ກອງປະຊຸມສະຫຼຸບວຽກງານກະສິກໍາ ແລະປ່າໄມ້ ສົກປີ 2014-2015 ແລະ ສະຫຼຸບຖອດຖອນບົດຮຽນທົດລອງວຽກງານ 3 ສ້າງ

ໃນວັນIMG_0414ທີ 4-5 ພະຈິກ 2015 ທີ່ຜ່ານມາ, ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກໍາ ແລະປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມສະຫຼຸບວຽກງານກະສິກໍາ  ແລະປ່າໄມ້ ສົກປີ 2014-2015 ແລະສະຫຼຸບຖອດຖອນບົດຮຽນການເຮັດທົດລອງວຽກງານ 3 ສ້າງ ຂອງຂະແໜງການກະສິກໍາ ແລະປ່າໄມ້ ປີ 2012-2015. ໃຫ້ກຽດເປັນປະທານໂດຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້, ມີທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກກະສິກຳ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ພ້ອມດ້ວຍນັກງານວິຊາການເຮັດທົດລອງ 3 ສ້າງເຂົ້າຮ່ວມຢ່າງພ້ອມພຽງ.

DSC_5659 ທ່ານໄຊປລາເດດ ຈຸລາມະນີ ຫົວໜ້າກົມແຜນການ ແລະການຮ່ວມມື ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານກະສິກຳ ແລະປ່າໄມ້ ສົກປີ2014-2015 ຂອງແຜນພັດທະນາກະສິກຳ ແລະປ່າໄມ້  5 ປີ ຄັ້ງທີ VII (2011-2015) ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ປີ ເຫັນວ່າ ຂະແໜງກະສິກຳ ແລະປ່າໄມ້ ຂະຫຍາຍຕົວໄດ້ຕາມຈັງຫວະທີ່ກຳນົດໄວ້ຄື 2,7-3,3% ຕໍ່ປີ, ໂດຍຕິດພັນກັບວຽກງານທີ່ສຳຄັນຄື: 1, ການຜະລິດເພື່ອຄວາມໝັ່ນຄົງດ້ານສະບຽງອາຫານ.2, ການຜະລິດເປັນສິນຄ້າ ຂະຫຍາຍຕົວແຮງແມ່ນ ກາເຟ  ປີ 2015 ການຜະລິດເພີ່ມມາເປັນ 99.800 ໂຕນ, ສຳລັບພືດ ພົ້ນເດັ່ນແມ່ນ ມັນຕົ້ນ, ຢາງພາລາ, ອ້ອຍ, ຢາສູບ, ໝາກເດືອຍ, ຖົ່ວເຫຼືອງ ແລະຖົ່ວດິນ. ນອກຈາກນີ້, ຂະແໜງການກະສິກຳ ແລະປ່າໄມ້ ໄດ້ມີການຄຸ້ມຄອງປ່າໄມ້,ເນື່ອງຈາກປ່າຜະລິດ ແລະປ່າໄມ້ບ້ານ ກວມເຖິງ 10%, ສັນປ່າຜະລິດ ແບບຍືນຍົງ ເນື້ອທີ 3.1 ລ້ານເຮັກຕາ. ສຳລັບແຜນພັດທະນາ ກະສິກຳ ແລະປ່າໄມ້ 5 ປີ, ຄັ້ງທີ VIII2016-2020 ໄດ້ແນ່ໃສ່ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຜະລິດກະສິກຳທີ່ມີທ່າແຮງ, ພັດທະນາກະສິກຳສະອາດ-ປອດໄພ ແລະຍືນຍົງ, ບົນພື້ນຖານການຫັນເປັນອຸດສາຫະກໍາ ທັນສະໄໝ.

DSC_5630ໃນຕອນບາຍຂອງວັນທີ 5 ພະຈິກ 2015, ທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ  ແລະປ່າໄມ້, ຫົວໜ້າກອງເລຂາ 3 ສ້າງຂອງກະຊວງ. ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເຮັດທົດລອງວຽກງານ 3 ສ້າງທີ່ຜ່ານມາ: ວຽກງານ 3 ສ້າງ ຂອງຂະແໜງການກະສິກຳ ແລະປ່າໄມ້ ໄດ້ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ, ສຸມໃສ່ສ້າງຄອບຄົວຕົວແບບ, ສ້າງບ້ານກະສິກຳພັດທະນາ, ໃນ 52 ເມືອງ, 109 ບ້ານ ໂດຍອີ່ງໃສສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນເປັນຫົວໜ່ວຍພັດທະນາ ເຫັນໄດ້ວ່າ: ກ່ອນ 3 ສ້າງ ການຜະລິດພໍແຕ່ກຸ່ມກິນແຕ່ລະວັນ, ເຮັດແບບດັ່ງເດີມ, ກະແຈກກະຈ່າຍ, ບໍ່ມີຈຸດສຸມ. ວຽກງານ 3 ສ້າງໄດ້ຫັນປ່ຽນຈິນຕະນາການແບບດັ່ງເດີມຂອງປະຊາຊົນ ຫັນມານໍາໃຊ້ເຕັກນິກທີ່ທັນສະໄໝເຂົ້າໃນການຜະລິດ, ຈັດຕັ້ງເປັນກຸ່ມການຜະລິດ ແລະຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.

ຂຽນຂ່າວໂດຍ:    ສອນເພັດ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ