ພີທີເປີດນຳໃຊ້ໂຮງຮຽນປະຖົມສົມບູນ ບ້ານ ໜອງກາ ເມືອງ ປາກຊ່ອງ ແຂວງ ຈຳປາສັກ.

IMG_9011 IMG_9017

ໃນອາທິດທີ່ຜ່ານມານີ້ ທ່ານ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພີທີເປີດນຳໃຊ້ ໂຮງຮຽນປະຖົມບ້ານໜອງກາ ຊື່ງປະກອນມີ ຈຳນວນ 5 ຫ້ອງຮຽນ ນັບແຕ່ ປໍ1-ປໍ5 ມີໂຕະ, ຕັ້ງ, ແລະ ອຸປະກອນການຮຽນການສອນຄົບຊຸດ ສາມາດຮັບນັກຮຽນໄດ້ທັງໝົດ 150 ກວ່າຄົນ, ລວມມູນຄ່າການກໍ່ສ້າງທັງໝົດ 3 ຮ້ອຍລ້ານກວ່າກີບ ພ້ອມດຽວກັນນີ້ກໍ່ໄດ້ລົງຢ້ຽມຢາມສຸກສາລາ   ຢູ່ບ້ານ ໃໝ່ໄຊສົມບູນ ຊື່ງສ້າງຕັ້ງສຳເລັດໃນປີ 2015 ມີເຮືອນ 2 ຫຼັງ ແລະ ອຸປະກອນການແພດຄົບຊຸດລວມມູນຄ້າທັງໝົດ 600 ກວ່າລ້ານກີບ ແລະ ໃນເວລາຕໍ່ມາໄດ້ລົງຢ້ຽມຢາມ ກຸ່ມຜູ້ຜະລິດກາເຟຄຸນນະພາບ ຊື່ງກຸ່ມດັ່ງກ່າວສ້າງຕັ້ງຂື້ນໃນປີ 2007 ມີສະມາຊີກກຸ່ມທັງໝົດ 42 ຄອບຄົວ, ມີໂຮງອີ້ວຄົບວົງຈອນ 1 ຫຼັງ, ມີລານຕາກກາເຟ ຈຳນວນ 63 ຫຼັງ, ສາມາດຂາຍກາເຟໝາກສ້ອມໄດ້ທັງໝົດ 700 ກວ່າໂຕນ ສ້າງລາຍຮັບໃຫ້ສະມາຊີກຄອບຄົວໜື່ງບໍ່ຫຼຸດ 70 ລ້ານກີບຕໍ່ປີ.

IMG_9041 IMG_9035

 ແລະ ໃນຕອນທ້າຍ ທ່ານ ປອ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍ້ອງຍໍຊົມເຊີຍ ແລະ ຊີ້ນຳໃຫ້ຮັກສາຄຸນນະພາບກາເຟລາວ ໃຫ້ມີຄວາມຢືນຍົງເຕີບໃຫຍ່ຂະຫຍາຍໂຕຢ່າງຕໍ່ເນື່ອງ, ພ້ອມທັງເປັນມິດຕໍ່ສິ່ງແວດລ້ອມ, ສ້າງແຫຼ່ງລາຍຮັບທີ່ດີ ແລະ ໝັ້ນຄົງ ໃຫ້ແກ່ຜູ້ຜະລິດຊາວສວນຂະ  ໜາດນ້ອຍ ເພື່ອຫຼຸດຜົນອອກຈາກຄວາມທຸກຍາກໃນປີ 2020.

 

ຂຽນໂດຍ: ພອນໄຊ ສີສົງຄາມ

ກວດແກ້ໂດຍ: ທ່ານ ນາງ ປ້ອມ ພັນທະວົງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ