ກອງປະຊຸມ ພົບປະລະຫວ່າງຕາງໜ້າຊາວກະສິກອນ ແລະ ຜູ້ປະກອບການກ່ຽວກັບການຜະລິດກະສິກຳເປັນສີນຄ້າ.

IMG_6242 IMG_6248

ໃນວັນທີ່ 17 ມັງກອນ 2017 ນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດໄດ້ຈັດກອງປະຊຸມພົບປະລະຫວ່າງຂະແໜງການທີ່ກ້ຽວຂ້ອງ ກັບຕ່າງໜ້າຊາວກະສິກອນ ແລະ ຜູ້ປະກອບການກ່ຽວກັບການຜະລິດກະສິກຳເປັນສີນຄ້າ ຂື້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານ ປີນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ຍັງມີ ທ່ານ ຮອງລັດຖະມົນຕີ, ຮອງຜູ້ອຳນວຍການທະນາຄານ, ພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ ແລະນັກທຸລະກີດຜູ້ປະກອບການ, ຊາວກະສິກອນເຂົ້າຮ່ວມຢ່າງພ້ອມພຽງ.

ໃນທີ່ປະຊຸມ ທ່ານ ໄພເລີດ ພົນບູລົມ ຫົວໜ້າພະແນກແຜນການ ແລະການລົງທືນແຂວງ ໄດ້ລາຍງານສະພາບການລົງທືນພາຍໃນແຂວງ ປະຈຸບັນທົ່ວແຂວງໄດ້ມີບັນດານັກທຸລະກິດທັງພາຍໃນ ແລະຕ່າງປະເທດທີ່ມາລົງທືນໃນຂະແໜງກະສິກຳ ແລະ ປ່າໄມ້ມີທັງໝົດ 133 ບໍລິສັດ ຊື່ງມີມູນຄ້າ 930 ກວ່າລ້ານ ໂດລາສະຫາລັດ, ໃນນີ້ມີ ລາວ, ຫວຽດນາມ, ຈີນ, ໄທ, ອີນເດຍ ແລະສະວີເດນ.

ສ່ວນໃຫຍ່ການລົງທືນໃສ່ການປູກໄມ້ວິກ, ຢາງພາລາ, ອ້ອຍ ແລະ ເຂົ້າ, ອັນພົ້ນເດັ່ນແມ່ນການຜະລິດເຂົ້າເພື່ອສົ່ງອອກໃນສົກປີ 2015-2016 ສາມາດສົ່ງອອກເຂົ້າສານໄດ້ 13 ພັນກວ່າໂຕນ ໃນນີ້ມີເຂົ້າຈ້າວຫອມສະຫວັນ ແລະເຂົ້າໜຽວ, ອ້ອຍກໍ່ເປັນສີ້ນຄ້າອັນໜື່ງທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ເຖີງ 26 ລ້ານກວ່າໂດລາ ໂດຍມີຕະຫຼາດສົ່ງອອກເປັນຫຼັກແມ່ນສະຫະພາບເອີລົບ ຫຼື EU

ໃນທີປະຊຸມບັນດາຂະແໜງການ ແລະຜູ້ປະກອບການ ກໍ່ໄດ້ມີຄຳເຫັນ ແລະແລກປ່ຽນບົດຮຽນຮ່ວມກັນເປັນຕົ້ນ: ການຊອກຫາແລ່ງທືນກູ້ຍື່ມທີມີດອກເບ້ຍຕ່ຳໄລຍະຍາວ, ແນວພັນ, ຕະຫຼາດເພື່ອຄ້ຳປະກັນລາຄາ, ຄ່າກະແສໄຟຟ້າ, ຫັນປ່ຽນການຜະລິດແບບຄອບຄົວມາເປັນການຜະລິດແບບອຸສາຫະກຳເປັນສີນຄ້າສົ່ງອອກ.

ແລະໃນຕອນທ້າຍຂອງກອງປະຊຸມ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳ ໃຫ້ບັນດາທຸກຂະແໜງການທັງພາກລັດ, ເອກະຊົນ, ຜູ້ປະກອບການ ແລະຊາວກະກອນ ປະສານສົບທົບຮ່ວມກັນຄົ້ນຄວ້າຊອກຫາແນວພັນທີ່ດີ ແລະຕະຫຼາດຮອງຮັບດ້ານລາຄາ, ສຸ່ມໃສ່ປັບປຸງ ແລະພັດທະນາສູນ, ສະຖານີບໍລິການເຕັກນິກຕ່າງໆ ໂດຍເລັ່ງໃສ່ການຝຶກອົບຮົມ, ສົ່ງເສີມການຜະລິດຂອງກຸ່ມ ແລະ ທຸກສີງທຸກຢ່າງແມ່ນຈັດຕັ້ງຢູ່ພາຍໃນຄຳຂວັນ 3 ເປີດເຊັ່ນ: ເປີດປະຕູຮັບເອົາການຮ່ວມມື, ລົງທືນ, ເປີດສີງກິດຂວ້າງອອກໃຫ້ໝົດ ແລະ ເປີດໃຈໃຫ້ກວ້າງ.

ຂຽນໂດຍ: ພອນໄຊ ສີສົງຄາມ

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ