ຜົນສໍາເລັດຂອງກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2017

IMG_6645

ເພື່ອເຮັດໃຫ້ 4 ແຜນງານໃຫຍ່ຄື: 1, ແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ. 2, ແຜນງານຜະລິດ ກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງ. 3, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ 4, ແຜນງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກທົ່ວປະເທດ ໃຫ້ປະກົດຜົນເປັນຈິງ. ໃນວັນທີ 07 ມີນາ ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດ ກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ. ໃຫ້ກຽດເປັນ ປະທານໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ. ເຂົ້າຮ່ວມໃນຄັ້ງນີ້ມີ ກົມການເມືອງສູນກາງພັກ, ກໍາມະການສູນກາງພັກ, ລັດຖະມົນຕີ-ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ປະຈໍາແຂວງ ທົ່ວປະເທດ ພ້ອມດ້ວຍ ພາກສ່ວນທີ່ກຽ່ວຂອງ ເຂົ້າຮ່ວມຢ່າງພ້ອມພຽງ.

IMG_6607IMG_6648

      ໂອກາດນີ້, ສະຫາຍ ປອ ລຽນ ທີແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ຂຶ້ນລາຍ ງານຫຍໍ້ກ່ຽວກັບຜົນຂອງກອງປະຊຸມ. ເຊິ່ງໄດ້ພ້ອມກັນສັງເກດຕີລາຄາຢ່າງຮອບດ້ານ ຕໍ່ການຈັດຕັ້ງປະຕິບັດແຜນການ ໃນໜຶ່ງ ປິຜ່ານມາ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດທີ່ພາໃຫ້ມີດ້ານອ່ອນ. ພ້ອມກັນນັ້ນ, ໄດ້ກໍານົດທິດທາງແຜນ ການ, ໜ້າທີ່, ມາດຕະການ ແລະ ນະໂຍບາຍ ການຈັດຕັ້ງປະຕິບັດໃຫ້ແທດເໝາະກັບຕົວຈິງເປັນຕົ້ນ: ນະໂຍບາຍສົ່ງເສີມການ ຄ້າ, ນະໂຍບາຍດ້ານພະລັງງານໄຟຟ້າ, ດ້ານສິນເຊື່ອ ແລະ ອັດຕາດອກເບ້ຍ ຕໍ່ກັບການຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ການຜະລິດກະສິກໍາເປັນສິນຄ້າ ແລະ ໂຄງການຄໍ້າປະກັນດ້ານສະບຽງອາຫານແຫ່ງຊາດ ຕາມລາຍການສິນຄ້າທີ່ລັດຖະບານ ກໍານົດ. ນອກນີ້, ໄດ້ນໍາສະເໜີບົດຮຽນການຍົກຜະລິດຕະພາບ ແລະຫຼຸດຜ່ອນຕົ້ນ ທຶນໃນການຜະລິດເຂົ້າ, ການລ້ຽງໝູ ແລະ ສະຫຼຸບຕີລາຄາການຄຸ້ມຄອງໄມ້ ປະຕິບັດຄໍາສັ່ງເລກທີ 15/ນຍ. ພິເສດກອງປະຊຸມ ໄດ້ທາບທາມປະກອບຄໍາເຫັນຕໍ່ຮ່າງ ບົດແນະນໍາ ການຈັດຕັ້ງປະຕິບັດດໍາລັດເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ນໍາອີກ.

          ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຄວາມໝາຍສໍາຄັນ ສະຫາຍ ເລຂາທິການໃຫຍ່ ໄດ້ໃຫ້ທິດຊີ້ນໍາໂດຍ ສະເໜີໃຫ້ ຄະນະພັກ, ຄະນະນໍາກະຊວງເອົາໃຈໃສ່ໃນແຕ່ລະດ້ານຄື: ວຽກງານຄໍ້າປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານ ຕ້ອງຮັບ ປະກັນໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກທີ່ເຮັດວຽກງານກະສິກໍາລ້ວນໆ ສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ ແລະ ມີສະບຽງອາຫານທີ່ພຽງພໍ, ວຽກງານຜະລິດກະສິກໍາເປັນສິນຄ້າ ຕ້ອງເປັນເຈົ້າການປະສານສົມທົບກັບຂະແໜງການ ທີ່ກ້ຽວຂ້ອງ ເພື່ອຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ ຕິດພັນກັບການຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ຢ່າງມີຈຸດສຸມ, ວຽກງານຟື້ນຟູປ່າ ແລະ ຂະຫຍາຍປ່າ ຕ້ອງປັບປຸງຍຸດທະສາດປ່າໄມ້ແບບຍືນຍົງ, ກົດໝາຍປ່າໄມ້ ເພື່ອໃຊ້ເປັນເຄື່ອງມືຄຸ້ມຄອງ ມະຫາພາກທີ່ຮັດກຸມ ແລະ ສໍາລັບວຽກງານພັດທະນາຊົນນະບົດ ຕິດພັນກັບການລຶບລ້າງຄວາມທຸກຍາກ ຕ້ອງສ້້າງອາຊີບ ທີ່ໝັ້ນຄົງໃຫ້ກັບຊາວຊົນນະບົດ ດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະກໍາຕ່າງໆ, ເປັນເຈົ້າການໃນການເຂົ້າຮ່ວມ ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ການບໍລິການອື່ນໆ ເພື່ອຫຼຸດຜ່ອນການລັ່ງໄຫຼໄປຊອກວຽກເຮັດງານທໍາຢູ່ໃນຕົວເມືອງ ຂອງຊາວຊົນນະບົດ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ