ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການນໍາມະຫາວິທະຍາໄລເກິນເທີ ສສ.ຫວຽດນາມ

IMG_4161 IMG_4159

ເພື່ອເປັນການສ້າງສາຍສໍາພັນຮ່ວມມືເຊິ່ງກັນ ແລະກັນ ລະຫວ່າງສອງພັກ-ສອງລັດ ໃຫ້ມີຄວາມຮັດແໜ້ນຄວາມສາມັກຄີແບບພິເສດ ໃນຕອນເຊົ້າຂອງວັນທີ 25 ພະຈິກ 2016 ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະອາຈານ ແລະນັກສຶກສາ ຈາກສະຖາບັນພັດທະນາຊົນນະບົດ ແມ່ນໍ້າຂອງຕອນໃຕ້ ມະຫາວິທະຍາໄລ ເກິນເທີ ສສ.ຫວຽດນາມ ນໍາໂດຍທ່ານ ຮອງສາສະດາຈານ ປະລິນຍາເອກ ເລເກິນ ຢຸງ ຫົວໜ້າສະຖາບັນ ພັດທະນາຊົນນະບົດແມ່ນໍ້າຂອງຕອນໃຕ້ ມະຫາວິທະຍາໄລ ເກິນເທີ ສສ.ຫວຽດນາມ.

IMG_4167 IMG_4170

ຈຸດປະສົງຂອງການເຂົ້າຢ້ຽມຢາມໃນຄັ້ງນີ້ເພື່ອປຶກສາຫາລືກ່ຽວກັບວຽກງານການສຶກສາ ແລະຖອດຖອນບົດຮຽນ ເປັນຕົ້ນແມ່ນວຽກງານຂະແໜງການກະສິກໍາ. ພ້ອມນີ້, ບັນດາຄະນະຜູ້ແທນພ້ອມດ້ວຍອາຈານຈາກວິທະຍາໄລດັ່ງກ່າວ ຍັງຈະໄດ້ລົງເຄື່ອນໄຫວຢ້ຽມຢາມເຂດການຜະລິດກະສິກໍາ ແລະພັດທະນາຊົນນະບົດ, ຂົງເຂດການປູກກາເຟ, ພູພຽງບໍລິເວນ ແຂວງຈໍາປາສັກ ແລະສືບຕໍ່ພ້ອມກັນແລກປ່ຽນບົດຮຽນກ່ຽວກັບວຽກງານພັດທະນາຊົນນະບົດ ແລະການສົ່ງເສີມການຜະລິດເປັນສິນຄ້າ ຂອງສອງປະເທດ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ, ຍົກສູງສາຍພົວພັນໃນການຮ່ວມມືກັນດ້ານວິຊາການ ເປັນຕົ້ນແມ່ນການຮ່ວມມືກັນໃນການສ້າງຄວາມອາດສາມາດໃຫ້ແກ່ວິຊາການ, ບຸກຄະລະກອນ ແລະ ການຫັນເປັນໂຄງການຮ່ວມມືກັນສະເພາະກັບມະຫາວິທະຍາໄລດັ່ງກ່າວ. ໂອກາດດຽວດກັນນີ້, ທ່ານຮອງສາສະດາຈານ ປະລິນຍາເອກ ເລເກິນ ຢຸງ ຕາງໜ້າສະຖາບັນພັດທະນາຊົນນະບົດ ແມ່ນໍ້າຂອງຕອນໃຕ້ ມະຫາວິທະຍາໄລ ເກິນເທີຍັງໄດ້ມອບຂອງທີ່ລະນຶກໃຫ້ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ນໍາອີກ.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ

28 ພະຈິກ 2016

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ