ກອງປະຊຸມແລກປ່ຽນ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ໃນວັນທີ 17-18 ທັນວາ 2015 ທີ່ ນະຄອນຫຼວງ ຮ່າໂນ້ຍ.
ໃນວັນທີ 17-18 ທັນວາ 2015 ທີ່ຜ່ານມານີ້ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ນຳໂດຍ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ຄະນະວິຊາການ ທີ່ກ່ຽວຂ້ອງ ໄດ້ປະຊຸມ ປຶກສາຫາລື ແລກປ່ຽນ ການຮ່ວມມື ດ້ານ ກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ ເພື່ອປຶກສາຫາລື ແລະ ຕົກລົງ ເປັນເອກະພາບ ໃນບາງປະເດັນ ບັນຫາ ໃນວຽກ ຈຸດສຸມ ບຸລິມະສິດ ທີ່ຕ້ອງໄດ້ເອົາໃຈໃສ່ ຕໍ່ໜ້າ ບົນຈິດໃຈ ກະກຽມ ເນື້ອໃນ ເຂົ້າໃນ ບົດບັນທຶກ ກອງປະຊຸມ ຄັ້ງທີ 38 ຂອງ ຄະນະກຳມາທິການ ຮ່ວມມື ສອງຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສສ ຫວຽດນາມ ແລະ ສັນຍາ ການຮ່ວມມື ສອງຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສສ ຫວຽດນາມ, ພ້ອມດຽວກັນນັ້ນ ກອງປະຊຸມກໍ່ໄດ້ປຶກສາຫາລືເຖີງເນື້ອໃນ ແລະ ແຜນການຮ່ວມມື ໃນໄລຍະ 5 ປີ ຕໍ່ຫນ້າ (2016-2020) ຊື່ງປະເດັນ ບັນຫາ ແລກປ່ຽນກັນ ມີຕົ້ນຕໍ ດັ່ງນີ້:
- ການຍົກລະດັບ ແລະ ສົ່ງເສີມ ການຜະລິດ ສິນຄ້າ ກະສິກຳ ແລະ ປ່າໄມ້ ເຂດຊາຍແດນ ລະຫວ່າງ ສອງປະເທດ:
ຄະນະວິຊາການ ທັງສອງຝ່າຍ ໄດ້ປະຊຸມ ປຶກສາຫາລື ແລກປ່ຽນ ເນື້ອໃນ ການຮ່ວມມື ໃນຂົງເຂດ ວຽກງານ ສຸຂານາໄມ ພືດ ແລະ ສັດ ເພື່ອອຳນວຍ ຄວາມສະດວກ ດ້ານການຄ້າ ໃນຫຼາຍລະດັບ ໂດຍສະເພາະ ໃນລະດັບ ເຂດການຄ້າ ຊາຍແດນ, ວຽກງານ ການສ້າງຕັ້ງ ວິສາຫະກິດ ປະສົມ (ດ້ານແນວພັນ ພືດ, ຝຸ່ນ ແລະ ສິນຄ້າ ເປັນພືດ, ສັດ, ປ່າໄມ້, ເຄື່ອງປ່າຂອງດົງ ແລະ ອື່ນໆ), ການຄຸ້ມຄອງ ປ່າໄມ້ ແລະ ການປຸງແຕ່ງໄມ້ ເພື່ອສົ່ງອອກ ແບບຕ່ອງໂສ້ ແລະ ໂດຍຮັບປະກັນ ຄວາມໂປ່ງໃສ, ວຽກງານ ສົ່ງເສີມ ການບໍລິການ ເຕັກນິກ ແລະ ການຈັດຕັ້ງກຸ່ມ ແນ່ໃສ່ ຍົກລະດັບ ການຜະລິດ ເປັນສິນຄ້າ ແລະ ວຽກງານ ໂຄງການ ຮ່ວມມື ທີ່ຕ້ອງໄດ້ສຶບຕໍ່ປະຕິບັດ ໂຄງການ ຊົນລະປະທານ ນ້ຳຮາງ, ແຂວງ ຫົວພັນ ແລະ ຊົນລະປະທານ ຊຽງຫວາງ, ແຂວງ ຄຳມ່ວນ ແລະ ປັບປຸງ ລະບົບ ຊົນລະປະທານ ສະໜອງນ້ຳ ໃນເຂດຈຸດສຸມ ປູກເຂົ້າ ດົງໂພສີ ແລະ ທ່າພະ ໜອງພົງ).
- ການປຶກສາຫາລື ລະຫວ່າງ ສອງ ຂະແໜງການ ກະສິກຳ ແລະ ປ່າໄມ້:
ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ວິຊາການ ຈຳນວນ 5 ທ່ານ ໄດ້ເຂົ້າຢ້ຽມ ຂ່ຳນັບ ທ່ານ ກາວ ດຶກ ຟາດ, ລັດຖະມົນຕີວ່າການ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ທີ່ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ. ໃນວາລະການ ພັບປະ ທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ຍົກບາງ ປະເດັນ ບັນຫາ ວຽກຈຸດສຸມ ຮ່ວມມື ລະຫວ່າງ ສອງ ຂະແໜງການ ເປັນຕົ້ນ: ໂຄງການ ຊົນລະປະທານ ເປັນຕົ້ນແມ່ນ ສຶບຕໍ່ປັບປຸງ ໂຄງການ ທີ່ມີ ໃນປະຈຸບັນ ແລະ ຍົກລະດັບເປັນ ໂຄງການ ຊົນລະກະເສດ ແລະ ເລັ່ງສ້າງໂຄງການໃໝ່ ໃຫ້ປະສິດທິຜົນ ແລະ ຍືນຍົງ ກວ່າເກົ່າ, ຍົກລະດັບ ການຄ້າ ຊາຍແດນ ແລະ ການສ້າງຕັ້ງ ວິສາຫະກິດ ກະສິກຳ ຮ່ວມມື ເພື່ອຜະລິດ ສິນຄ້າ ກະສິກຳ ສະອາດ.
ຈາກນັ້ນ, ໃນຕອນບ່າຍ ຂອງ ວັນດຽວກັນ ໄດ້ຈັດກອງປະຊຸມ ລາຍງານ ຜົນການປະຊຸມ ຂອງ ຄະນະວິຊາການ ທັງສອງ ທີ່ໄດ້ຕົກລົງ ໃນຫຼັກການ ໃນການຜັນຂະຫຍາຍ ແລະ ຍົກລະດັບ ການຮ່ວມມື ໃນຕໍ່ໜ້າ ໂດຍການເປັນປະທານ ຮ່ວມ ຂອງ ທ່ານ ເລ ກວກ ແຊວງ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ແລະ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ພ້ອມດ້ວຍ ບັນດາ ກົມວິຊາການ, ສະຖາບັນ ຄົ້ນຄວ້າ ທັງສອງຝ່າຍ ເຂົ້າຮ່ວມ ແລະ ໄດ້ປຶກສາຫາລື ລົງເລີກ ໃນບາງປະເດັນ ບັນຫາ ດັ່ງນີ້:
- ໂຄງການ ຊົນລະປະທານ:
– ໂຄງການ ຊົນລະປະທານ ນ້ຳຮາງ, ແຂວງ ຫົວພັນ ນັ້ນ, ກົມວິຊາການ ທັງສອງ ຝ່າຍ ໄດ້ປະສານສົມທົບ ປຶກສາຫາລື ແລະ ເບີ່ງຄືນ ທັງໝົດ ວຽກການສຶກສາ ໂດຍສະເພາະ ດ້ານມູນຄ່າ ການລົງທຶນ ເພື່ອສະເໜີໃຫ້ ລັດຖະບານ ທັງສອງ ຝ່າຍ ຮັບຮອງ. ຊື່ງທັງສອງຝ່າຍ ໄດ້ຕົກລົງ ໃຫ້ພັດທະນາ ເປັນ ໂຄງການ ຊົນລະກະເສດ ເຮັດການ ຜະລິດ ກະເສດສຸມ, ຜະລິດເຂົ້າ ສອງລະດູ ແລະ ພືດສິນຄ້າ ທີ່ເປັນ ທ່າແຮງ.
– ໂຄງການ ຊົນລະປະທານ ຊຽງຫວາງ, ແຂວງ ຄຳມ່ວນ ຝ່າຍລາວ ແມ່ນແຕ່ງຕັ້ງ ຄະນະຮັບຜິດຊອບ ໂຄງການ ແລະ ກຽມພ້ອມເຮັດວຽກ ຮ່ວມກັບ ແຂວງ ຮາຕີງ, ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດ ໂຄງການ ດັ່ງກ່າວ ໃນສົກປີນີ້ ແລະ ໃນຕໍ່ໜ້າ ເລັ່ງສຶກສາ ສຳຫຼວດ ອອກແບບ ເປັນ ໂຄງການ ຊົນລະກະເສດ ເພື່ອຜະລິດ ເປັນສິນຄ້າ ຢ່າງແຂງແຮງ.
– ໂຄງການ ຊົນລະປະທານ ດົງໂພສີ-ທ່າພະໜອງພົງ: ທາງຝ່າຍ ຫວຽດນາມ ແມ່ນເຫັນດີ ພິຈາລະນາ ໃຫ້ການສະໜັບສະໜູນ ງົບປະມານ ໃນການ ສ້ອມແປງ ແລະ ປ່ຽນຖ່າຍ ຈັກສູບນ້ຳ ໃນມູນຄ່າ 17,5 ຕື້ດົງ. ສຳລັບແຜນການ ໄລຍະຮິບດ່ວນ, ທັງສອງ ກົມວິຊາການ ໄດ້ສົມທົບກັນ ສ້າງແຜນການສະໜອງນ້ຳ ໃຫ້ທັນກັບ ລະດູການຜະລິດ ນາແຊງ ຂອງ ຊາວກະສິກອນ ໃນເຂດ ຈຸດສຸມ ໂຄງການ ດັ່ງກ່າວ.
ຊື່ງໃນນີ້, ຝ່າຍ ລາວໄດ້ສະເໜີ ການສຶບຕໍ່ຮ່ວມມື ແມ່ນ ເນັ້ນໃສ່ ການປະຕິບັດ ໂຄງການ ໃຫ້ມີປະສິດທິຜົນ ແລະ ຄວາມຍືນຍົງ ຂອງ ການປະຕິບັດ ກິດຈະກຳ ຂອງ ໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສສ. ຫວຽດນາມ.
- ການຍົກລະດັບ ການຄ້າ ເຂດຊາຍແດນ: ແນ່ໃສ່ ເພື່ອປະຕິບັດ ຕົວເລກຄາດໝາຍ ການຄ້າ-ການລົງທຶນນັ້ນ ທັງສອງ ຝ່າຍ ໃຫ້ບັນລຸ, ຊື່ງທັງສອງຝ່າຍ ໄດ້ປຶກສາຫາລື ໃນບັນຫາ ການສົ່ງເສີມ ການລົງທຶນ ໃນເຂດຊາຍແດນ ໂດຍສະເພາະ ສິນຄ້າ ກະສິກຳ ທີ່ ທັງສອງຝ່າຍ ໄດ້ມີການແລກປ່ຽນ ຮ່ວມກັນ ທັງອັນທີ່ເປັນທາງການ ແລະ ບໍ່ເປັນທາງການ (ການຄ້າຊາຍແດນ)ໃຫ້ເຂົ້າສູ່ລະບົບ ໃນເງື່ອນໄຂ ການເຮັດສັນຍາ ສະເພາະ ສາມັກຄີ ພິເສດ ຮ່ວມກັນ ຂອງ ສອງປະເທດ ໂດຍກຳນົດ ລາຍການ ສິນຄ້າ ທີ່ເປັນທ່າແຮງ ບຸລິມະສີດ ຕິດພັນກັບ ການສ້າງ ນະໂຍບາຍ ດ້ານ ສຸຂານາໄມ ພືດ ແລະ ສັດ ແລະ ນະໂຍບາຍ ອື່ນໆ ທີ່ສາມາດ ເຈລະຈາ ແລະ ເຫັນດີ ໃນການແລກປ່ຽນ ສິນຄ້າ. ບັນຫາ ສຳຄັນ ແມ່ນຕ້ອງ ເປັນເອກະພາບ ກຳນົດ ຈຸດດ່ານ ທາງການ ແລະ ດ່ານປະເພນີ ແນໃສ່ ອອກລະບຽບ ດ້ານສຸຂານາໄມ ພືດ ແລະ ສັດ ໃຫ້ແທດເໝາະ ທີ່ເປັນເຄື່ອງມື ສາມາດຊ່ວຍ ຍົກລະດັບ ການສົ່ງອອກ ແລະ ແລກປ່ຽນ ສິນຄ້າ ກະສິກຳ ແລະ ປ່າໄມ້ ໃຫ້ໄດ້ ແຂງແຮງ ກວ່າເກົ່າ.
- ການຄຸ້ມຄອງ ຊັບພະຍາກອນ ປ່າໄມ້ ທຳມະຊາດ, ເຄື່ອງປ່າຂອງດົງ ແລະສັດປ່າຫວງຫ້າມ: ບົນພື້ນຖານ ການປຶກສາຫາລື ແລະ ກຳນົດ ມາດຕະການ ຂອງ ກົມປ່າໄມ້ ທັງສອງຝ່າຍ ໄດ້ເນັ້ນໃສ່ ການຄຸ້ມຄອງ ປ່າໄມ້, ເຄື່ອງປ່າຂອງດົງ ແລະ ການຄ້າຂາຍ ໄມ້, ຜະລິດຕະພັນໄມ້, ເຄື່ອງປ່າຂອງດົງ ໃຫ້ເປັນລະບົບ ຕ່ອງໂສ້ ແລະ ໂປ່ງໃສ ກວ່າເກົ່າ ເພື່ອເປັນບ່ອນອີງ ໃຫ້ແກ່ ວິຊາການ ທັງສອງຝ່າຍ ຈັດຕັ້ງຜັນຂະຫຍາຍ ເປັນໂຄງການ ລະອຽດ ໂດຍສະເພາະ ການຮັບປະກັນ ການສະໜອງ ວັດຖຸດິບ ແລະ/ຫຼື ການສົ່ງອອກ ສິນຄ້າ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ມີຄວາມໂປ່ງໃສ, ຖືກກົດໝາຍ ແລະ ຮັບປະກັນ ຜົນປະໂຫຍດ ຂອງ ທັງສອງຝ່າຍ, ຊື່ງບັນຫາ ດັ່ງກາວ ຕິດພັນກັບ ວຽກງານ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃນເຂດຊາຍແດນ ໂດຍສະເພາະ ການປ້ອງກັນ ການຄ້າ-ຂາຍ ໄມ້, ສັດປ່າ ຫວງຫ້າມ, ອາວຸດ ແລະ ຢາເສບຕິດ ທີ່ຜິດ ກົດໝາຍ ຂອງ ກຸ່ມຄົນບໍ່ດີ ຈຳນວນໜື່ງ. ເຮັດແນວນີ້ ແມ່ນສ້າງເງື່ອນໄຂ ຄຸ້ມຄອງ ປ່າໄມ້ ຕາມເຂດຊາຍແດນ ໃຫ້ຍືນຍົງ ແລະ ເປັນແຫຼ່ງລາຍຮັບ ທີ່ຖືກຕ້ອງ ຕາມກົດໝາຍ ແນ່ໃສ່ ປະກອບສ່ວນ ແກ່ໄຂ ຄວາມທຸກຍາກ ຂອງ ປະຊາຊົນ ເຂດດັ່ງກ່າວ.
- ການສ້າງ ຕັ້ງວິສາຫະກິດ ກະສິກຳ ປະສົມ: ບົນພື້ນຖານ ເນື້ອໃນ ຈິດໃຈ ຂອງ ການນຳ ລັດຖະບານ ຂອງ ທັງສອງຝ່າຍ ນັ້ນ ແມ່ນ ໃຫ້ບຸລິມະສິດ ແກ່ ນັກລົງທຶນ ສສ. ຫວຽດນາມ ລົງທຶນໃສ່ ໂຄງການ ຜະລິດ ສິນຄ້າ ກະສິກຳ ແລະ ປ່າໄມ້. ຕໍ່ເນື້ອໃນ ຈິດໃຈ ດັ່ງກ່າວ ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ທັງສອງຝ່າຍ ໄດ້ປຶກສາຫາລື ແລະ ຫາຊ່ອງທາງ ໃນການ ຮ່ວມມື ລົງທຶນ ໃນວຽກ ການຜະລິດ ແນວພັນພືດ ແລະ ສັດ (ເຂົ້າ, ສາລີ ແລະ ສັດ) ທີ່ ເຫັນວ່າ ເປັນທ່າແຮງ ສາມາດ ສະໜອງພາຍໃນ ແລະ ສົ່ງອອກ ໃນອານາຄົດ. ພ້ອມດຽວກັນນີ້, ກໍ່ເພື່ອເປັນຊຸກຍູ້ ປະກອບສ່ວນ ສົ່ງເສີມ ການຜະລິດ ເປັນສິນຄ້າ.
ບັນຫາ ທີ່ກ່າວມາ ຂ້າງເທີງນີ້ ທັງສອງ ຝ່າຍ ໄດ້ຕົກລົງ ໃນຫຼັກການ ສ້າງເປັນ ຂອບການຮ່ວມມື ລວມ (Frame Agreement) ແລະ ຈະຄົ້ນຄວ້າ ສ້າງເປັນບັນຊີ ໂຄງການ ທີ່ຈະໄດ້ພ້ອມກັນ ຈັດຕັ້ງປະຕິບັດ ໃຫ້ສຳເລັດ ໃນເດືອນ ມີນາ 2016 ແລະ ລາຍງານ ການນຳ ກະຊວງ ຂອງ ທັງສອງຝ່າຍ ຮັບຊາບ ແລະ ເພື່ອເປັນບ່ອນອີງ ໃນການ ປຶກສາຫາລື ສ້າງເປັນໂຄງການ ລະອຽດ ໄປຕາມຂອບ ການຮ່ວມມື ດັ່ງກ່າວ ແລະ ທັງສອງຝ່າຍ ເຫັນດີ ຈະເອົາເຂົ້າໃນວາລະ ການປະຊຸມ ຂອງ ສອງ ກະຊວງ ທີ່ ຈະຈັດຂື້ນໃນ ເດືອນ ກໍລະກົດ 2016 ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ.
ພ້ອມດຽວກັນນີ້, ທັງສອງຝ່າຍ ເຫັນດີ ເປັນເອກະພາບ ແຕ່ງຕັ້ງ ຜູ້ປະສານງານ ຂອງ ແຕ່ລະກົມວິຊາການ, ສະຖາບັນ ເພື່ອເປັນຄູ່ປະສານງານ ໂດຍກົງ ຂອງແຕ່ລະຝ່າຍ ໂດຍແມ່ນ ກົມແຜນການ ແລະ ການຮ່ວມມື, ກະຊວງ ກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກົມຮ່ວມມືສາກົນ, ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ເປັນໃຈກາງ ແລະ ເປັນເຈົ້າການ ໃນຊຸກຍູ້, ຕິດຕາມ ບັນດາ ກົມວິຊາການ, ສະຖາບັນ ຂອງ ແຕ່ລະຝ່າຍ ໃຫ້ເຄື່ອນໄຫວ ວຽກງານ ໃນຂອບ ຂອງ ໂຄງການ ຮ່ວມມື ທີ່ໄດ້ຕົກລົງກັນໄວ້.
ຂຽນໂດຍ: ທິບພະວົງ ອຸນຫຼ້າ
ອັບເດດໂດຍ ພອນໄຊ ສີສົງຄາມ
ພະແນກຂ່າວສານກະສິກຳ ແລະ ປ່າໄມ້