ເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ

IMG_1357

ເພື່ອປະຕິບັດຄາດໝາຍການຈັດສັນຄຸ້ມຄອງເນື້ອທີ່ດິນກະສິກໍາຢູ່ນະຄອນຫຼວງວຽງຈັນ ໃຫ້ໄດ້ 90% ຂອງເນື້ອທີ່ທັງໝົດ. ໃນອາທິດຜ່ານມາ,​ ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ ແລະ ການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະຫຼຸດຜ່ອນແຮງງານຊາວນາ ຢູ່ບ້ານຖິ່ນແທ່ນ, ເມືອງຫາດຊາຍຟອງ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ມີຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ເຈົ້າເມືອງ-ຮອງເຈົ້າເມືອງອ້ອມຂ້າງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

IMG_1381IMG_1404

ທ່ານ ປອ. ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໂຄງການກໍານົດ ແລະປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ຢູ່ເມືອງ ຫາດຊາຍຟອງ ແມ່ນໜຶ່ງໃນໂຄງການສົ່ງເສີມວິຊາການ ປະຈໍາປີ 2018 ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກໍາ ແລະປ່າໄມ້ ຊື່່ງມີຈຸດປະສົງເພື່ອກໍານົດ ແລະປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ໃຫ້ໄດ້ປະມານ 5 ພັນກວ່າເຮັກຕາ ຢູ່ 33 ບ້ານ ຂອງເມືອງຫາດຊາຍຟອງ ແລະ ປະມານ 1 ພັນກວ່າເຮັກຕາ ຂອງເມືອງໄຊທານີ ແລະ ສ້າງແຜນທີ່ເຂດສະຫງວນທີ່ດິນກະສິກໍາ ພ້ອມທັງເຮັດບົດບັນທຶກການປັກຫຼັກໝາຍ ແລະລະບຽບການຄຸ້ມຄອງທີ່ດິນກະສິກໍາຢູ່ຂັ້ນບ້ານ. ນອກນັ້ນ, ແຕ່ນີ້ ຮອດປີ 2020 ນະຄອນຫຼວງວຽງຈັນ ຈະສຸມໃສ່ປັກຫຼັກໝາຍເຂດສະຫງວນເນື້ອທີ່ດິນກະສິກໍາ ໃຫ້ບັນລຸ 73 ພັນກວ່າເຮັກຕາ ແລະ ທີ່ດິນປ່າໄມ້ 150.000 ກວ່າເຮັກຕາ.

ເພື່ອເຮັດໃຫ້ພິທີມີຄວາມໝາຍສໍາຄັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ພ້ອມດ້ວຍແຂກທີ່ເຂົ້າຮ່ວມໄດ້ໃຫ້ກຽດປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ. ໃນພິທີດັ່ງກ່າວ ໄດ້ມີການສາທິດການນໍາໃຊ້ເຄື່ອງກົນຈັກ ປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ໂດຍກຸ່ມ ບໍລິສັດ ອິນຊີທອງ ມໍເຕີ ຈໍາກັດ. ຈາກນັ້ນ, ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຂຶ້ນຂັບລົດດໍານາ ເພື່ອຊຸກຍູ້ປຸກລະດົມຂະບວນການຫັນມາໃຊ້ ກົນຈັກດເຂົ້າສູ່ການຜະລິດກະສິກໍາໃຫ້ຫຼາາຍຂຶ້ນ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ