ກອງປະຊຸມຖອດຖອນບົດຮຽນກຽ່ວກັບການສົ່ງເສີມການປຸງແຕ່ງ ແລະ ການຜະລິດຊາເປັນສິນຄ້າຂອງແຜນງານຊຸມຊົນຊື່ນໃຈ
ເພື່ອເປັນການ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໃນປີທີ່ຜ່ານມາ ກຽ່ວກັບການສົ່ງເສີມໃຫ້ປະຊາຊົນມີລາຍຮັບຈາກການຜະລິດຊາເປັນສິນຄ້ານັ້ນ, ໃນວັນທີ 17 ກັນຍາ 2016 ຜ່ານມານີ້ ແຜນງານຊຸມຊົນຊື່ນໃຈ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນກຽ່ວກັບວຽກງານການສົ່ງເສີມການຜະລິດຊາເປັນສິນຄ້າ ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ພວງປາຣິສັກ ປຼະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລິ
ທັງເປັນຜູ້ຊີ້ນຳແຜນງານຂັ້ນແຂວງ, ຕາງໜ້າຈາກກົມແຜນການ, ກົມປູກຝັງ, ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລິ, ອຸດົມໄຊ, ຫຼວງພະບາງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທີ່ກຽ່ວຂ້ອງ, ຫົວໜ້າແຜນງານຊຸມຊົນຊື່ນໃຈ, ມີນັກທຸລະກິດ ແລະ ປະຊາຊົນກຸ່ມເປົ້າໝາຍເຂົ້າຮ່ວມ 50 ທ່ານ. ແຜນງານດັ່ງກ່າວມີເປົ້າໝາຍໃນການການສົ່ງເສີ່ມປະຊາຊົນພາຍໃນບ້ານກູ່ມເປົ້າໝາຍ ຂອງເມືອງໄຊຊະຖານ ແຂວງໄຊຍະບູລີ ແລະ ກູ່ມບ້ານເປົ້າໝາຍຂອງ ເມືອງປາກແບ່ງ ແຂວງອຸດົມໄຊ ເພື່ອໃຫ້ເຂົາເຈົ້າໄດ້ມີການແລກປຽ່ນບົດຮຽນ ແລະ ການນຳໃຊເຕັກນິກໃນການປູກ ຈົນໄປເຖີງການເກັບຍອດຊາ ໂດຍຜ່ານຂະບວນການປຸງແຕ່ງທີ່ຖືກຕ້ອງຕາມຫຼັກສຸຂະອານາໄມ, ການເກັບຮັກສາ ແລະ ການຫຸ້ມຫໍ້ ພ້ອມທັງມີກາໝາຍສິນຄ້າທີ່ເປັນເອກະ ລັກອີກດ້ວຍ. ໃນທີ່ປະຊຸມ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ນຳໃຫ້ແຜນງານໂຄງການສົມທົບກັບກູ່ມຜູ້ຜະລິດຊາ ໃຫ້ສຶກສາຕ່ອງໂສ້ມູນຄາເພີ່ມໃນຂະບວນການຜະລິດຊາ, ຕິດພັນກັບຂະບວນການຜະລິດດັ່ງກ່າວ ຈຳເປັນຕ້ອງໄດ້ມີການສ້າງຕັ້ງກອງທືນຂອງກຸ່ມຜູ້ຜະລິດຊາ ພ້ອມທັງຮັບປະກັນໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບຂອງຜະລິດຕະພັນຊາທີ່ເປັນເອກະລັກສະເພາະ ມີຕະຫຼາດທີ່ໝັ້ນຄົງ. ພ້ອມກັນນັ້ນກໍ່ສາມາດສ້າງເຂດດັ່ງກ່າວໃຫ້ກາຍເປັນແຫຼ່ງທ່ອງທຽ່ວ ພ້ອມທັງຮັບປະກັນຄວາມຢືນຍົງຂອງໂຄງການອີກດ້ວຍ.
ກວດແກ້ໂດຍ: ທ່ານ ປ້ອມ ພັນທະວົງ
ບົດຂາວໂດຍ: ຂັນວິຈິດ ມະຫາວັງ