ກອງປະຊຸມສະໄໝສາມັນ ຄັ້ງທີ XVI ຂອງສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນ້ຳເທີນ 2
ໃນວັນທີ 7 ມັງກອນ 2019 ນີ້ ທີ່ຫ້ອງການປົກຄອງເມືອງຄຳເກີດ ແຂວງ ບໍລິຄຳໄຊ, ສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນ້ຳເທີນ 2 (ອຄປ.ທ2) ໄດ້ຈັດກອງປະຊຸມສະໄໝສາມັນ ຄັ້ງທີ XVI ຂຶ້ນ. ໂດຍການເປັນປະທານຂອງທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທັງເປັນປະທານສະ ພາບໍລິຫານ ອຄປ.ທ2, ເຊິ່ງມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຮອງປະ ທານສະພາບໍລິຫານ ອຄປ.ທ2; ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງໆບໍລິຄຳໄຊ, ຮອງປະທານສະພາບໍລິຫານ ອ ຄປ.ທ2, ທ່ານເຈົ້າເມືອງໆຄຳເກີດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 29 ທ່ານ.
ໃນທີ່ປະຊຸມໄດ້ຮັບຟັງ, ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສະຫຼຸບລາຍງານ ຜົນການຈັດ ຕັ້ງປະຕິບັດແຜນການ-ງົບປະມານ ປະຈຳປີ 2018; ຮ່າງແຜນການ ປະຈຳປີ 2019-2020; ບົດລາຍງານຂອງຄະນະກວດກາເອກະລາດຄື: ຄະນະຊ່ຽວຊານທີ່ປຶກສາ (POE), ຄະນະກວດກາເອກະ ລາດຂອງອົງການ IMA, ການກວດສອບບັນຊີປະຈຳປີ 2016 ແລະ 2017, ການຄັດເລືອກພະນັກງານ, ສະເໜີຜົນງານຂອງກຸ່ມຊ່ຽວຊານ. ຫຼງຈາກນັ້ນ, ກໍ່ໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ເນັ້ນໜັກບາງບັນຫາເຊັ່ນ: ໃນປີ 2019-2020 ນີ້ຕາມແຜນຈະຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນ 50 ບ້ານ ໂດຍໃຫ້ທ້ອງຖິ່ນ ແລະ ປະຊາຊົນເປັນເຈົ້າ ສິ່ງສຳຄັນຈັດຕັ້ງປະຕິບັດແຜນການໃຫ້ສຳເລັດ ຕ້ອງກຳນົດມາດຕະການໃຫ້ລະອຽດ ໂດຍສະເພາະແມ່ນການປັບປຸງຊີວິດການເປັນຢູ່ ແລະ ການປູກຈິດສຳນຶກໃຫ້ອະນຸຊົນລຸ້ນຫຼັງຮູ້ຈັກປົກປັກຮັກສາຊັບພະຍາກອນທຳມະຊາດ, ຖອດຖອນບົດຮຽນນຳພາກສ່ວນອື່ນ, ສົ່ງທີມງານລົງສົມທົບກັບເມືອງ, ເລັ່ງສ້າງປ່າສະຫງວນແຫ່ງຊາດນາກາຍ-ນໍ້າເທີນ ເປັນອຸທິຍານ ແຫ່ງຊາດ ໂດຍມອບໃຫ້ກົມປ່າໄມ້ຄົ້ນຄ້ວາ ແລະ ສ້າງດຳລັດ ໃນການຄຸ້ມຄອງບໍລິຫານຢ່າງເປັນລະບົບ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ