ກອງປະຊຸມປະຈຳປີ ຄັ້ງທີ 42 ຂອງ ສະພາຜູ້ວ່າການກອງທຶນສາກົນເພື່ອການພັດທະນາກະສິກຳ

 WhatsApp Image 2019-02-20 at 16.49.20 WhatsApp Image 2019-02-18 at 15.32.40(2)

         ໃນລະຫວ່າງວັນທີ12-16/02/2019: ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ42ຂອງ​​​​ ສະ​ພາຜູ້ວ່າການກອງ​ທຶນ​ສາ​ກົນ​ເພື່ອ​ການ​ພັດທະນາກະສິກຳ(Theforty-second session of the Governing Council of the IFAD), ຊຶ່ງໄດ້ຈັດຂຶ້ນ​ຢູ່ທີ່ໂຣມ ປະ​ເທດອີຕາລີ ພາຍໃຕ້ຫົວຂໍ້:ການປະກອບອາຊີບແບບທຸລະກິດຂະໜາດນ້ອຍ ແລະ ບົດຮຽນໄໝ່ທີ່ດີເດັ່ນໃນການປະກອບສ່ວນພັດທະນາຊົນນະບົດຢ່າງ ຮອບດ້ານ (Rural Innovation and Entrepreneurship), ຊຶ່ງຕິດພັນໂດຍກົງຕໍ່ການສະໜັບສະໜູນຄອບຄົວຊາວກະສິກອນ, ບົດບາດຍິງ-ຊາຍ, ການຜະລິດກະສິກຳເພື່ອຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ເພື່ອແກ້ໄຂບັນຫາໂພຊະນະການແບບເປັນລະບົບ ໂດຍການມີສ່ວນຮ່ວມຂອງພາກລັດ, ພາກເອກະຊົນ-ຜູ້ປະກອບການ ແລະ ປະຊາຊົນກຸ່ມເປົ້າໝາຍ, ການນຳໃຊ້ເຕັກໂນໂລຊີໄໝ່ໆ, ການນຳໃຊ້ບົດຮຽນໄໝ່ທີ່ດີເດັ່ນ ແລະ ການມີສ່ວນຮ່ວມຂອງພາກຜູ້ປະກອບການໃນການຊຸກຍູ້ສົ່ງເສີມແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆໃນການພັດທະນະກະສິກຳໃນຕໍ່ໜ້າ ເພືື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ, ລວມທັງການສະຫຼຸບຄືນບັນດາວຽກງານທີ່ສຳຄັນແລະ ພິຈາລະນາຮັບຮອງເອົາບົດສະຫຼຸບຖານະການເງິນຂອງ IFAD, ​ໂດຍ​ສະ​ເພາະແມ່ນບົດສະ​ຫຼຸບ​​ການ​ນຳ​ໃຊ້ງົບ​ປະມານ​ ປີ 2018, ​ແຜນງານ-ແຜນງົບປະມານປີ 2019, ການຕິດຕາມການຄ່ຽນເງິນຮອບໄໝ່ ແລະ ການຮັບຮອງເອົາບັນດານະໂຍບາຍຕ່າງໆ, ໃນນີ້ຕິດພັນກັບ ສປປລາວ ແມ່ນການຮັບຮອງເອົາຍຸດທະສາດການຮ່ວມມື (Country Strategic Opportunity Programme – COSOP)ໄລຍະປີ 2019-2024 ແລະ ການສະໜອງທຶນເພີ່ມໄລຍະປີ 2019-2021 ສໍາລັບ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າ ສຳລັບຊາວກະສິກອນຂະ    ໜາດໜ້ອຍ (PICSA)ທີ່ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ຄຸ້ມຄອງໃນການຈັດຕັ້ງປະຕິບັດ ແລະ ພ້ອມດຽວກັນນີ້, ຄະນະຜູ້ແທນ ສປປລາວ ກໍ່​ໄດ້​ພົບປະສອງຝ່າຍ ກັບ ທ່ານ ນາງ Cornelia Richter, ຮອງປະທານກອງທຶນສາກົນເພື່ອການພັດທະນາກະສິກຳ (Vice President of International Fund for Agriculture) ແລະ ຄະນະນໍາຂອງ IFAD ເພື່ອປຶກສາຫາລື ກ່ຽວກັບ ການປັບປຸງກົນໄກການປະສານງານ, ການ​ຄຸ້ມຄອງ-ບໍລິຫານການ​ເງິນຂອງບັນດາໂຄງການທີ່ສປປລາວ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກIFAD ໃຫ້ມີຄວາມຄ່ອງຕົວສູງກວ່າເກົ່າ ແລະ ໃຫ້ຮັບປະກັນດ້ານປະສິດທິພາບ-ປະສິດທິຜົນສູງໃນຕໍ່ໜ້າ, ລວມທັງທິດທາງແຜນການຮ່ວມມືໃນຕໍ່ໜ້າ.

             WhatsApp Image 2019-02-18 at 15.32.41  WhatsApp Image 2019-02-18 at 15.32.41(1)

             ນອກຈາກນັ້ນ, ຄະນະຜູ້ແທນ ສປປລາວ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ Mr. Daniel Gustafson, ຮອງເອກອະທິບໍດີອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ເພື່ອປຶກສາຫາລື ກ່ຽວກັບໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຈຸດສຸມຮ່ວມມືໃນຕໍ່ໜ້າ, ຄະນະຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານຮອງເອກອະທິບໍດີ ອົງການ FAOທີ່ ອົງການ FAO ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການໃນການລຶບລ້າງຄວາມທຸກຍາກ, ການຄ້ຳປະກັນສະບຽງອາຫານ, ວຽກງານກະສິກຳເພື່ອໂພຊະນາການ, ການພັດທະນາວຽກງານຂະແໜງກາເຟລາວ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມ ແລະ ກຳຈັດຕັກແຕນຝູງໄມ້ປ່ອງ, ການຄົ້ນຄວ້າສ້າງນະໂຍບາຍ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ (Census), ຊຶ່ງເຫັນວ່າ ໄດ້ຮັບຜົນສຳເລັດສູງ ແລະ FAO ຍັງໄດ້ເຮັດໜ້າທີ່ເປັນປະທານຮ່ວມໃນຂະບວນການໂຕະມົນ ຂອງ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ເພື່ອລະດົມຂົນຂວາຍແຫຼ່ງທຶນຈາກສາກົນເຂົ້າມາພັດທະນາ ສປປລາວ. ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີ ໃຫ້ ອົງການອາຫານ ແລະ ການກະເສດ ສືບຕໍ່ສະໜັບສະໜູນດ້ານງົບປະມານ ແລະ ດ້ານວິຊາການ ເພື່ອຜັນຂະຫຍາຍນະໂຍບາຍ 13+8 ຂອງ ໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຜະລິດກະສິກຳເປັນສິນຄ້າ ອອກມາເປັນແຜນການ ແລະ ໂຄງການອັນລະອຽດ ເພື່ອປະສົມປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ,ການພັດທະນາການຜະລິດກະສິກຳແບບສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມທີ່ຍືນຍົງ, ການຄຸ້ມຄອງນໍາໃຊ້ຊີວະນາໆພັນ, ການປາບ ແລະ ກຳຈັດຕັກແຕນຝູງໄມ້ປ່ອງ ທີ່ຍັງລະບາດ ຢູ່ເຂດພາກເໜືອຂອງລາວ, ການສະໜັບສະໜູນການສຳຫຼວດສະຖິຕິກະສິກຳ ທົ່ວປະເທດ ໃນປີ 2019-2020 ໂດຍສະເພາະ ການຊ່ວຍລະດົມຂົນຂວາຍທຶນຮອນໃນການກະກຽມປະຕິບັດວຽກ ແລະ ການລົງສຳຫຼວດຕົວຈິງ. ທັງໝົດ​ເຫຼ່ານີ້​ເພຶ້ອພັດທະນາ​ຂະ​ແໜງກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ທັນ​ສະ​ໄໝ, ປະຊາຊົນ​ລາວ​ບັນດາ​​ເຜົ່າ​ມີ​ອາຊີບ​ທີ່ໝັ້ນຄົງ, ມີ​ລາຍຮັບ ​ແລະ ຫຼຸດພົ້ນອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

                                                                             ​ໂດຍ​: ພະ​​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ