Phonesai Sysongkham
ຈຸດປະສົງເພື່ອປະກອບຄຳເຫັນໃສ່ບົດສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມເບື້ອງຕົ້ນ ສຳລັບ ໂຄງການ ຄຸ້ມຄອງ ແລະ ຫຼຸດຜ່ອນໄພນໍ້າຖ້ວມ ແລະ ແຫ້ງແລ້ງ ຖ້າຫາກທ່ານໃດມີຄຳເຫັນກະລຸນສົ່ງຄຳເຫັນຂອງທ່ານມາຍັງເບີ: ທ່ານ ນາງ ສຸກສາຄອນ ຊ່ຽວຊານສິ່ງແວດລ້ອມ ໂທ 020 58667070 Email: Soukshl7@gmail.com
ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ອາຊຽນ ຄັ້ງທີ 40 ແລະ ກອງປະຊຸມທີ່ກ່ຽວຂ້ອງ
ໃນລະຫວ່າງ ວັນທີ 10-14 ຕຸລາ 2018, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 40, ກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ+3ຄັ້ງທີ 18, ກອງປະຊຸມລັດຖະມົນຕີກະສິກຳ ແລະ ປ່າໄມ້ ອາຊຽນແລະ ລັດຖະມົນຕີ ສປ ຈີນ (GeneralAdministration of Customs, China–GACC) ກ່ຽວກັບການຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ ອາຊຽນ ຄັ້ງທີ 6ແລະ ກອງປະຊຸມທີ່ກ່ຽວຂ້ອງທີ່ໄດ້ຈັດຂື້ນ ທີ່ ຮ່າໂນ້ຍ, ສສ ຫວຽດນາມ.ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນຊຸມປີຜ່ານມາ ແລະ ແຜນຕໍ່ໜ້າໃນຂອບການຮ່ວມມືດ້ານສະບຽງອາຫານ,ກະສິກຳແລະປ່າໄມ້ອາຊຽນ ແລະ ການຮ່ວມມື ກັບ ບັນດາປະເທດ+3 (ຍີປຸ່ນ, ສປ.ຈີນ ແລະ ສ.ເກົາຫຼີ) ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ກ່ຽວຂ້ອງ.
ໃນກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ ຄັ້ງທີ 40ໄດ້ຕົກລົງຮັບຮອງເອົາເອກະສານທັງໝົດ 23 ສະບັບ ເຊິ່ງເປັນເອກະສານທາງດ້ານນະໂຍບາຍ, ແຜນການ ແລະ ເຕັກນິກໃນວຽກງານກະສິກໍາ ແລະ ປ່າໄມ້. ພ້ອມດຽວກັນ ໃນກອງປະຊຸມລັດຖະມົນຕີ ກະສິກຳ ແລະ ປ່າໄມ້ ອາຊຽນ+3 ຄັ້ງທີ 18 ໄດ້ຈັດພິທີເຊັນສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈ ທັງໝົດຈໍານວນ 3 ສະບັບ ປະກອບມີ: (i) ສັນຍາວ່າດ້ວຍ ຄັງແຮເຂົ້າສຸກເສີນ ອາຊຽນ+3; (ii) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ປະເທດສະມາຊິກອາຊຽນ ແລະ ອົງການອາຫານ ແລະ ການກະເສດ (FAO) ວ່າດ້ວຍການສ້າງຄວາມເຂັ້ມແຂງການຮ່ວມມືໃນວຽກງານກະສິກຳ ແລະ ປ່າໄມ້; ແລະ (iii) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ອາຊຽນ-ສປຈີນວ່າດ້ວຍການຮ່ວມມືດ້ານອາຫານ ແລະ ກະສິກຳ.
ໃນໄລຍະກອງປະຊຸມ ລັດຖະມົນຕິກະສິກຳ ແລະ ປ່າໄມ້ ອາຊຽນ ທ່ານລັດຖະມົນຕີ ພ້ອມດ້ວຍຕະນະຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຮ່ວມກັບລັດຖະມົນຕີກະຊວງ ກະສິກໍາ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ເຊິ່ງໃນກອງປະຊຸມໄດ້ມີການລາຍງານສະພາບການຜະລິດ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າຂອງທັງສອງຝ່າຍ. ພ້ອມດຽວກັນນີ້ ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ບ້ານກະສິກໍາພັດທະນາ ຕາແສງຄັນຕຽນ, ການຜະລິດຂອງບໍລິສັດຫຸ້ນສ່ວນປຸງແຕ່ງກະສິກໍາເພື່ອສົ່ງອອກໄປເອີຣົບ ແລະ ອາເມລິກາ (Dong Giao JSC), ແລະ ສະຖານີສູບນໍ້າຊົນລະປະທານ ບິງໂບະ ແຂວງ ພູທອກ ເພື່ອເປັນການແລກປ່ຽນບົດຮຽນ ແລະ ສົ່ງເສີມການຮ່ວມມືດ້ານ ກະສິກໍາ ແລະ ປ່າໄມ້.
ພິທີສະເຫຼີມສະຫຼອງວັນກາເຟສາກົນ.
ໃນວັນອາທິດທີ່ຜ່ານມາໄດ້ຈັດພິທີສະເຫຼີມສະຫຼອງວັນກາເຟສາກົນ ດ້ວຍການຈັດງານ « Lao Coffee Culture » ຂຶ້໊ນທີ່ສະຖາບັນຝຣັ່ງ ນະຄອນຫຼວງວຽງຈັນ ຈັດໂດຍ Coffee Lovers in Laos ຮ່ວມກັບອົງການຝຣັ່ງເພື່ອການພັດທະນາ ຫຼື AFD ພາຍໃນງານມີກິດຈະກຳຢ່າງຫຼວງຫຼາຍ : ການບັນຍາຍກ່ຽວກັບກາເຟໃນລາວ, ວາງສະແດງຮູບພາບ ແລະ ສາຍວີດີໂອ, ການຊົງ ແລະ ຊີມກາເຟ ແລະ ກິດຈະກຳອື່ນໆສຳລັບເດັກນ້ອຍ ! ໃນໂອກາດດັ່ງກ່າວ ທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ.
ປະເທດຝຣັ່ງໄດ້ສະໜັບສະໜູນຂະແໜງກາເຟຢູ່ພູພຽງບໍລະເວນເປັນເວລາຫຼາຍກວ່າ 20 ປີ ມາແລ້ວ. ກຸ່ມສະຫະກອນຜູ້ປູກກາເຟ ເປັນກຸ່ມກະສິກອນກຸ່ມທຳອິດຂອງ ສປປ ລາວ ທີ່ໄດ້ຖືກສ້າງຕັ້ງຂຶ້້ນ ແລະ ມີສະມາຊິກປະມານ 1 200 ຄອບຄົວ ຊຶ່ງໄດ້ທຳການຜະລິດກາເຟທີ່ມີກາໝາຍຄຸນນະພາບເປັນຜະລິດຕະພັນປອດສານຜິດ ແລະ ການຄ້າທີ່ເປັນທຳ. ສິ່ງນີ້ສະແດງເຖິງຜົນສຳເລັດຂອງການຮ່ວມມື. ນັບແຕ່ປີ 2018, ອົງການ AFD ຍັງໄດ້ສືບຕໍ່ສະໜັບສະໜູນພັດທະນາການຜະລິດກາເຟເຂດທາງພາກເໜືອຂອງລາວອີກດ້ວຍ ເພື່ອຜົນປະໂຫຍດຂອງຜູ້ຜະລິດກາເຟເອງ.
Dimanche dernier nous avons fêté la journée internationale du café lors l’évènement « culture du café laotien » organisé à l’Institut Français du Laosà Vientiane. Organisé par Coffee Lovers in Laos en partenariat avec l’ AFD – Agence Française de Développement, l’évènement a proposé de nombreuses activités : présentations sur le café au Laos, expositions photos et vidéos, préparation et dégustation de café et activités pour les enfants ! Mme Florence Jeanblanc-Risler Ambassadeur de France au Laos était également présente.
Au Laos, La France soutient le secteur du café sur le plateau des Boloven depuis plus de 20 ans. La Coopérative des Producteurs de Café (CPC), première coopérative agricole du pays, regroupe environ 1 200 familles, produit du café labellisé bio et équitable et incarne la réussite de cette coopération. Depuis 2018, l’AFD appuie également le développement de la production de café dans le Nord du pays, au bénéfice des producteurs.
ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດນິວຊີແລນ ປະຈໍາລາວ
ໃນອາທິດຜ່ານມາ,ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບ ທ່ານ ທາຫາມົ້ວນາ ເອຊີ ຄຼູນີ ແມັກເພິສັນ ເອກອັກຄະລັດຖະທູດນິວຊີແລນ ປະຈໍາລາວ.ພ້ອມນີ້, ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງ ໃນການພົບປະໃນຄັ້ງນີ້, ເພື່ອຕີລາຄາ ປະເມີນຄືນ ສະຖານະພາບຄວາມຄືບໜ້າ ວຽກງານການຮ່ວມມືສອງຝ່າຍ ໃນການຈັດຕັ້ງປະຕິບັດບັນດາໂຄງການໃນຂະແໜງການກະສິກໍາໃນໄລຍະຜ່ານມາເຊັ່ນ: ໂຄງການຄຸນນະພາບຊີ້ນງົວ ມີໄລຍະການຈັດຕັ້ງປະຕິບັດ 5 ປີ ນັບແຕ່ປີ 2017 ຫາປີ 2022 ເປັນຕົ້ນມາ ແລະ ໂຄງການຄວບຄຸມພະຍາດປາກເປື້ອຍລົງເລັບ ມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 4 ປີ ແຕ່ປີ 2016 ຫາປີ 2020 ໂດຍໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານປະເທດ ນິວຊີແລນ
ໂດຍການຄຸ້ມຄອງຂອງກົມລ້ຽງສັດ ແລະການປະມົງ, ກະຊວງກະສິກໍາ ແລະປ່າໄມ້. ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຂົ້າຢ້ຽມຢາມໃນຄັ້ງນີ້ ແລະໄດ້ສະເໜີໃຫ້ສືບຕໍ່ຂະຫຍາຍສາຍພົວພັນການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າເປັນຕົ້ນ: ວຽກງານການລ້ຽງສັດ, ວຽກງານການຈັດສັນປ່າໄມ້. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຂະຫຍາຍການຮ່ວມມື ລວມທັງວຽກງານໂຄງການ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ໃນຕໍ່ໜ້ານໍາອີກ.
ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ລົງຕິດຕາມສະພາບນໍ້າຖ້ວມຢູ່ ເມືອງໄຊທານີ
ໃນຕອນບ່າຍວັນທີ 12 ກັນຍາ 2018 ນີ້ ຢູສໍານັກງານປົກຄອງເມືອງໄຊທານີ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງສໍາຫຼວດຕິດຕາມ ສະພາບນໍ້າຖ້ວມ ໂດຍການຕ້ອນຮັບຂອງທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງເມືອງໄຊທານີ. ພ້ອມນີ້ມີ ບັນດາຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງເມືອງໄຊທານີ ໄດ້ລາຍງານກ່ຽວກັບຜົນກະທົບຈາກສະພາບນ້ຳງື່ມລົ້ນຝັ່ງຖ້ວມ ນັບແຕ່ວັນທີ 19 ສິງຫາ 2018 ຫາ 11 ກັນຍາ 2018 ມີບ້ານທີ່ຂຶ້ນກັບກຸ່ມຖືກຜົນກະທົບ 8 ກຸ່ມ, ມີ 58ບ້ານ ແລະ ບ້ານທີ່ຂຶ້ນກັບເມືອງ 6ບ້ານ ລວມທັງໝົດ 64ບ້ານ, 5.346ຄອບຄົວ, ມີບ້ານທີ່ຖືກຕັດຂາດຈາກພາຍນອກ 24ບ້ານ, 5.226ຄອບຄົວ, ມີບ້ານຖືກຜົນກະທົບໄດ້ຍົກຍ້າຍ 43ບ້ານ, 936ຄອບຄົວ, ມີຈຸດທີ່ຍົກຍ້າຍປະຊາຊົນໄປພັກເຊົາຊົ່ວຄາວ 35ຈຸດຄື: ກຸ່ມຫາດກ້ຽງມີ 11ຈຸດ, ກຸ່ມດົງບັງມີ 7ຈຸດ, ກຸ່ມເວີນຄຳມີ 9ຈຸດ, ກຸ່ມທ່າງ່ອນມີ 1ຈຸດ, ກຸ່ມຫ້ວຍຈຽມມີ 5 ຈຸດ, ບ້ານດ່ານຊ້າງມີ 1 ຈຸດ, ບ້ານໜອງພະຍາ ມີ 1 ຈຸດ. ນອກນັ້ນ, ຍັງມີບ້ານທີ່ຖືກຜົນກະທົບແຕ່ບໍ່ໄດ້ຍົກຍ້າຍມີ 21ບ້ານ, 693 ຄອບຄົວ. ມາຮອດປັດຈຸບັນ ໃນຈໍານວນ 64 ບ້ານ ດັງກ່າວ ມີເນື້ອທີ່ທຳການຜະລິດກະສິກຳຖືກນ້ຳຖ້ວມແລ້ວຈຳນວນ 4.331 ເຮັກຕາ ປະກອບມີ ເນື້ອທີ່ນາ, ສວນພືດຜັກຕ່າງໆ, ໜອງປາ ແລະເນື້ອທີ່ ຂອງບັນດາຟາມພາຍໃນເມືອງ.
ໃນຕອນທ້າຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະເໜີໃຫ້ຄະນະພັກ, ຄະນະນໍາເມືອງ ແລະພາກສ່ວນກ່ຽວຂ້ອງເອົາໃຈໃສ່ກະກຽມຄວາມພ້ອມໃນການຮັກສາສຸຂາພາບສັດຫຼັງນໍ້າຖ້ວມເພື່ອປ້ອງກັນການແຜ່ລະບາດຂອງພະຍາດສັດ, ໃຫ້ກະກຽມຂຶ້ນແຜນລະອຽດ ໃນການຜະລິດລະດູແລ້ງ ປີ 2019 ເພື່ອເຮັດການຜະລິດທົດແທນຄວາມເສຍຫາຍຈາກນໍ້າຖ້ວມເຊັ່ນ: ກະກຽມດ້ານແນວພັນພືດ, ແນວພັນສັດ, ແນວພັນປາ, ຝຸ່ນປຸຍ, ຢາປາບສັດຕູພືດ, ຢາປ້ອງກັນພະຍາດສັດ ແລະໃຫ້ຮີບຮ້ອນສ້ອມແປງຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດ ແລະວຽກງານອື່ນໆ ເພື່ອໃຫ້ຊາວກະສິກອນ, ຜູ້ປະກອບການ ໃຫ້ທວງທັນກັບເວລາ ແລະ ໄດ້ມອບເງິນຈໍານວນ 50 ລ້ານກີບ ໃຫ້ແກ່ເມືອງດັ່ງກ່າວເພື່ອຊ່ວຍເຫຼືອເບື້ອງຕົ້ນນໍາອີກ.
ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ແຈ້ງການ ເພີ່ມທະວີຄວາມຮັບຜິດຊອບ ຕໍ່ວຽກງານຕິດຕາມເຝົ້າລະວັງ ໄພພິບັດທາງທຳມະຊາດ ແລະ ການຕ້ານແລ້ງ-ຕ້ານຖ້ວມ
ການນໍາກະຊວງກະສິກໍາ ແລະປ່າໄມ້ ລົງຕິດຕາມຊຸກຍູ້ເຂດປະສົບໄພນໍ້າຖ້ວມ ຢູ່ແຂວງ ຄໍາມ່ວນ
ໃນຕອນເຊົ້າວັນທີ 30 ກໍລະກົດ 2018 ທ່ານ ປອ.ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ເຂດປະສົບໄພທາງທໍາມະຊາດ(ນໍ້າຖ້ວມ) ຢູ່ແຂວງ ຄໍາມ່ວນ. ມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ, ບັນດາຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງຈາກກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍພະນັກງານອ້ອມຂ້າງພະແນກກະສິກໍາ ແລະປ່າໄມ້ແຂວງເຂົ້າຮ່ວມ.
ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 29 ກໍລະກົດ 2018 ທົ່ວແຂວງສາມາດຈັດຕັ້ງປະຕິບັດວຽກງານການຜະລິດກະສິກໍາໄດ້ແລ້ວ 79.539 ເຮັກຕາ, ເທົ່າກັບ 94,35%. ໃນນັ້ນມີ, ນາດໍາ 62 ພັນກວ່າເຮັກຕາ, ນາຫວານ ແລະນາຍອດ 14 ພັນກວ່າເຮັກຕາ, ປູກເຂົ້າເນີນສູງໄດ້ 440 ເຮັກຕາ.ການປູກພືດລະດູຝົນແຜນການສູ້ຊົນ5.300ເຮັກຕາຄາດຄະເນຜົນຜະລິດ65.300ໂຕນ. ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ສາມາດສະໜອງຊີ້ນ, ປາ ແລະໄຂ່ ໃຫ້ສັງຄົມໄດ້ທັງໝົດ 11 ພັນກວ່າໂຕນ ສະເລ່ຍປັດຈຸບັນໄດ້ 29 ກິໂລ/ຄົນ. ນອກນັ້ນ,ທ່ານ ໄດ້ລາຍງານຕື່ມອີກວ່າ ທົ່ວແຂວງມີໂຄງການຊົນລະປະທານທີ່ສາມາດສະໜອງນໍ້າໄດ້ 177 ໂຄງການ, ມີໜອງນໍ້າທໍາມະຊາດ ແລະໜອງສະທີ່ປະຊາຊົນຂຸດເອົາເອງອີກຈໍານວນໜຶ່ງ. ສໍາລັບໄພພິບັດທາງທໍາມະຊາດທີ່ເກີດຂຶ້ນພາຍໃນແຂວງເປັນຕົ້ນ: ແມ່ນສະພາບໄພນໍ້າຖ້ວມ, ນັບແຕ່ວັນທີ 23 ກໍລະກົດ 2018 ຜ່ານມາໄດ້ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນໍ້າເຊບັ້ງໄຟ, ນໍ້າຫີນບູນ, ນໍ້າເຊນ້ອຍ ລົ້ນຝັງ ໄຫຼເຂົ້າຖ້ວມບ້ານເຮືອນ, ເນື້ອທີ່ນາ ແລະພືດສວນຂອງປະຊາຊົນ ເຊີ່ງມີເນື້ອທີ່ນາ 25 ພັນກວ່າເຮັກຕາ, ເນື້ອທີ່ສວນ 305 ເຮັກຕາ ແລະເຮັດໃຫ້ສັດລ້ຽງຕາຍຍ້ອນນໍ້າຖ້ວມອີກຈໍານວນໜຶ່ງ.
ເພື່ອແກ້ໄຂສະພາບທີ່ເສຍຫາຍດັ່ງກ່າວໃນເບື້ອງຕົ້ນ ທ່ານ ປອ.ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດມອບເງິນຊ່ວຍເຫຼືອໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ຈໍານວນ 100 ລ້ານກີບ. ຈາກນັ້ນ ໄດ້ລົງພົບປະກັບພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ເຂດບ້ານ ທ່າພະ, ບ້ານ ນາແຫວ່ງ, ເມືອງ ຍົມມະລາດ ແລະ ເມືອງໜອງບົກ ພ້ອມໄດ້ມອບເຄື່ອງຊ່ວຍເຫຼືອປະກອບມີ: ນໍ້າດື່ມ, ອາຫານແຫ້ງລວມມູນຄ່າທັງໝົດ17ລ້ານກວ່າກີບ ເພື່ອບັນເທົ່າທຸກໃຫ້ແກ່ຜູ້ປະສົບໄພພິບັດທາງທໍາມະຊາດໃນຄັ້ງນີ້.
ຜ່ານການລົງຕິດຕາມເບີ່ງສະພາບພື້ນທີ່ຕົວຈິງແລ້ວຕອນເຊົ້າວັນທີ31 ກໍລະກົດ 2018 ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃສ່ຫຼາຍບັນຫາດັ່ງນີ້:(1)ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເຂົ້າ, ພືດທີ່ນໍ້າບໍ່ຖ້ວມແລະບ່ອນທີ່ຖ້ວມແຕ່ບໍ່ເສັຽຫາຍຫຼາຍໃຫ້ດີ ໂດຍມອບໃຫ້ທຸກຂະແໜງການທີ່ກ່ຽວຂ້ອງທ້ອງຖີ່ນເປັນເຈົ້າການ.(2)ສະກັດກັ້ນພະຍຸພະຍາດສັດທີ່ຈະເກີດຂຶ້ນຫຼັງນໍ້າແຫ້ງ ພ້ອມນໍາພາປະຊາຊົນຫາວິທີແກ້ໄຂດ້ານອາຫານສັດ ໃຫ້ສັດມີອາຫານກິນຢ່າງພຽງພໍ.(3)ເກັບກໍາຂໍ້ມູນນໍ້າ,ຂໍ້ມູນນໍ້າຝົນ,ຜົນເສຍຫາຍດ້ານຊົນລະປະທານ ແລະ ຜົນກະທົບຈາກການປ່ອຍນໍ້າຂອງເຂື່ອນ.(4) ກວດກາຄືນດ້ານແນວພັນເຂົ້າ, ແນວພັນພືດ ເພື່ອເຮັດການຜະລິດທົດແທນຄືນ ຫຼັງຈາກນໍ້າແຫ້ງເຂົ້າສູ້ສະພາບປົກກະຕິ
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.
ເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ
ເພື່ອປະຕິບັດຄາດໝາຍການຈັດສັນຄຸ້ມຄອງເນື້ອທີ່ດິນກະສິກໍາຢູ່ນະຄອນຫຼວງວຽງຈັນ ໃຫ້ໄດ້ 90% ຂອງເນື້ອທີ່ທັງໝົດ. ໃນອາທິດຜ່ານມາ, ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ ແລະ ການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະຫຼຸດຜ່ອນແຮງງານຊາວນາ ຢູ່ບ້ານຖິ່ນແທ່ນ, ເມືອງຫາດຊາຍຟອງ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ມີຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ເຈົ້າເມືອງ-ຮອງເຈົ້າເມືອງອ້ອມຂ້າງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ປອ. ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໂຄງການກໍານົດ ແລະປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ຢູ່ເມືອງ ຫາດຊາຍຟອງ ແມ່ນໜຶ່ງໃນໂຄງການສົ່ງເສີມວິຊາການ ປະຈໍາປີ 2018 ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກໍາ ແລະປ່າໄມ້ ຊື່່ງມີຈຸດປະສົງເພື່ອກໍານົດ ແລະປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ໃຫ້ໄດ້ປະມານ 5 ພັນກວ່າເຮັກຕາ ຢູ່ 33 ບ້ານ ຂອງເມືອງຫາດຊາຍຟອງ ແລະ ປະມານ 1 ພັນກວ່າເຮັກຕາ ຂອງເມືອງໄຊທານີ ແລະ ສ້າງແຜນທີ່ເຂດສະຫງວນທີ່ດິນກະສິກໍາ ພ້ອມທັງເຮັດບົດບັນທຶກການປັກຫຼັກໝາຍ ແລະລະບຽບການຄຸ້ມຄອງທີ່ດິນກະສິກໍາຢູ່ຂັ້ນບ້ານ. ນອກນັ້ນ, ແຕ່ນີ້ ຮອດປີ 2020 ນະຄອນຫຼວງວຽງຈັນ ຈະສຸມໃສ່ປັກຫຼັກໝາຍເຂດສະຫງວນເນື້ອທີ່ດິນກະສິກໍາ ໃຫ້ບັນລຸ 73 ພັນກວ່າເຮັກຕາ ແລະ ທີ່ດິນປ່າໄມ້ 150.000 ກວ່າເຮັກຕາ.
ເພື່ອເຮັດໃຫ້ພິທີມີຄວາມໝາຍສໍາຄັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ພ້ອມດ້ວຍແຂກທີ່ເຂົ້າຮ່ວມໄດ້ໃຫ້ກຽດປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ. ໃນພິທີດັ່ງກ່າວ ໄດ້ມີການສາທິດການນໍາໃຊ້ເຄື່ອງກົນຈັກ ປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ໂດຍກຸ່ມ ບໍລິສັດ ອິນຊີທອງ ມໍເຕີ ຈໍາກັດ. ຈາກນັ້ນ, ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຂຶ້ນຂັບລົດດໍານາ ເພື່ອຊຸກຍູ້ປຸກລະດົມຂະບວນການຫັນມາໃຊ້ ກົນຈັກດເຂົ້າສູ່ການຜະລິດກະສິກໍາໃຫ້ຫຼາາຍຂຶ້ນ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.
ການນໍາກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບຄະນະຜູ້ແທນ ຈາກ ສປ. ຈີນ
ເພື່ອສືບຕໍ່ວຽກງານສາຍພົວພັນການຮ່ວມມືອັນດີງາມລະຫວ່າງ 2 ພັກ 2 ລັດ ກໍຄືປະຊາຊົນ 2 ຊາດ ລາວ ແລະ ຈີນ. ໃນອາທິດຜ່ານມາ, ທ່ານ ປອ. ພວງປະຣິສັກ ປຣະວົງວຽກງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນ. ຮົ້ວລີ ເຊິນ (Huali Sun) ປະທານບໍລິສັດ ລົງທຶນດ້ານການຄົ້ນຄວ້າວິໄຈ ຈາກ ສປ. ຈີນ. ພ້ອມນີ້, ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງການເຂົ້າພົບໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ກ່ຽວກັບນະໂຍບາຍການລົງທຶນ ຢູ່ໃນ ສປປ ລາວ. ຜ່ານການສໍາຫຼວດໃນເບື້ອງຕົ້ນເຫັນວ່າປະເທດລາວ ເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ. ຊື່ງ ບໍລິສັດ ດັ່ງກ່າວມີຄວາມສົນໃຈທີ່ຈະເຂົ້າມາລົງທຶນ ໃນໂຄງການປູກມອນ-ລ້ຽງມ້ອນ ຢູ່ແຂວງຊຽງຂວາງ. ໂອກາດນີ້, ທັງສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບຄວາມເປັນໄປໄດ້ ຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ລວມທັງ ນະໂຍບາຍ, ລະບຽບຫຼັກການດ້ານການລົງທຶນ ຢູ່ໃນຢູ່ ສປປ ລາວ ນໍາອີກ.
ແລະໃນໂອກາດຕໍ່ມາ, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການພົບປະ ຂອງຄະນະຜູ້ແທນສະຫະພັນ ສະຫະກອນ ສິນເຊື່ອ ສ.ເກົາຫຼີ ນໍາໂດຍທ່ານ ບາງ ເຊອົງ ໂຫ (Bang Seong Ho) ຜູ້ບໍລິຫານຄະນະຮ່ວມມືສາກົນ. ຈຸດປະສົງການພົບປະຄັ້ງນີ້. ເພື່ອເປັນການປຶກສາຫາລື ແລະ ປະເມີນຜົນຂອງການສໍາຫຼວດ ຮູບແບບ ແຜນການຝຶກອົບຮົມວຽກງານສະຫະກອນ ຢູ່ໃນ ສປປ.ລາວ. ຊື່ງ ສ.ເກົາຫຼີ ມີແຜນທີ່ຈະໃຫ້ການຊ່ວຍເຫຼືອດ້ານວຽກງານດັ່ງກ່າວ ແລະຈະຈັດຝຶກອົບຮົມ ໃນຕົ້ນເດືອນ 10/2018 ທີ່ຈະມາເຖິງນີ້ ການຝຶກອົບຮົມໃນເບື້ອງຕົ້ນແມ່ນພະນັກງານວິຊາການຂອງຂະແໜງ ສະຫະກອນ ຂອງລາວ. ພ້ອມນັ້ນ, ທ່ານ ບາງ ເຊອົງ ໂຫ ໄດ້ເລົ່າເຖິ່ງປະຫວັດຄວາມເປັນມາ ລວມທັງການຕໍ່ສູ້ ເພື່ອສ້າງຕັ້ງ ວຽກງານສະຫະກອນ ຢູ່ ສ.ເກົາຫຼີ ໃນໄລຍະຜ່ານມາ ແລະ ສາມາດປະສົບຜົນສໍາເລັດໄດ້ໃນວຽກງານດັ່ງກ່າວນໍາອີກ. ໂອກາດນີ້, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການພົບປະຫາລື ໃນຄັ້ງນີ້. ພ້ອມທັງ, ສະເໜີໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພົບປະສອງຝ່າຍກັບ ເອກອະທິບໍດີອົງການ FAO
ໃນລະຫວ່າງວັນທີ 9-13/4/2018 ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (The Thirty-fourth Session of the FAO Regional Conference for Asia and the Pacific) ຢູ່ທີ່ນາດີ, ປະເທດຟີຈິ. ເປັນປະທານໃນພິທີເປີດກອງປະຊຸມໂດຍ ທ່ານ MAJOR-GENERAL (RET’D) JIOJI KONUSI KONROTE, ປະທານປະເທດຟີຈິ, ຊຶ່ງມີຜູ້ແທນຂັ້ນສູງຈາກ 46 ປະເທດ ໃນຂົງເຂດພາກພື້ນອາຊີ-ປາຊີຟິກເຂົ້າຮ່ວມ. ກອງປະຊຸມໄດ້ແບ່ງອອກ ເປັນ 2 ລະດັບຄື: ລະດັບທີ 1: ເປັນກອງປະຊຸມປຶກສາຫາລືລະດັບວິຊາການ (Senior Officer) ຊຶ່ງໄດ້ປຶກສາຫາລື ລົງເລິກ ກ່ຽວກັບ ນະໂຍບາຍສາກົນ ແລະ ພາກພື້ນ (Regional and Global Policy) ແລະ ລະບຽບການ (Regulatory) ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ. ໂດຍສະເພາະແມ່ນການປຶກສາຫາລື ກ່ຽວກັບ ຜົນຂອງການຈັດຕັ້ງປະຕິບັດວຽກງານການຄໍ້າປະກັນສະບຽງອາຫານ ແລະ ການກະເສດ, ແນວໂນ້ມ ແລະ ປະເດັນຕ່າງໆທີ່ອາດເກີດຂື້ນໃນອານາຄົດ ທີ່ຕິດພັນກັບ ແຜນການປະຕິບັດງານດ້ານສະພາບອາກາດ ຂອງ ຂະແໜງກະສິກໍາ ເພື່ອໃຫ້ທັນຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຂອງ ວາລະປີ 2030 ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ. ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ໄດ້ປຶກສາຫາລື ກ່ຽວກັບ ແຜນງານ/ໂຄງການ ແລະ ແຜນງົບປະມານ ໂດຍເລັ່ງ ໃສ່ກິດຈະກໍາບູລິມະສິດ ໃນພາກພື້ນ ແລະ ການແບ່ງຂັ້ນຄຸ້ມຄອງ ແລະ ລະດັບທີ 2: ເປັນກອງປະຊຸມລະດັບລັດຖະມົນຕີ (Ministerial Session/PlenarySession) ຊຶ່ງໄດ້ປຶກສາຫາລື ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ຢູ່ໃນພາກພື້ນ
ແລະ ຂົງເຂດບູລິມະສິດວຽກງານ, ແຜນງານ ແລະ ໂຄງການບູລີມະສິດຢູ່ໃນບັນດາປະເທດສະມາຊິກ ແລະ ຂົງເຂດພາກພື້ນອາຊີ-ປາຊີຟິກ ເພື່ອປັບປຸງວຽກງານຄ້ຳປະກັນສະບຽງອາຫານ, ການແກ້ໄຂຄວາມອຶດຫິວ, ໂພຊະນາການ, ການເພີ່ມຜະລິດຕະພາບຂອງການກະສິກໍາ, ຍົກສູງບົດບາດຂອງມາດຖານການດໍາລົງຊີວິດ ຂອງ ປະຊາກອນທີ່ອາໃສຢູ່ໃນເຂດຊົນນະບົດ ແລະ ປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງເສດຖະກິດລະດັບປະເທດ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີກອງປະຊຸມໂຕະມົນ (Round Table) ເພື່ອປຶກສາຫາລື ກ່ຽວກັບ ການລຶບລ້າງຄວາມອຶດຫິວ, ການຊຸກຍູ້ສົ່ງເສີມ ການມີສຸຂະພາບທີ່ດີໃນອະນາຄົດ ແລະ ລະບົບການຄ້ຳປະກັນສະບຽງອາຫານ ໃນຂົງເຂດອາຊີ ແລະ ປາຊີຟິກ, ຊຶ່ງໃນກອງປະຊຸມດັ່ງກ່າວນີ້, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບກຽດຂຶ້ນບັນຍາຍ ກ່ຽວກັບ ບົດຮຽນ-ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານລຶບລ້າງຄວາມທຸກຍາກຂອງ ສປປລາວ (ສປປລາວ ແມ່ນໜຶ່ງໃນ 15 ປະເທດທີ່ມີຜົນງານດີເດັ່ນໃນການບັນລຸວຽກງານດັ່ງກ່າວນີ້), ລວມແນວທາງນະໂຍບາຍການພັດທະນາກະສິກຳ ແລະ ການພັດທະນາຊົນນະບົດ ຂອງ ສປປ ລາວ ແລະ ພາກພື້ນ ຕໍ່ທີ່ປະຊຸມ, ຊຶ່ງໄດ້ເນັ້ນໃຫ້ເຫັນເຖິງບັນດາທ່າແຮງ (Opportunities), ສິ່ງກີດຂວາງຕ່າງໆ (Challenges) ແລະ ບັນດາຂົງເຂດຈຸດສຸມ ໃນການພັດທະນາຂະແໜງການກະສິກຳ ແລະ ຊົນນະບົດ (agriculture and rural economy) ຢູ່ ສປປລາວ ເພື່ອແລກປ່ຽນຢູ່ໃນທີ່ປະຊຸມ ແລະ ສະເໜີໃຫ້ອົງການ FAO ພິຈາລະນາສືບຕໍ່ໃຫ້ການຊ່ວຍເຫຼືອໃນຕໍ່ໜ້າ. ໃນຕອນທ້າຍຂອງກອງປະຊຸມແມ່ນໄດ້ຮັບຮອງເອົາຜົນກອງປະຊຸມໃນຄັ້ງນີ້ (ຄັ້ງທີ 34) ເພື່ອນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ.
ນອກຈາກການເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ແລ້ວ, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ປະຊຸມສອງຝ່າຍກັບເອກອະທິບໍດີ (Director General) ຂອງອົງການ FAO ແລະ ຜູ້ຊ່ວຍເອກອະທິບໍດີຂອງອົງການ FAO ປະຈຳພາກພື້ນອາຊີ ແລະ ປາຊີຟິກ (Assistant Director General for Asia and the Pacific) ເພື່ອປຶກສາຫາລືຕໍ່ກັບໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຈຸດສຸມຮ່ວມມືໃນຕໍ່ໜ້າ ດັ່ງນີ້: ຄະນະຝ່າຍ ລາວ ສະແດງ ຄວາມຂອບໃຈ ຕໍ່ ທ່ານ ເອກະອະທິບໍດີ ອົງການ ອາຫານ ແລະ ການກະເສດ ແລະ ໄດ້ຕີລາຄາສູງ ທີ່ ອົງການ ອາຫານ ແລະ ການກະເສດ ໄດ້ໃຫ້ ການສະໜັບສະໜູນ ດ້ານວິຊາການ ໃນການລຶບລ້າງຄວາມທຸກຍາກ, ການຄ້ຳປະກັນສະບຽງອາຫານ, ໂພຊະນາການ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມ ແລະ ກຳຈັດ ຕັກແຕນຝູງໄມ້ປ່ອງ, ການສ້າງຕັ້ງ ກົມນະໂຍບາຍ ແລະ ນິຕິກຳ ຊື່ງເປັນກົມໃໝ່ ຂອງ ກະຊວງ ກະສິກຳ ແລະ ປ່າມ້ ທີ່ເຮັດໜ້າທີ່ ຄົ້ນຄວ້າ ແລະ ກຳນົດ ນະໂຍບາຍ ເສດຖະກິດ ກະສີກຳ, ປ່າໄມ້, ພັດທະນາ ຊົນນະບົດ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ (Census), ຊຶ່ງເຫັນວ່າໄດ້ຮັບຜົນສຳເລັດສູງ ແລະ ຜູ້ຕາງໜ້າອົງການ FAO ປະຈຳ ສປປລາວ (Dr. Stephen Rudgard) ກໍ່ໄດ້ເອົາໃຈໃສ່ໃນການປະສານງານ ແລະ ເຮັດໜ້າທີ່ເປັນປະທານຮ່ວມໃນຂະບວນການໂຕະມົນ ຂອງ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ເພື່ອລະດົມຂົນຂວາຍແຫຼ່ງທຶນຈາກສາກົນເຂົ້າມາພັດທະນາ ສປປລາວ (ບົນພື້ນຖານຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານທີ່ດີເລີດຂອງຜູ້ກ່ຽວ, ລັດຖະບານ ສປປລາວ ໄດ້ຕົກລົງຍ້ອງຍໍຜົນງານ ໂດຍມອບຫຼຽນກາມິດຕະພາບໃຫ້ແກ່ຜູ້ກ່ຽວ).
ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີ ໃຫ້ ອົງການ ອາຫານ ແລະ ການກະເສດ ສືບຕໍ່ສະໜັບສະໜູນ ດ້ານນະໂຍບາຍ ການຄ້ຳປະກັນ ສະບຽງອາຫານ ຄົບໂພຊະນາການ, ການປາບ ແລະ ກຳຈັດ ຕັກແຕນຝູງໄມ້ປ່ອງ ທີ່ຍັງລະບາດ ຢູ່ເຂດພາກເໜືອຂອງລາວ, ການສະໜັບສະໜູນ ການສຳຫຼວດ ສະຖິຕິ ກະສິກຳ ທົ່ວປະເທດ ໃນປີ 2018-2019 ໂດຍສະເພາະ ການຊ່ວຍ ລະດົມຂົນຂວາຍ ທຶນຮອນ ໃນການ ກະກຽມ ປະຕິບັດວຽກ ແລະ ການລົງສຳຫຼວດຕົວຈິງ ຊື່ງຜ່ານມາ ໂດຍປົກກະຕິ ພວກເຮົາ ເຮັດການ ສຳຫຼວດ ໃນທຸກໆ 10 ປີ. ແຕ່ ການສຳຫຼວດ ຄັ້ງນີ້ ແມ່ນ ເພື່ອເປັນບ່ອນອີງ ໃນການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ການພົວພັນ ຮ່ວມມື ດ້ານກະສິກຳ ໄດ້ມີການຂະຫຍາຍໂຕໃນລະດັບດີ ໂດຍສະເພາະ ແມ່ນການພັດທະນາ ການຜະລິດ ແບບຍືນຍົງ, ສະອາດ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ຊຶ່ງເປັນ ນະໂຍບາຍໜຶ່ງ ທີ່ສໍາຄັນ ຂອງ ລັດຖະບານ ລາວ ແລະ ເປັນໜຶ່ງ ໃນບູລິມະສິດ ການພັດທະນາ ເສດຖະກິດສັງຄົມ ໃນໄລຍະຍາວນານ. ນອກຈາກ ເປົ້າໝາຍ ການສົ່ງເສີມ ການຜະລິດ ສະບຽງອາຫານແລ້ວ, ລັດຖະບານ ລາວ ຍັງສົ່ງເສີມ ນຳໃຊ້ ທ່າແຮງ ດ້ານຊັບພະຍາກອນ ທຳມະຊາດ ແລະ ດ້ານຊີວະນາໆພັນ ເຂົ້າໃນ ການຜະລິດ ເປັນສິນຄ້າ ທີ່ມີມາດຖານ ແລະ ຄຸນນະພາບສູງ ເພື່ອສົ່ງອອກ ຕະຫຼາດສາກົນເຊັ່ນ: ການປູກກາເຟ ແລະ ປູກຊາສະອາດ, ການປູກຜັກ ແລະ ໝາກໄມ້ ສະອາດ ແລະ ການລ້ຽງສັດ ແລະ ລ້ຽງປາ ສະອາດ ເຊີ່ງເປັນສິນຄ້າ ທີ່ມີຄວາມຕ້ອງການສູງ ໃນຂົງເຂດ ອາຊີຕາເວັນອອກ ແລະ ຕະຫຼາດໃນເອີິຣົບ.
ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້