ທ່ານຮອງລັດຖະມົນຕີກະຊວງ ກປ ລົງເຄື່ອນໄຫວຊຸກຍູ້ການຜະລິດກະສິກຳ ທີ່ແຂວງ ອຸດົມໄຊ

IMG_8503 IMG_8599

 

​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດກະສິກຳ​ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ໂດຍ​ສະ​ເພາະ​ສູນ​ບໍລິການ​ເຕັກນິກ​ກະສິກຳ ​ເພື່ອ​ຜະລິດ​ແນວ​ພັນ​ພືດ ​ແລະ ສັດ ​ສະໜອງໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ຜະລິດຫຼາຍ​ໃຫ້​ກາຍ​ເປັນ​ສິນຄ້າ. ​ໃນ​ວັນ​ທີ 3-4 ພຶດສະພາ 2017 ທ່ານ ຄຳບຸນ​ນັດ ​ໄຊ​ຍະ​ນົນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ພ້ອມ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ສູນ​ບໍລິການ​ເຕັກນິກ ​ແລະ ຂະຫຍາຍ​ພັນ​ກະສິກຳ-ປ່າ​ໄມ້ ນ້ຳຫີນ ​ສູນ​ດັ່ງກ່າວ​​ໄດ້​ມີຫຼາຍກິດຈະກຳ​ເຊັ່ນ: ການ​ລ້ຽງໝູ, ລ້ຽງ​ໄກ່, ປູກໝາກ​ເຄືອ​ນ້ຳມັນ ​ນອກຈາກ​ນີ້ຍັງ​ມີ​ການປູກ​ຜັກ​ໃນ​ເຮືອນ​ຮົ່ມ ​ແລະ ນອກ​ເຮືອນ​ຮົ່ມ ຊະນິດ​ພືດ​ທີ່​ປູກ​ແມ່ນ​ຂຶ້ນ​ກັບ​ລະດູ​ການ ​ແລະ ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ເດືອນໜຶ່ງສາມາດ​ຂາຍພືດ​ຜັກ​ໄດ້ 10 ລ້ານ​ກວ່າ​ກີ. ຫຼັງຈາກ​ນັ້ນ, ກໍ່​ໄປເບິ່ງ​ພື້ນທີ່​ເຂດ​ຜະລິດ​ກະສິກຳ​ພິ​ເສດ ​ເຂດ​ບ້ານ ​ດອນ​ແກ້ວ, ​ເມືອງ ​ໄຊ, ​ມີ​ເນື້ອທີ່ 31 ​ເຮັກຕາ ​ເຊິ່ງບໍລິສັດ​ຊົງ​ຊິງ​ພັດທະນາ​ກະສິກຳ​ຈຳກັດ ຕ້ອງການ​ສຳ​ປະທານ​ພື້ນທີ່​ດັ່ງກ່າວ ​ເພື່ອ​​ເຮັດ​ການຜະລິດ​ກະສິກຳ​ຕິດ​ພັນ​ກັບ​ການທ່ອງທ່ຽວ. ​ໃນ​ເວລາ​ຕໍ່ມາ ​ໄດ້​ໄປ​ເບິ່ງ​ກິດ​ຈະ​ກຳການ​ລ້ຽງໝູ ຂອງ​ຄອບຄົວນາງ ບຸນ​ມີ ຢູ່ບ້ານ ບໍ່, ​ເມືອງ ​ໄຊ ຟາ​ມດັ່ງກ່າວ​ມີໝູທັງໝົດ 300 ​ໂຕ, ປາຊີ້ນ 100,000 ​ໂຕ ມື້ໜຶ່ງສາມາດ​ສົ່ງໝູຂາຍ​ໄດ້ 8 ​ໂຕ (ໝູຊີ້ນ), ປາ 100 ກິ​ໂລ ນອກຈາກ​ນີ້, ຍັງລ້ຽງ​ເປັດ​ໄຂ່ ​ແລະ ປູກ​ໄມ້​ໃຫ້ໝາກຈຳນວນໜຶ່ງ ບັນຫາ​ຕົ້ນຕໍ​ໃນ​ການ​ລ້ຽງສັດ​​ແມ່ນ​ຫົວອາຫານ​ ທີ່ຜະລິດ​ຂາຍພາຍ​ໃນ​ແຂວງ​ຄຸນ​ນະພາ​ບຍັງ​ບໍ່ດີ. ນອກຈາກ​ນີ້, ຄະນະ​ດັ່ງກ່າວ​ຍັງ​ໄດ້​ໄປ​ຢ້ຽມຢາມ​ເບິ່ງ​ສວນ​ປູກໝາກສະ​ຕໍ​ເບີ​ລີ,​ ສວນ​ປູກໝາກລາ​ແຊ່ງ ຂອງສະຖານ​ທີ່​ທ່ອງທ່ຽວນ້ຳກັດ​ໂຢລາ​ປາ ​ສວນ​ດັ່ງກ່າວ​ຈະ​ຂາຍໝາກສະ​ຕໍ​ເບີ​ລີ ​ແລະ ໝາກລາ​ແຊ່ງ​ສຸກ​ຕັດ​ຂາຍ ໃຫ້​ກັບ​ນັກ​ທ່ອງ​ທ່ຽວທີ່​ມາ​ທ່ຽວຊົມ. ​
ໃນ​ວັນ​ຕໍ່ມາຄະນະ​ດັ່ງກ່າວ​ໄດ້​ລົງຢ້ຽມຢາມ ຟາ​ມສາທິດ​ການຄົ້ນຄວ້າ​, ປົກ​ປ້ອງ ​ແລ​ະ ນຳ​ໃຊ້​ໄກ່ພັນ​ພື້ນ​ເມືອງລາວ ​ຂອງ​ສູນ​ສາທິດ​ເຕັກນິກ​ກະສິກຳ ຮ່ວມ​ມື​ລາວ-ຈີນ, ມີ​ໄກ່​ແມ່​ພັນ 746 ​ໂຕ, ​ໄກ່ພໍ່ພັນ 114 ​ໂຕ ມື້ໜຶ່ງສາມາດ​ຜະລິດ​ໄຂ່​ໄດ້ 400 ໜ່ວຍ ​ໄຂ່​ທີ່​ໄດ້​ມາ​ຈະ​ນຳ​ມາ​ຟັກ​​ເປັນ​ໄກ່​ນ້ອຍ ​ເພື່ອ​ຂາຍ​ໃຫ້​ຊາວ​ກະສິກອນ​ນຳ​ໄປ​ລ້ຽງ ​ໃນ​ລາຄາ 6,000 ກີບ/​ໂຕ (​ໄກ່​ນ້ອຍ​ອາຍຸ 7 ວັນ​) ​ແລະ ​ເດືອນໜຶ່ງສາມາດ​ຜະລິດ​​ໄກ່ນ້ອຍ​ແນວ​ພັນ​ໄດ້ 3,000 ​ໂຕ ​​ເຫັນ​ວ່າ​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ຊາວ​ກະສິກອນ.
​ໃນ​ໂອກາດດຽວກັນນີ້​ທ່ານ​ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ ​ໄດ້​ເນັ້ນ​ໃຫ້ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ ອຸດົມ​ໄຊ,​ ຂະ​ແໜງການ​ທີ່​ກ່ຽວຂ້ອງຄົ້ນຄວ້າ​ລະອຽດ ​ແລະ ​ເປັນ​ເສນາ​ທິການ​ໃຫ້​ແກ່​ເຈົ້າ​ແຂວງ ​ໃນ​ການພິຈາລະນາ​ໃຫ້​ສຳ​ປະທານ​ທີ່​ດິນ​ແກ່​ບໍລິສັດ​ຊົງ​ຊິງ​ພັດທະນາ​ກະສິກຳ​ຈຳກັດ ​ເພາະ​ພື້ນທີ່​ດັ່ງກ່າວ​ເປັນ​ພື້ນທີ່​ຂ​ອງປະຊາຊົນ ພ້ອມ​ທັງ​ຈະ​ນຳ​ເອົາ​ບັນຫາ​ຕ່າງໆ​ໄປ​ປຶກສາ​ຫາລື ​ ​ເພື່ອ​ຊອກ​ຫາ​ທິດ​ທາງ​ແກ້​ໄຂ ​ແລະ ຫຼຸດຜ່ອນ​ຕົ້ນທຶນ​ການ​ຜະລິດ.

 

                                                                   ນະຄອນຫຼວງວຽງຈັນ, ວັນ​ທີ 8 ພຶດສະພາ 2017.

                                                                   ຂຽນ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                                   ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ