ການນໍາກະຊວງກະສິກໍາ ແລະປ່າໄມ້ ລົງຕິດຕາມຊຸກຍູ້ເຂດປະສົບໄພນໍ້າຖ້ວມ ຢູ່ແຂວງ ຄໍາມ່ວນ

IMG-20180731-WA0008

ໃນຕອນເຊົ້າວັນທີ 30 ກໍລະກົດ 2018 ທ່ານ ປອ.ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ເຂດປະສົບໄພທາງທໍາມະຊາດ(ນໍ້າຖ້ວມ) ຢູ່ແຂວງ ຄໍາມ່ວນ. ມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ, ບັນດາຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງຈາກກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍພະນັກງານອ້ອມຂ້າງພະແນກກະສິກໍາ ແລະປ່າໄມ້ແຂວງເຂົ້າຮ່ວມ.

IMG-20180731-WA0010 IMG-20180731-WA0006

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 29 ກໍລະກົດ 2018 ທົ່ວແຂວງສາມາດຈັດຕັ້ງປະຕິບັດວຽກງານການຜະລິດກະສິກໍາໄດ້ແລ້ວ 79.539 ເຮັກຕາ, ເທົ່າກັບ 94,35%. ໃນນັ້ນມີ, ນາດໍາ 62 ພັນກວ່າເຮັກຕາ, ນາຫວານ ແລະນາຍອດ 14 ພັນກວ່າເຮັກຕາ, ປູກເຂົ້າເນີນສູງໄດ້ 440 ເຮັກຕາ.ການປູກພືດລະດູຝົນແຜນການສູ້ຊົນ5.300ເຮັກຕາຄາດຄະເນຜົນຜະລິດ65.300ໂຕນ. ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ສາມາດສະໜອງຊີ້ນ, ປາ ແລະໄຂ່ ໃຫ້ສັງຄົມໄດ້ທັງໝົດ 11 ພັນກວ່າໂຕນ ສະເລ່ຍປັດຈຸບັນໄດ້ 29 ກິໂລ/ຄົນ. ນອກນັ້ນ,ທ່ານ ໄດ້ລາຍງານຕື່ມອີກວ່າ ທົ່ວແຂວງມີໂຄງການຊົນລະປະທານທີ່ສາມາດສະໜອງນໍ້າໄດ້ 177 ໂຄງການ, ມີໜອງນໍ້າທໍາມະຊາດ ແລະໜອງສະທີ່ປະຊາຊົນຂຸດເອົາເອງອີກຈໍານວນໜຶ່ງ. ສໍາລັບໄພພິບັດທາງທໍາມະຊາດທີ່ເກີດຂຶ້ນພາຍໃນແຂວງເປັນຕົ້ນ: ແມ່ນສະພາບໄພນໍ້າຖ້ວມ, ນັບແຕ່ວັນທີ 23 ກໍລະກົດ 2018 ຜ່ານມາໄດ້ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນໍ້າເຊບັ້ງໄຟ, ນໍ້າຫີນບູນ, ນໍ້າເຊນ້ອຍ ລົ້ນຝັງ ໄຫຼເຂົ້າຖ້ວມບ້ານເຮືອນ, ເນື້ອທີ່ນາ ແລະພືດສວນຂອງປະຊາຊົນ ເຊີ່ງມີເນື້ອທີ່ນາ 25 ພັນກວ່າເຮັກຕາ, ເນື້ອທີ່ສວນ 305 ເຮັກຕາ ແລະເຮັດໃຫ້ສັດລ້ຽງຕາຍຍ້ອນນໍ້າຖ້ວມອີກຈໍານວນໜຶ່ງ.

IMG-20180731-WA0009IMG-20180730-WA0001

ເພື່ອແກ້ໄຂສະພາບທີ່ເສຍຫາຍດັ່ງກ່າວໃນເບື້ອງຕົ້ນ ທ່ານ ປອ.ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດມອບເງິນຊ່ວຍເຫຼືອໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ຈໍານວນ 100 ລ້ານກີບ. ຈາກນັ້ນ ໄດ້ລົງພົບປະກັບພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ເຂດບ້ານ ທ່າພະ, ບ້ານ ນາແຫວ່ງ, ເມືອງ ຍົມມະລາດ ແລະ ເມືອງໜອງບົກ ພ້ອມໄດ້ມອບເຄື່ອງຊ່ວຍເຫຼືອປະກອບມີ: ນໍ້າດື່ມ, ອາຫານແຫ້ງລວມມູນຄ່າທັງໝົດ17ລ້ານກວ່າກີບ ເພື່ອບັນເທົ່າທຸກໃຫ້ແກ່ຜູ້ປະສົບໄພພິບັດທາງທໍາມະຊາດໃນຄັ້ງນີ້.

ຜ່ານການລົງຕິດຕາມເບີ່ງສະພາບພື້ນທີ່ຕົວຈິງແລ້ວຕອນເຊົ້າວັນທີ31 ກໍລະກົດ 2018 ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃສ່ຫຼາຍບັນຫາດັ່ງນີ້:(1)ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເຂົ້າ, ພືດທີ່ນໍ້າບໍ່ຖ້ວມແລະບ່ອນທີ່ຖ້ວມແຕ່ບໍ່ເສັຽຫາຍຫຼາຍໃຫ້ດີ ໂດຍມອບໃຫ້ທຸກຂະແໜງການທີ່ກ່ຽວຂ້ອງທ້ອງຖີ່ນເປັນເຈົ້າການ.(2)ສະກັດກັ້ນພະຍຸພະຍາດສັດທີ່ຈະເກີດຂຶ້ນຫຼັງນໍ້າແຫ້ງ ພ້ອມນໍາພາປະຊາຊົນຫາວິທີແກ້ໄຂດ້ານອາຫານສັດ ໃຫ້ສັດມີອາຫານກິນຢ່າງພຽງພໍ.(3)ເກັບກໍາຂໍ້ມູນນໍ້າ,ຂໍ້ມູນນໍ້າຝົນ,ຜົນເສຍຫາຍດ້ານຊົນລະປະທານ ແລະ ຜົນກະທົບຈາກການປ່ອຍນໍ້າຂອງເຂື່ອນ.(4) ກວດກາຄືນດ້ານແນວພັນເຂົ້າ, ແນວພັນພືດ ເພື່ອເຮັດການຜະລິດທົດແທນຄືນ ຫຼັງຈາກນໍ້າແຫ້ງເຂົ້າສູ້ສະພາບປົກກະຕິ

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ