສອນຫຼັກ 4 ນະຄອນຫຼວງປາກເຊ ແຂວງຈຳປາສັກ, ກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການການຄ້ຳປະກັນສະບຽງອາຫານແຫ່ງຊາດ ຂອງເຂດພາກກາງ – ພາກໃຕ້ ປະຈຳປິ 2018 ແລະ ທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ສະຫວັນ ຫານພົມ ຮອງຫົວໜ້າ ກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ , ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ພ້ອມນີ້ຍັງມີ ຫົວໜ້າ ແລະ ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ອັດຕະປື, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ການຜະລິດກະສິກຳ ເປັນສິນຄ້າ ແລະ ໂຄງການ ຄ້ຳປະກັນສະບຽງອາຫານ ໃນໄລຍະຜ່ານມາ, ເພື່ອປຶກສາຫາລື ການກະກຽມ ບັນດາໂຄງການຈຸດສຸມອຕາມທີ່ໄດ້ກຳນົດ ແລະ ກົນໄກ ການຈັດຕັ້ງ ປະຕິບັດໃນຕໍ່ຫນ້າ, ໂດຍການລະດົມຂົນຂວາຍຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາ ມີສ່ວນຮ່ວມໃນການພັດທະນາໂຄງການ, ໃນກອງປະຊຸມຍັງໄດ້ນຳສະເໜີ ແລະ ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາ ທີ່ດິນ ກະສິກຳ, ວຽກງານຊົນລະປະທານ, ວຽກງານແນວພັນ ສົ່ງເສີມວຽກງານຕັ້ງກຸ່ມ, ການຜະລິດແບບລວມໝູ່, ການນຳໃຊ້ກົນຈັກ ແລະ ເຕັກນິກໃໝ່, ວຽກງານກະສິກຳ ສະອາດ, ວຽກງານການລ້ຽງສັດເພື່ອສົ່ງເສີມເປັນຟາມ, ການສ້າງເປັນຕ່ອງໂສ້ ແລະ ບັນດາກົນໄກ ທາງດ້ານພາສີ, ອາກອນສິນເຊື່ອ ແລະ ອື່ນໆ ຕາມແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາມ 4 ແຜນງານໃຫຍ່ ໂດຍສະເພາະ ແມ່ນແຜນງານຄ້ຳປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ແຜນງານ ຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການປຸງແຕ່ງ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ